ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຄື່ອນ​ໄຫວ​ສາຍຮູບເງົາ​ຢູ່​ກອງພັນ 22
ເວລາອອກຂ່າວ: 2023-02-08 09:08:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 690 | ຄວາມນິຍົມ:



ໃນ​ຕອນ​ຄ່ຳ​ຂອງວັນ​ທີ 1 ກຸມພາ 2023 ນີ້, ໜ່ວຍ​ງານ​ສາຍຮູບເງົາຂະແໜງ​ໂຄສະນາ ພະແນກການ​ເມືອງ ກອງພັນ​ໃຫຍ່ 202 ກອງ​ພົນ​ທີ 2 ໄດ້​ນຳ​ເອົາ​ຮູບເງົາ ແບບ​ໂປ​ແຈັກ​ເຕີ ເຄື່ອນ​ໄຫວ​ສາຍຮູບເງົາ ຢູ່​ກອງພັນ 22 ກອງພັນ​ໃຫຍ່ 202, ໂດຍ​ການ​ນຳພາ​ຂອງ ສະຫາຍ ພັນ​ໂທ ຄຳ​ໄບ ວິໄລ​ພອນ ຮອງ​ຫົວໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່ 202, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບ​ກອງພັນ​ດັ່ງກ່າວ ຕະຫຼອດ​ຮອດ​ປະຊາຊົນ​ບ້ານ​ນ້ຳ​ເຮ້ຍ ເຂົ້າ​ຮ່ວມ​ຮັບຊົມ. ຮູບເງົາ​ທີ່​ນຳ​ມາ​ສາຍ​ໃນ​ຄັ້ງ​ນີ້ ມີ​ເລື່ອງ​ແບບຢ່າງ​ກົມ​ກອງ​ວັດທະນະທຳ​ແບບ​ໃໝ່, ບັ້ນ​ຫັດ​ແອບ​ຍິງ​ລູກປືນ​ແທ້​ຊ້ອມ​ຮົບ​ປະສານ​ເຫຼົ່າ​ຂອງ​ ກອງ​ພົນ​ທີ 2 ແລະ ບັ້ນ​ ຊ້ອມ​ຮົບ​ຍິງ​ລູກປືນ​ແທ້​ຂອງ ​ກອງພັນ 22. ບັນດາ​ເລື່ອງ​ດັ່ງກ່າວ​ແມ່ນ​ເອົາ​ຂໍ້​ມູນ​ຈາກ​ພິມ​ຮູບເງົາ ແລະ ການເຄື່ອນໄຫວ​ເກັບ​ກຳ​ຖ່າຍ​ຕົວ​ຈິງ​ຢູ່​ພາຍ​ໃນ​ກົມ​ກອງ​ແລ້ວ​ຕັດ​ຕໍ່​ເປັນ​ເລື່ອງ​ເຄື່ອນ​ໄຫວ​ສາຍ​ເປັນ​ມູນເຊື້ອ​ໃຫ້​ແກ່​ກົມ​ກອງ​ໄດ້​ຮັບ​ຊົມ. ການເຄື່ອນໄຫວ​ສາຍຮູບເງົາ​ໃນ​ຄັ້ງ​ນີ້ ເຫັນ​ວ່າ ນາຍ ແລະ ພົນທະຫານ, ປະຊາຊົນໄດ້​ມີ​ຄວາມ​ນິຍົມ​ຊົມ​ຊອບ ແລະ ຮູ້ສຶກ​ພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງ ພ້ອມ​ທັງ​ຮັບ​ຮູ້​ເຂົ້າໃຈ​ຕໍ່​ມູນເຊື້ອ​ຂອງ​ການ​ປະຕິວັດ ແຫ່ງ​ການ​ຕໍ່ສູ້​ກູ້​ຊາດ​ອັນ​ອົງອາດ​ກ້າຫານ​ຍອມ​ສະຫຼະ​ເລືອດ​ເນື້ອ​ເພື່ອ​ປະເທດ​ຊາດ​ໃນ​ເມື່ອ​ກ່ອນ, ທັງ​ເປັນ​ບົດຮຽນ​ໃຫ້​ແກ່ນາຍ ແລະ ພົນທະຫານ ເພື່ອ​ນຳໄປ​ໝູນ​ໃຊ້​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ໃຫ້​ມີ​ຄວາມ​ຈະເລີນ​ວັດທະນາ​ຖາວອນ. ໂດຍ: ຄຳ​ຊາຍ ກວ່າງ​ຄຸນ​ສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ