ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສູນ​ເຝິກ-ອົບຮົມ ກອງ​ພົນ​ທີ 3 ຈັດ​ຕັ້ງ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້
ເວລາອອກຂ່າວ: 2023-02-09 08:57:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 104 | ຄວາມນິຍົມ:



ທ້າຍ​ເດືອນ​ມັງກອນ 2023, ສູນ​ເຝິກ-ອົບຮົມ ກອງ​ພົນ​ທີ 3 ໄດ້​ຈັດ​ຕັ້ງ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້​ໃຫ້​ແກ່​ນັກຮຽນ​ນາຍ​ສິບ ​ຊຸດ​ທີ 4, ໂດຍມີ ສະຫາຍ ພັນ​ໂທ ສີ​ ພົນ ແສງ​ຄຳ ຫົວໜ້າ​ການເມືອງ ສູນ​ເຝິກ-ອົບຮົມ, ມີ ສະຫາຍ ຮ້ອຍ​ໂທ ບຸນ​ເລີດ ວັນນະ​ເກງ ຊ່ວຍ​ພະ​ແນກ​ອົບຮົມ​ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 3, ມີຄະນະ​ພັກ-ຄະນະ​ບັນຊາ ແລະ ນັກຮຽນ​ນາຍ​ສິບ​ ຊຸດ​ທີ 4 ຈຳນວນ 124 ສະຫາຍ ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ຕີ ໄພ​ຄຳ ໄຊ​ຍະ​ຈັກ ຄູ​ປະຈຳ​ວິຊາ ຍຸດ​ທະ​ສິນ ໄດ້​ຜ່ານ​ແຜນການອົບຮົມ-ຫັດ​ແອບ ໂດຍ​ປະຕິບັດ​ຕາມ​ຫຼັກສູດ​ການ​ຮຽນ-ການ​ສອນ, ການ​ອົບຮົມ-ຫັດ​ແອບ​ຂອງ​ຂັ້ນ​ເທິງ ກໍ​ຄື ການ​ປັບປຸງ​ກຳລັງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ເຂັ້ມແຂງ, ມີ​ຄວາມ​ຊຳນິ​ຊຳນານໃນ​ການ​ນຳ​ໃຊ້​ອາວຸດ​ຍຸດ​ໂທ​ປະກອນ ແລະ ສິລະ​ປະຍຸດ-ຍຸດທະວິທີ ສາມາດ​ເຄື່ອນ​ໄຫວ​ເຮັດ​ໜ້າທີ່​ສູ້​ຮົບໄດ້​ທຸກ​ຮູບ​ແບບ ແລະ ທຸກ​ກໍລະນີ. ພ້ອມ​ທັງ, ເຮັດ​ໃຫ້​ນັກຮຽນ​ມີ​ຄວາມ​ທົນທານ, ໜຽວ​ແໜ້ນ ເພື່ອ​ເຮັດ​ສຳເລັດ​ໜ້າທີ່​ັຂອງ​ຕົນ ຮູ້​ໝູນ​ໃຊ້​ ພູມີ​ປະເທດ ມີ​ພິກໄຫວ​ເອົາ​ຕົວ​ລອດ​ຢ່າງ​ຄ່ອງ​ແຄ້ວ. ຜ່ານ​ການຈັດຕັ້ງ​ປະຕິບັດ​ຕົວ​ຈິງ ​ສະຫຼຸບ​ຕີ​ລາຄາຂັ້ນ​ເກັ່ງ​ບັນລຸ​ໄດ້ 30 ສະ ຫາຍ ແລະ ດີ 50 ສະຫາຍ. ໂດຍ: ສົມພົງ ອິນ​ຕະ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ