ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂວງ​ຫົວພັນ ຈັດ​ຕັ້ງ​ມິດ​ຕິງ ລະນຶກ​ວັນ​ສ້າງຕັ້ງ​ສະຫະພັນ​ກຳມະບານ​ລາວ
ເວລາອອກຂ່າວ: 2023-02-08 08:57:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 98 | ຄວາມນິຍົມ:



ແຂວງ​ຫົວພັນ ຈັດ​ພິທີ​ໂຮມ​ຊຸມນຸມ​ມິດ​ຕິງ​ລະນຶກ​ວັນ​ສ້າງຕັ້ງ​ສະຫະພັນ​ກຳມະບານ​ລາວ ຄົບຮອບ 67 ປີ (1 ກຸມພາ 1956-1 ກຸມພາ 2023 ) ໄດ້​ຈັດ​ຂຶ້ນ​ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ຢູ່​ທີ່​ຫໍ​ວັດທະນະທຳ​ແຂວງ, ໂດຍ​ມີ ສະຫາຍ ວົງ​ເພັດ ກຽນ​ສິງ​ຮັກ ຄະນະ​ປະຈຳ​ພັກ​ແຂວງ ປະທານ​ແນວ​ລາວ​ສ້າງ​ຊາດ ຜູ້​ຊີ້​ນຳ​ອົງ​ການຈັດຕັ້ງ​ມະຫາຊົນ​ຂັ້ນ​ແຂວງ, ມີ​ບັນດາຄະນະ​ຮາກ​ຖານ​ກຳມະບານ ຂອງ​ພະ ແນກການ​ອ້ອມ​ຂ້າງ​ແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນ​ຕຳຫຼວດ ພ້ອມ​ດ້ວຍ​ສະມາຊິກ​ກຳມະບານ​ທົ່ວ​ເທສະ​ບານ​ແຂວງ​ເຂົ້າ​ຮ່ວມ​. ສະຫາຍ ວົງ​ເພັດ ກຽນ​ສິງ​ຮັກໄດ້​ຍົກ​ໃຫ້​ເຫັນ​ປະຫວັດ​ຄວາມ​ເປັນ​ມາ​ການ​ເຕີບ​ໃຫ​​ຍ່​ຂະຫຍາຍຕົວ ຂອງ​ສະຫະພັນ​ກຳມະບານ​ລາວ ໂດຍ​ສືບ​ທອດ​ມູນເຊື້ອ​ຮັກ​ຊາດ​ອັນ​ແຮງ​ກ້າ​ເດັດຂາດ​ບໍ່​ຍອມ​ຈຳນົນ ຂອງ​ບັນ​ພະ​ບູ​ລຸດ​ລາວບໍ່ຍອມ​ທົນ​ຕໍ່​ການ​ກົດ​ຂີ່​ຂູດ​ຮີດ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ, ກຳມະກອນ ຜູ້​ອອກແຮງ​ງານ ແລະ ປະຊາຊົນ​ລາວ​ບັນດາເຜົ່າ ຈຶ່ງ​ໄດ້​ລຸກຂຶ້ນ​ຕໍ່ສູ້ ຢ່າງ​ອົງອາດ​ກ້າຫານ ໄດ້​ກາຍເປັນ​ຂະ​ບວນ​ການ​ແຜ່​ລາມ​ຢ່າງ​ກວ້າງຂວາງ ໃນ​ທົ່ວ​ປະເທດ ແລະ ໄດ້​ຮັບ​ໄຊຊະນະ​ເປັນ​ກ້າວໆ ​ມາຈາກ​ໄຊຊະນະ​ດັ່ງກ່າວ ສູນ​ກາງ​ພັກ​ໄດ້​ມີ​ມະຕິ​ຕົກລົງ​ສ້າງຕັ້ງ​ຫ້ອງການ​ກຳ ມະບານ ຂຶ້ນ​ຢ່າງ​ເປັນ​ທາງ​ການ ຢູ່​ເຂດ​ທີ່​ໝັ້ນ​ແຂວງ​ຫົວພັນ ໃນ​ວັນ​ທີ 1 ກຸມພາ 1956 ຈຸດປະສົງ​ສືບຕໍ່​ໂຄສະນາ, ປຸກລະດົມ​ຂົນຂວາຍ ເຕົ້າໂຮມ​ກຳມະກອນ ຊາວ​ ຜູ້​ອອກແຮງ​ງານ​ລາວ​ບັນດາເຜົ່າ ໃຫ້​ມີ​ຄວາມ​ຕື່ນ​ຕົວ​ປະຕິວັດ, ມີ​ນ້ຳໃຈ​ຮັກ​ຊາດ, ມີ​ທັດ​ສະນະ​ຊົນ​ຊັ້ນ​ກຳມະກອນ, ມີ​ຄວາມ​ຕື່ນ​ຕົວຢ່າງ​ຈະແຈ້ງ, ນັບ​ແຕ່​ນັ້ນ​ມາ​ ໄດ້​ຕັ້ງໜ້າ​ເຄື່ອນ​ໄຫວກໍ່ສ້າງ​ປັບປຸງ​ບູລະນະ ການຈັດຕັ້ງ​ຂອງ​ຕົນ​ໃຫ້​ມີ​ຄວາມ​ເຂັ້ມແຂງ, ເຄື່ອນ​ໄຫວ​ຕາມ​ພະ​ລາ​ບົດບາດ, ສິດ ແລະ ໜ້າທີ່ ທີ່​ໄດ້​ກຳນົດ​ໄວ້​ໃນ​ໂຄງການ​ດຳເນີນ​ງານ ໂດຍ​ໄດ້​ກໍ່ສ້າງ​ປັບປຸງ​ກົດ​ລະບຽບ, ໂຄງ​ປະກອບ​ບຸກ​ຄະລາ​ກອນ, ແບບແຜນ​ວິທີ​ເຮັດ​ວຽກ ເພື່ອ​ໃຫ້​ສອດຄ່ອງ​ກັບ​ຄວາມ​ເປັນ​ຈິງ, ປຸກລະດົມ​ສຶກ​ສາ​ອົບຮົມ​ສະມາຊິກ​ກຳມະບານ, ກຳມະກອນ ແລະ ຜູ້​ອອກແຮງ​ງານ​ໃຫ້​ມີ​ຄວາມ​ສາມັກຄີ​ປອງ​ດອງ​ເປັນ​ປຶກ​ແຜ່ນ, ຮັກ​ເຊື້ອ​ແພງ​ຊາດ, ຄົ້ນຄວ້າ​ສ້າງ ແລະ ປັບປຸງ​ ບັນດາ​ນິຕິ​ກຳ​ຕ່າງໆ ເພື່ອ​ຮັບປະກັນ ໃຫ້​ແກ່​ການເຄື່ອນໄຫວ​ວຽກ​ງານ​ຂອງ​ຕົນ ໂດຍ​ເນັ້ນ​ໃສ່ 4 ບຸກ​ທະລຸ ຂອງ​ພັກ​ວາງ​ອອກ, ປັບປຸງ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 2 ດີ 5 ເປັນ​ເຈົ້າ ມາ​ເປັນ 5 ເປັນ​ເຈົ້າ ຂອງ​ສະຫະພັນ​ກຳມະບານ​ລາວ ຕິດ​ພັນ​ກັບ​ຂໍ້​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ. ພ້ອມ​ນີ້, ຍັງ​ໄດ້​ກຳນົດ​ແຜນ​ພັດທະນາ​ວຽກ​ງານ​ກຳມະບານ​ລາວໃນ​ແຕ່​ລະ​ໄລຍະ ໃຫ້​ແທດເໝາະກັບ​ແນວທາງ​ແຜນ​ນະໂຍບາຍ​ຂອງ​ພັກ ແລະ ແຜນພັດທະນາ​ເສດຖະກິດ-ສັງຄົມ ໃນ​ແຕ່​ລະສະ​ໄໝ​ ແລະ ຕັ້ງໜ້າ​ປະຕິບັດ​ວຽກ​ງານ​ການ​ຕ່າງປະເທດ ໂດຍ​ໄດ້​ພົວພັນ​ຮວ່ມ​ມື​ກັບ​ກຳມະບານ​ປະເທດ​ເພື່ອນມິດ​ຍຸດ​ທະ​ສາດ, ເພື່ອນມິດສາ​ກົນ, ພົວພັນ​ຮວ່ມ​ມື​ກັບ​ຂະແໜງການ​ທີ່​ກ່ຽວຂ້ອງ, ແລກ ປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ແລກປ່ຽນ​ບົດຮຽນ​ຂັ້ນ​ວິຊາ​ການ ເພື່ອ​ເຮັດ​ໃຫ້​ສະຫະພັນ​ກຳມະບານ​ລາວ ມີ​ຄວາມ​ເຕີບ​ໃຫ​​ຍ່​ເຂັ້ມແຂງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ສົມ​ກັບ​ຄຳ​ຂວັນ​ທີ່​ວ່າ:“ ກຳມະບານ​ລາວ ເຂັ້ມແຂງ, ທັນ​ສະໄໝ, ສາມັກຄີ, ມີ​ວິໄນ ແລະ​ນ້ຳໃຈ​ສາກົນ​ກຳ​ມະ​ຊີບ”. ໂອກາດ​ດຽວ​ກັນ​ນີ້, ການ​ນຳ​ແຂວງ​ຫົວພັນ ແລະ ອົງການ​ພາຄີ ຍັງ​ໄດ້​ນຳ​ເອົາ ກະຕ່າ​ຂອງຂວັນ ເຂົ້າ​ອວຍພອນ ສະຫະພັນ​ກຳມະບານແຂວງ​ຫົວພັນ ນຳ​ອີກ. ໂດຍ: ໄຜ່​ຄຳ ແກ້ວ​ສອນ​ພຽນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ