ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເປັນ​ເຈົ້າ​ພິ​ທັກ​ຮັກສາ​ຄວາມ​ສະຫງົບ ຕິດ​ພັນ​ກັບ​ການ​ພັດທະນາ​ກົມ​ກອງ
ເວລາອອກຂ່າວ: 2023-02-08 09:10:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 80 | ຄວາມນິຍົມ:



ອີງຕາມການ​ລາຍ​ງານ​ຂອງ ສະຫາຍ ພັນ​ໂທ ໄຊ ອຸໄທ​ເຮືອງ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ເມືອງ​ແອດ ຕໍ່​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ຮອບ ດ້ານ​ ປະຈຳ​ປີ 2022 ຂອງ​ກົມ​ກອງ​ໃຫ້​ຮູ້​ວ່າ: ໃນ​ໄລຍະ​ຜ່ານ​ມາ, ຄະນະ​ພັກ-ຄະນະ​ບັນຊາ​ ກອງ​ບັນຊາ​ການ​ທະຫານ​ເມືອງ​ແອດ ແຂວງ​ຫົວພັນ ຍາມ​ໃດ​ກໍ​ເປັນ​ເຈົ້າ​ການ​ຊີ້​ນຳ-ນຳພາ​ກົມ​ກອງ​ເຄື່ອນ​ໄຫວ​ຈັດ​ຕັ້ງ​ປະຕິບັດ​ທຸກ​ຂົງເຂດ​ວຽກ​ງານ​ທີ່​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ກໍ​ຄື​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ​ ໂດຍ​ຖື​ສຳຄັນ​ວຽກ​ງານ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ, ​ເອົາໃຈໃສ່​ເຮັດ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ຕໍ່​ຖັນ​ແຖວ​ພະ​​ນັກ​ງານ-ນັກຮົບ​ເປັນ​ສຳຄັນ​ສອດ​ຫ້ອຍ​ເຂົ້າ​ທຸກ​ຂົງເຂດ​ວຽກ​ງານ​ລວມ​ຂອງ​ກົມ​ກອງ ເຮັດ​ໃຫ້​ນາຍ ແລະ ພົນທະຫານມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິ​ນທຳ​ປະຕິວັດ, ມີ​ທັດສະນະ​ຫຼັກ​ໝັ້ນ​ຊົນ​ຊັ້ນ, ອຸ່ນ​ອຽນ​ທຸ່ນ​ທ່ຽງ ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ-ລັດ ແລະ ເປັນ​ເຈົ້າ​ການ​ປະຕິບັດ​ໜ້າທີ່​ວິຊາ​ສະເພາະ, ກົດ​ລະບຽບ​ຂອງ​ກອງທັບ​ຢ່າງ​ເຂັ້ມ​ງວດ, ພ້ອມ​ນີ້​ ຍັງ​ໄດ້​ນຳ​ເອົາ​ເນື້ອ​ໃນ​ເອກະສານ​ສຳຄັນ​ຕ່າງໆ​ຂອງ​ຊາດ, ຂອງ​ພັກ, ກອງ​ປະຊຸມ​ໃຫຍ່​ຕ່າງໆ​ຂອງ​ແຂວງ ແລະ ກອງ​ບັນຊາ​ການ​ມາ​ຈັດ​ຕັ້ງ​ເຜີຍແຜ່​ເຊື່ອມ​ຊຶມ​ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ, ຕິດ​ພັນ​ກັບ​ການຈັດຕັ້ງ​ປະຕິບັດ​ຂະ​ບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ, ນອກ​ນີ້​ ຍັງ​ໄດ້​ຈັດ​ຕັ້ງ​ເອົາ​ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ​ໃນ​ຂອບ​ເຂດ​ກົມ​ກອງ​ຕັ້ງ​ທັບຢ່າງ​ຕໍ່​ເນື່ອງ​ແບບ​ທາງ​ເລິກ ແລະ ທາງ​ກວ້າງ, ສົມທົບ​ແໜ້ນ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ, ເຖົ້າ​ແກ່​ແນວ​ໂຮມ, ເຈົ້າ​ກົກ​ເຈົ້າ​ເຫຼົ່າ, ຊິງ​ຊາວ, ກຳ​ລັງ ​​ປກຊ-​ປກສ ກອງ​ຫຼອນ​ບ້ານເພື່ອ​ຕ້ານ ແລະ ສະກັດ​ກັ້ນ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ ເຮັດ​ໃຫ້​ຂອບ​ເຂດ​ຮັບຜິດຊອບ​ມີ​ຄວາມ​ສະຫງົບ​ປອດ​ໄພ​ໂດຍ​ພື້ນຖານ, ສາມາດ​ສ້າງ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ໄດ້ 14 ບ້ານ, ຄຽງ​ຄູ່​ກັນ​ນັ້ນ ວຽກ​ງານ​ກຽມພ້ອມ​ສູ້​ຮົບ ໄດ້​ຈັດ​ຕັ້ງ​ລະບົບ​ປະຈຳການ​ແຕ່​ລະ​ຂັ້ນ, ແຕ່​ລະ​ໄລຍະ​ຄົບ​ຊຸດ ຕິດ​ພັນ​ກັບ​ການ​ອົບຮົມ​ການເມືອງ, ຫັດ​ແອບ​ການ​ທະຫານ​ທາງ​ດ້ານ ​ສິລະ​ປະຍຸດ-ຍຸດທະວິທີ​ຂັ້ນ​ພື້ນຖານ​ຂອງ​ທະຫານ​ຮາບ​ເປັນ​ປົກກະຕິ ອັນ​ໄດ້​ເຮັດ​ໃຫ້​ນາຍ ແລະ ພົນທະຫານ ມີ​ຄວາມ​ຊຳນິ​ຊຳນານ, ຄ່ອງ​ແຄ້ວ​ຮັບປະກັນ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ ຂອງ​ກົມ​ກອງ​ທີ່​ໄດ້​ຮັບ​ມອບ​ໝາຍ. ສຳລັບ​ວຽກ​ງານ​ ປັບປຸງ​ກໍ່ສ້າງ​ພັກ-ພະນັກງານແມ່ນ​ປະຕິບັດ​ຕາມ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ ຕິດ​ພັນ​ກັບ​ການ​ກໍ່ສ້າງ​ພະນັກງານ 3 ຮຸ່ນ. ປັດຈຸບັນ ກອງ​ບັນຊາ​ການເມືອງ​ແອດ ມີ 1 ຄະນະ​ພັກ​ຮາກ​ຖານ, ມີ 3 ໜວ່ຍ​ພັກ​ຂຶ້ນ​ກັບ, ມີ​ສະມາຊິກ​ພັກ​ທັງ​ໝົດ 71 ສະຫາຍ, ສົມບູນ 67 ສະຫາຍ, ສະມາຊິກ​ພັກ​ແຂງ 67 ສະຫາຍ, ມີ 3 ໜ່ວຍ​ພັກ​ເປັນ​ໜ່ວຍ​ພັກ​ແຂງ​ຄື: ໜວ່ຍ​ພັກ​ການເມືອງ, ໜ່ວຍ​ພັກ​ເສນາທິການ ແລະ ໜ່ວຍ​ພັກ​ພະ​ລາ. ໄດ້​ສົ່ງ​ພະນັກງານ​ໄປ​ຍົກ​ລະດັບ​ທິດ​ສະ​ດີ​ການເມືອງ​ຊັ້ນ​ກາງ 12 ສະຫາຍ, ວິຊາ​ສະເພາະ​ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ 1 ສະຫາຍ,ໄດ້ເປີດຊຸດອົບຮົມ​ວຽກ​ງານ​ການເມືອງ, ການ​ທະຫານໃຫ້​ກອງຮ້ອຍ​ກອງ​ຫຼອນ-​ປກສ 5 ກອງຮ້ອຍ ມີ​ພະນັກງານ​ກອງ​ຫຼອນ​ເຂົ້າ​ຮ່ວມ 292 ສະຫາຍແລະ ອົບຮົມ​ການ​ທະຫານ​ໃຫ້​ ໂຮງຮຽນ ​ມສ 4 ໝວດ ມີ​ນັກຮຽນ​ເຂົ້າ​ຮ່ວມ 872 ຄົນ, ຍິງ 319 ຄົນ, ປັບປຸງ​ການຈັດຕັ້ງ​ກອງຮ້ອຍ​ກອງ​ຫຼອນ​ໄດ້ 4 ກອງຮ້ອຍ, ຊ່ວຍເຫຼືອປະຊາຊົນ​ທີ່​​ປະສົບ​ໄພ​ນ້ຳ​ຖ້ວມ​ ຈຳນວນ 2 ບ້ານ ມີ 35 ສະຫາຍ. ວຽກ​ງານ​ແກ້​ໄຂ​ຊີວິດ​ການ ​ເປັນ​ຢູ່​ແມ່ນ​ໄດ້​ຊີ້​ນຳ​ພະນັກງານ-ນັກຮົບ ປະຕິບັດ​ທິດ​ນຳ ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ໂດຍ​ຖື​ເອົາ 4 ປູກ 4 ລ້ຽງ​ທີ່​ກົມ​ໃຫຍ່​ພະລາທິການ​ກອງທັບ​ວາງ​ອອກ​ເປັນ​ສຳຄັນຕາມ​ທ່າແຮງ​ບົ່ມ​ຊ້ອນ​ຕົວ​ຈິງຂອງ​ກົມກອງ ເພື່ອເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ- ນັກຮົບ​ດີ​ຂຶ້ນ​ເປັນ​ກ້າວໆ. ໃນ​ປີຜ່ານມາ, ກົມ​ກອງ​ສາມາດ​ກໍ່ສ້າງ​ຫ້ອງ​ປະຊຸມ​ໄດ້ 1 ຫຼັງ ເປັນ​ເງິນ 35.000.000 ກີບ, ສ້າງ​ສາງ​ອຸປະໂພກ1 ຫຼັງ, ອະນາໄມ​ສະໜາມ​ຫັດ​ແອບ​ການ​ທະຫານ 11 ຄັ້ງ, ປູກ​ຕົ້ນໄມ້​ກິນ​ໝາກ​ໄດ້ 600 ຕົ້ນ ແລະ ສ້າງ​ລາຍ​ຮັບ​ຈາກການປູກຝັງ-ລ້ຽງສັດ​ຈຳນວນໜຶ່ງ. ໂດຍ: ບົວ​ລາ ສໍ​ລາ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ