

![]()
ຊາວໜຸ່ມກອງພັນໃຫຍ່ 703 ສະຫຼຸບວຽກງານຮອບດ້ານ
ເວລາອອກຂ່າວ: 2023-02-09 09:00:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 174 | ຄວາມນິຍົມ:
ໃນວັນທີ 1 ກຸມພາ 2023, ຊາວໜຸ່ມ ກອງພັນໃຫຍ່ 703 ໄດ້ສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັງຄຳສຸກ ຂຸນສັກດາ ຫົວ ໜ້າພະແນກການເມືອງ ກອງພັນ ໃຫຍ່ 703, ມີຄະນະພັກ-ຄະນະ ບັນຊາ, ເລຂາຊາວໜຸ່ມ ແລະ ສະ ມາຊິກຊາວໜຸ່ມ ເຂົ້າຮ່ວມ.
ສະຫາຍ ຮ້ອຍໂທ ສາຍຄຳ ທຳມະວົງສາ ຊ່ວຍວຽກຂະແໜງຊາວໜຸ່ມ ໄດ້ຜ່ານບົດສະຫຼຸບ ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ, ຮຽນການເມືອງ-ການທະຫານ, ວິຊາສະເພາະເຕັກນິກ ສະແດງອອກ ໄດ້ເຮັດໃຫ້ກົມກອງ ມີຄວາມສະຫງົບ, ສະມາຊິກ
ຊາວໜຸ່ມມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະ-ເຕັກນິກ, ເຮັດວຽກງານຮັບໃຊ້ການບິນມີຄວາມປອດໄພ ພ້ອມທັງ, ປະກອບສ່ວນເຂົ້າໃນທຸກໜ້າທີ່ວຽກງານຂອງກົມກອງໄດ້ເປັນຢ່າງດີ ແລະ ມີສະຕິຕໍ່ການ
ຈັດຕັ້ງ. ສຳລັບວຽກງານສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ບາງໜ່ວຍຊາວໜຸ່ມຂາຍເຄື່ອງກິນ-ດື່ມ ແລະ ນ້ຳກ້ອນ, ເປີດບໍລິການຕັດຜົມ, ປູກພືດ-ຜັກຊະນິດ
ຕ່າງໆ ແລະ ບໍລິການອື່ນໆ ສາ ມາດສ້າງລາຍຮັບເຂົ້າຄັງລວມໄດ້ທັງໝົດ 13.613.000 ກີບ. ມີກອງທຶນເງິນຝາກມີສະມາຊິກທັງໝົດ 327 ສະຫາຍ ລວມຍອດກອງທຶນເງິນຝາກທັງໝົດ 73.680.000 ກີບ.
ໂອກາດດຽວກັນນີ້, ຍັງໄດ້ມີການມອບໃບຢັ້ງຢືນໜ່ວຍຊາວໜຸ່ມ 4 ບຸກ ໃຫ້ໜ່ວຍຊາວໜຸ່ມ 7 ໜ່ວຍ ແລະ ພ້ອມກັນຈັບມືຮັບເອົາຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ ຕື່ມອີກ.
ໂດຍ: ກອງສີ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ