

![]()
ກອງພັນໃຫຍ່ 11 ເປີດບັ້ນອົບຮົມ ປະຈຳປີ 2023
ເວລາອອກຂ່າວ: 2023-02-09 08:28:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 283 | ຄວາມນິຍົມ:
ໃນວັນທີ 7 ກຸມພາ 2023, ກອງພັນໃຫຍ່ 11 ໄດ້ເປີດບັ້ນອົບຮົມການເມືອງ, ການທະຫານ, ພະລາທິການ ແລະ ເຕັກນິກ ປະຈຳປີ 2023, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່ 11, ກົມກອງຂຶ້ນກັບ, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບທົ່ວກອງພັນໃຫຍ່ເຂົ້າຮ່ວມ.
ສະຫາຍ ພັນໂທ ຈັນທະວົງ ໄຊຍະວົງ ຫົວໜ້າຂະແໜງອົບຮົມກອງພັນໃຫຍ່ 11 ໄດ້ຜ່ານແຜນການອົບຮົມການເມືອງ, ການທະຫານ, ພະລາທິການ ແລະ ເຕັກນິກ ປະຈຳປີ 2023, ຈຸດປະສົງ ກໍເພື່ອເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ ແລະ ຄຳສັ່ງແນະນຳຂອງກົມອົບຮົມກ່ຽວກັບການຈັດຕັ້ງອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳປີ 2023 ລົງສູ່ກົມກອງໃຫ້ເປັນຮູບປະທຳ ແລະ ມີຄຸນນະພາບສູງ, ແນໃສ່ໃຫ້ນາຍ ແລະ ພົນທະຫານມີແນວຄິດການເມືອງໜັກແໜ້ນ, ມີຄວາມຮູ້, ຄວາມສາມາດ ແລະ ຄວາມຊຳນິຊຳນານດ້ານການທະຫານ ແລະ ວິຊາສະເພາະໃນລະດັບທີ່ແນ່ນອນ ທັງເປັນການປັບປຸງລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍໃຫ້ແກ່ນາຍ ແລະ ພົນທະຫານ ມີສຸຂະພາບແຂງແຮງຮັບປະກັນການກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ, ເປັນການກະຕຸກຊຸກຍູ້ໃຫ້ນາຍ ແລະ ພົນທະຫານ ປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ, ສ້າງກົມກອງໃຫ້ກາຍເປັນກົມກອງທີ່ມີລະບຽບແບບແຜນ ແລະ ທັນສະໄໝ. ໃນນີ້, ກອງພັນທີ 1 ແລະ ກອງພັນ 705 ຈະໄດ້ອົບຮົມກ່ຽວກັບຂໍ້ກຳນົດ ແລະ ລະບຽບຮູບແຖວ 15 ວັນ, ກິລາການທະຫານ 10 ວັນ, ວິຊາສິລະປະຍຸດ 45 ວັນ, ຍຸດທະວິທີ 65 ວັນ, ອົບຮົມວຽກງານເສນາໃຫ້ຜູ້ບັນຊາ 10 ວັນ, ຄວາມຮູ້ພື້ນຖານກ່ຽວກັບເຫຼົ່າຮົບ, ວຽກງານການເມືອງຮັບໃຊ້ສູ້ຮົບ, ວຽກງານພະລາທິການຮັບໃຊ້ສູ້ຮົບ, ວຽກງານເຕັກນິກຮັບໃຊ້ສູ້ຮົບ ແລະ ອົບຮົມຜູ້ບັນຊາເທິງແຜນທີ ວຽກງານລະ 5 ວັນ. ກອງພັນເຄື່ອນທີ່ໄວ 586 ອົບຮົມລະບຽບຂໍ້ກຳນົດ ແລະ ລະບຽບຮູບແຖວ 15 ວັນ, ສິລະປະຍຸດ 45 ວັນ, ຍຸດທະວິທີ 60 ວັນ, ຄວາມຮູ້ຟື້ນຖານກ່ຽວກັບເຫຼົ່າຮົບ 10 ວັນ, ວຽກງານເສນາໃຫ້ຜູ້ບັນຊາ 10 ວັນ, ວຽກງານການເມືອງຮັບໃຊ້ສູ້ຮົບ 10 ວັນ, ວຽກງານພະລາທິການຮັບໃຊ້ສູ້ຮົບ 5 ວັນ, ວຽກງານເຕັກນິກຮັບໃຊ້ສູ້ຮົບ 5 ວັນ, ອົບຮົມຜູ້ບັນຊາເທິງແຜນທີ 5 ວັນ. ກອງພັນ 743 ອົບຮົມລະບຽບຂໍ້ກຳນົດ ແລະ ລະບຽບຮູບແຖວ 15 ວັນ, ກິລາການທະຫານ 10 ວັນ, ສິລະປະຍຸດ 45 ວັນ, ຍຸດທະວິທີ 65 ວັນ, ຄວາມຮູ້ພື້ນຖານກ່ຽວກັບເຫຼົ່າຮົບ 5 ວັນ, ອົບຮົມວຽກງານເສນາໃຫ້ຜູ້ບັນຊາ 10 ວັນ, ວຽກງານການເມືອງຮັບໃຊ້ສູ້ຮົບ 10 ວັນ, ວຽກງານພະລາທິການຮັບໃຊ້ສູ້ຮົບ 5 ວັນ, ວຽກງານເຕັກນິກຮັບໃຊ້ສູ້ຮົບ 5 ວັນ, ອົບຮົມຜູ້ບັນຊາເທິງແຜນທີ 5 ວັນ. ສຳລັບກົມກອງເຫຼົ່າຮົບ ອົບຮົມລະບຽບຂໍ້ກຳນົດ ແລະ ລະບຽບຮູບແຖວ 15 ວັນ, ກິລາການທະຫານ 10 ວັນ, ສິລະປະຍຸດທະຫານຮາບ 6 ວັນ, ຍຸດທະວິທີທະຫານຮາບ 8 ວັນ, ຄວາມຮູ້ພື້ນຖານກ່ຽວກັບເຫຼົ່າຮົບ 1 ວັນ, ອົບຮົມວຽກງານເສນາໃຫ້ຜູ້ບັນຊາ 10 ວັນ, ວຽກງານການເມືອງຮັບໃຊ້ສູ້ຮົບ 10 ວັນ, ວຽກງານພະລາທິການຮັບໃຊ້ສູ້ຮົບ 5 ວັນ, ວຽກງານເຕັກນິກຮັບໃຊ້ສູ້ຮົບ 5 ວັນ, ອົບຮົມວິຊາສະເພາະເຫຼົ່າຮົບ 100 ວັນ. ໝວດປ້ອງກັນ ອົບຮົມລະບຽບຂໍ້ກຳນົດ ແລະ ລະບຽບຮູບແຖວ 15 ວັນ, ກິລາການທະຫານ 10 ວັນ, ສິລະປະຍຸດ 45 ວັນ, ຍຸດທະວິທີ 65 ວັນ, ຄວາມຮູ້ພື້ນຖານກ່ຽວກັບເຫຼົ່າຮົບ 5 ວັນ, ອົບຮົມວຽກງານເສນາໃຫ້ຜູ້ບັນຊາ 10 ວັນ, ວຽກງານການເມືອງຮັບໃຊ້ສູ້ຮົບ 10 ວັນ, ວຽກງານພະລາທິການຮັບໃຊ້ສູ້ຮົບ 5 ວັນ, ວຽກງານເຕັກນິກຮັບໃຊ້ສູ້ຮົບ 5 ວັນ, ອົບຮົມບັນຊາເທິງແຜນທີ 5 ວັນ. ອົງການກອງພັນໃຫຍ່ ອົບຮົມລະບຽບຂໍ້ກຳນົດ ແລະ ລະບຽບຮູບແຖວ 15 ວັນ, ກິລາການທະຫານ 5 ວັນ, ສິລະປະຍຸດ 6 ວັນ, ຍຸດທະວິທີ 8 ວັນ, ຄວາມຮູ້ພື້ນຖານກ່ຽວກັບເຫຼົ່າຮົບ 1 ວັນ, ອົບຮົມວຽກງານເສນາ 10 ວັນ, ວຽກງານຫ້ອງການ 5 ວັນ, ອົບຮົມຜູ້ບັນຊາເທິງແຜນທີ 5 ວັນ. ການອົບຮົມແມ່ນເລີ່ມແຕ່ວັນທີ 7 ກຸມພາ ເຖິງ ເດືອນພຶດສະພາ 2023 ຈຶ່ງສຳເລັດ. ຈາກນັ້ນ, ສະຫາຍ ພັນໂທ ໄມທອງ ຫີນລໍວັນ ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 11 ໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນ ເພື່ອພ້ອມກັນນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ ແລະ ສຳເລັດຕາມແຜນການທີ່ກຳນົດໄວ້.
ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຫ້າງຫາກະກຽມເນື້ອໃນດ້ານຕ່າງໆ ໃຫ້ແກ່ການເປີດບັ້ນອົບຮົມໃນຄັ້ງນີ້ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ຊີ້ນຳ-ນຳພາເຮັດວຽກງານການສຶກສາອົບຮົມການເມືອງ-ນຳແນວຄິດ ເປັນສຳຄັນ, ເອົາໃຈໃສ່ຕິດຕາມຍຸກຍູ້ການຫັດແອບເປັນປົກກະຕິ, ສຳລັບພະນັກງານ-ນັກຮົບທີ່ເຂົ້າຮ່ວມຫັດແອບ ຕ້ອງກຳແໜ້ນບັນດາເນື້ອໃນ, ລຳດັບບາດກ້າວ, ດ້ານທິດສະດີ, ຫຼັກການ, ທ່າຈັງຫວະ, ຂັ້ນຕອນໃຫ້ມີຄວາມຊຳນານ, ປະຕິບັດຂໍ້ກຳນົດ, ກົດລະບຽບຕ່າງໆໃຫ້ເຂັ້ມງວດ, ຮັບປະກັນໃຫ້ການອົບຮົມ-ຫັດແອບຄັ້ງນີ້ ໄດ້ຮັບຜົນ
ສຳເລັດ ແລະ ມີຄວາມປອດໄພ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ