

![]()
ເຄື່ອນໄຫວສາຍຮູບເງົາຢູ່ກອງພັນ 22
ເວລາອອກຂ່າວ: 2023-02-08 09:08:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 12 | ຄວາມນິຍົມ:
ໃນຕອນຄ່ຳຂອງວັນທີ 1 ກຸມພາ 2023 ນີ້, ໜ່ວຍງານສາຍຮູບເງົາຂະແໜງໂຄສະນາ ພະແນກການເມືອງ ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ນຳເອົາຮູບເງົາ ແບບໂປແຈັກເຕີ ເຄື່ອນໄຫວສາຍຮູບເງົາ ຢູ່ກອງພັນ 22 ກອງພັນໃຫຍ່ 202, ໂດຍການນຳພາຂອງ ສະຫາຍ ພັນໂທ ຄຳໄບ ວິໄລພອນ ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 202, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບກອງພັນດັ່ງກ່າວ ຕະຫຼອດຮອດປະຊາຊົນບ້ານນ້ຳເຮ້ຍ ເຂົ້າຮ່ວມຮັບຊົມ.
ຮູບເງົາທີ່ນຳມາສາຍໃນຄັ້ງນີ້ ມີເລື່ອງແບບຢ່າງກົມກອງວັດທະນະທຳແບບໃໝ່, ບັ້ນຫັດແອບຍິງລູກປືນແທ້ຊ້ອມຮົບປະສານເຫຼົ່າຂອງ ກອງພົນທີ 2 ແລະ ບັ້ນ
ຊ້ອມຮົບຍິງລູກປືນແທ້ຂອງ ກອງພັນ 22. ບັນດາເລື່ອງດັ່ງກ່າວແມ່ນເອົາຂໍ້ມູນຈາກພິມຮູບເງົາ ແລະ ການເຄື່ອນໄຫວເກັບກຳຖ່າຍຕົວຈິງຢູ່ພາຍໃນກົມກອງແລ້ວຕັດຕໍ່ເປັນເລື່ອງເຄື່ອນໄຫວສາຍເປັນມູນເຊື້ອໃຫ້ແກ່ກົມກອງໄດ້ຮັບຊົມ.
ການເຄື່ອນໄຫວສາຍຮູບເງົາໃນຄັ້ງນີ້ ເຫັນວ່າ ນາຍ ແລະ ພົນທະຫານ, ປະຊາຊົນໄດ້ມີຄວາມນິຍົມຊົມຊອບ ແລະ ຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ພ້ອມທັງຮັບຮູ້ເຂົ້າໃຈຕໍ່ມູນເຊື້ອຂອງການປະຕິວັດ ແຫ່ງການຕໍ່ສູ້ກູ້ຊາດອັນອົງອາດກ້າຫານຍອມສະຫຼະເລືອດເນື້ອເພື່ອປະເທດຊາດໃນເມື່ອກ່ອນ, ທັງເປັນບົດຮຽນໃຫ້ແກ່ນາຍ ແລະ ພົນທະຫານ ເພື່ອນຳໄປໝູນໃຊ້ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນວັດທະນາຖາວອນ.
ໂດຍ: ຄຳຊາຍ ກວ່າງຄຸນສີ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ