ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ​ໃຫຍ່ 201 ມອບ​ເຄື່ອງ​​ຊ່ວຍເຫຼືອ​ ຄອບຄົວ​ພະນັກງານທີ່​ຖືກ​ຜົນ​ກະທົບ​ຈາກ​ອັກຄີ​ໄພ
ເວລາອອກຂ່າວ: 2023-02-09 08:59:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 852 | ຄວາມນິຍົມ:



ໃນ​ວັນ​ທີ 31 ມັງກອນ 2023, ກອງພັນ​ໃຫຍ່ 201 ກອງ​ພົນ​ທີ 2 ນຳ​ໂດຍ ສະຫາຍ ພັນ​ໂທ ຄຳ​ສາວ ຮຸ່ງ​ລາ​ຄຳ ຫົວໜ້າ​ພະແນກການ​ເມືອງ ກອງ​ພົນ​ທີ 2 ໄດ້​ນຳ​ເອົາ​ວັດຖຸ​ປັດໃຈ​ໄປ​ມອບ​ໃຫ້​ຄອບຄົວ​ຂອງ ສະຫາຍ ພັນ​ໂທ ບຸນ​ພຽນ ກອງ​ສະຫວັນ ຮອງ​ຫົວໜ້າ​ພະແນກການ​ເມືອງ ກອງ​ພົນ​ທີ 2 ທີ່​ຖືກ​ຜົນ​ກະທົບຈາກໄຟ​ໄໝ້​ເຮືອນ​ໃນ​ກາງ​ເດືອນ​ມັງກອນທີ່​ຜ່ານ​ມາ. ສະຫາຍ ພັນ​ໂທ ຄຳ​ສາວ ຮຸ່ງ​ລາ​ຄຳ ໄດ້​ຕາງໜ້າ​ກ່າວ​ມອບ​ເຄື່ອງ​ວັດຖຸ​ປັດໄຈ​ຈຳນວນ​ໜຶ່ງ​ໃຫ້​ຄອບຄົວ​ດັ່ງກ່າວ, ເພື່ອ​ເປັນ​ການ​ຊ່ວຍເຫຼືອໃຫ້​ກຳລັງ​ໃຈ ແລະ ຊ່ວຍ ​ແບ່ງ​ເບົາ​ຄວາມ​ຫຍຸ້ງຍາກຕໍ່ຄອບຄົວ​ຂອງ ສະຫາຍ ພັນ​ໂທ ບຸນ​ພຽນ ກອງ​ສະ ຫວັນ. ສະຫາຍ ພັນ​ໂທ ບຸນ​ພຽນ ກອງ​ສະຫວັນ ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈມາ​ຍັງຄະນະ​ພັກ-ຄະນະ​ບັນຊາ​, ການຈັດຕັ້ງ​ທຸກ​ຂັ້ນ ທີ່​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ແລະ ເຫັນ​ໄດ້​ຄວາມ​ຫຍຸ້ງຍາກ​ຂອງ​ຄອບຄົວ. ໂດຍ: ເກດ ອາ​ນຸ​ສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ