

![]()
ຄະນະນຳແຂວງຈຳປາສັກ ເຄື່ອນໄຫວຢ້ຽມຢາມອວຍພອນ ທະຫານເມືອງຈຳປາສັກ ແລະ ທະຫານເມືອງສຸຂຸມາ
ເວລາອອກຂ່າວ: 2023-02-08 09:04:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 11 | ຄວາມນິຍົມ:
ເນື່ອງໃນໂອກາດ 74 ປີ ແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ, ທ່ານ ນາງ ວາດສະໜາ ສີລິມາ ກຳມະການຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງຈຳປາສັກ, ພັນເອກ ສີໄຄ ທິບພະຈັກ ກຳມະການຄະນະປະຈຳພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມອວຍພອນ ແລະ ພົບປະໂອ້ລົມ ນາຍ ແລະ ພົນທະຫານຢູ່ກອງບັນຊາການທະຫານເມືອງຈຳປາສັກ, ໃຫ້ການຕ້ອນຮັບໂດຍ ສະຫາຍ ພັນໂທ ສຳລອງ ໄຊຍະວົງ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງຈຳປາສັກ ພ້ອມດ້ວຍຄະ
ນະ.
ໂອກາດນີ້, ທ່ານ ນາງ ວາດສະໜາ ສີລິມາ ໄດ້ຍົກໃຫ້ເຫັນມູນເຊື້ອຂອງກອງທັບປະຊາຊົນລາວ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ທີ່ກອງບັນຊາການທະຫານເມືອງຈຳປາສັກ ສ້າງມາໄດ້ ພ້ອມທັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງເຊີດຊູຄວາມຮັບຜິດຊອບປະຕິບັດໜ້າທີ່ການ
ເມືອງຂອງຕົນ ໂດຍສະເພາະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການສ້າງສາພັດທະນາເສດຖະກິດ-ສັງຄົມ, ຍົກສູງສະຕິເປັນເຈົ້າໃນການປົກປັກຮັກສາທ້ອງຖິ່ນ ແລະ ຂອບເຂດກົມກອງຂອງຕົນ, ຕ້ານທຸກການເຄື່ອນໄຫວມ້າງເພທຳລາຍ ຂອງບັນດາອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີຢ່າງທັນການ, ພ້ອມທັງກ່າວອວຍພອນໄຊອັນປະເສີດມາຍັງຄະນະພັກ-ຄະນະບັນຊາພ້ອມດ້ວຍ
ພະນັກງານ-ນັກຮົບທົ່ວກອງບັນຊາການທະຫານເມືອງຈຳປາສັກ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 74 ປີ ຈົ່ງມີແຕ່ສຸຂະພາບເຂັ້ມແຂງ, ມີພາລະນາໄມທີ່ສົມບູນ ພ້ອມກັນເຮັດສຳເລັດທຸກໜ້າທີ່ອັນມີກຽດສະຫງ່າທີ່ພັກ ແລະ ປະຊາຊົນມອບໝາຍໃຫ້, ນອກນີ້ ຍັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງໃຫ້ກອງບັນຊາການທະຫານເມືອງຈຳປາສັກ.
ຂ່າວໃຫ້ຮູ້ຕື່ມວ່າ: ໃນໂອກາດດຽວກັນ, ທ່ານ ແກ້ວລັດຕະນະ ສີຫາວົງ ກຳມະການຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມນາຍ ແລະ ພົນທະຫານ ກອງບັນຊາການທະຫານເມືອງສຸຂຸມາ, ເນື່ອງໃນໂອກາດວັນສ້າງ
ຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ໂດຍມີ ສະຫາຍ ພັນໂທ ສົມເພັດ ບຸດສະດີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ເມືອງສຸຂຸມາ, ສະຫາຍ ພັນໂທ ທອງແຫຼ້ ດວງຊົມພູ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງສຸຂຸມາ ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງພັນ 23 ແລະ ກອງຮ້ອຍທະຫານຊາຍແດນ 524 ໃຫ້ການຕ້ອນຮັບ.
ການເຄື່ອນໄຫວຄັ້ງນີ້ ນອກຈາກພົບປະອວຍພອນແລ້ວ ທ່ານ ແກ້ວລັດຕະນະ ສີຫາວົງ ຍັງມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ 3 ກົມກອງຕື່ມອີກ.
ໂດຍ: ສົມພອນ ພົງສະຫວັດ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ