

![]()
ແຂວງຫົວພັນ ຈັດຕັ້ງມິດຕິງ ລະນຶກວັນສ້າງຕັ້ງສະຫະພັນກຳມະບານລາວ
ເວລາອອກຂ່າວ: 2023-02-08 08:57:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 66 | ຄວາມນິຍົມ:
ແຂວງຫົວພັນ ຈັດພິທີໂຮມຊຸມນຸມມິດຕິງລະນຶກວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 67 ປີ (1 ກຸມພາ 1956-1 ກຸມພາ 2023 ) ໄດ້ຈັດຂຶ້ນໃນບໍ່ດົນຜ່ານມານີ້, ຢູ່ທີ່ຫໍວັດທະນະທຳແຂວງ, ໂດຍມີ ສະຫາຍ ວົງເພັດ
ກຽນສິງຮັກ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີບັນດາຄະນະຮາກຖານກຳມະບານ ຂອງພະ
ແນກການອ້ອມຂ້າງແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ພ້ອມດ້ວຍສະມາຊິກກຳມະບານທົ່ວເທສະບານແຂວງເຂົ້າຮ່ວມ.
ສະຫາຍ ວົງເພັດ ກຽນສິງຮັກໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ ໂດຍສືບທອດມູນເຊື້ອຮັກຊາດອັນແຮງກ້າເດັດຂາດບໍ່ຍອມຈຳນົນ ຂອງບັນພະບູລຸດລາວບໍ່ຍອມທົນຕໍ່ການກົດຂີ່ຂູດຮີດຂອງພວກລ່າເມືອງຂຶ້ນຝຣັ່ງ, ກຳມະກອນ ຜູ້ອອກແຮງງານ ແລະ ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ລຸກຂຶ້ນຕໍ່ສູ້ ຢ່າງອົງອາດກ້າຫານ ໄດ້ກາຍເປັນຂະບວນການແຜ່ລາມຢ່າງກວ້າງຂວາງ ໃນທົ່ວປະເທດ ແລະ ໄດ້ຮັບໄຊຊະນະເປັນກ້າວໆ ມາຈາກໄຊຊະນະດັ່ງກ່າວ ສູນກາງພັກໄດ້ມີມະຕິຕົກລົງສ້າງຕັ້ງຫ້ອງການກຳ
ມະບານ ຂຶ້ນຢ່າງເປັນທາງການ ຢູ່ເຂດທີ່ໝັ້ນແຂວງຫົວພັນ ໃນວັນທີ 1 ກຸມພາ 1956 ຈຸດປະສົງສືບຕໍ່ໂຄສະນາ, ປຸກລະດົມຂົນຂວາຍ ເຕົ້າໂຮມກຳມະກອນ ຊາວ
ຜູ້ອອກແຮງງານລາວບັນດາເຜົ່າ ໃຫ້ມີຄວາມຕື່ນຕົວປະຕິວັດ, ມີນ້ຳໃຈຮັກຊາດ, ມີທັດສະນະຊົນຊັ້ນກຳມະກອນ, ມີຄວາມຕື່ນຕົວຢ່າງຈະແຈ້ງ, ນັບແຕ່ນັ້ນມາ ໄດ້ຕັ້ງໜ້າເຄື່ອນໄຫວກໍ່ສ້າງປັບປຸງບູລະນະ ການຈັດຕັ້ງຂອງຕົນໃຫ້ມີຄວາມເຂັ້ມແຂງ, ເຄື່ອນໄຫວຕາມພະລາບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ກຳນົດໄວ້ໃນໂຄງການດຳເນີນງານ ໂດຍໄດ້ກໍ່ສ້າງປັບປຸງກົດລະບຽບ, ໂຄງປະກອບບຸກຄະລາກອນ, ແບບແຜນວິທີເຮັດວຽກ ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງ, ປຸກລະດົມສຶກສາອົບຮົມສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານໃຫ້ມີຄວາມສາມັກຄີປອງດອງເປັນປຶກແຜ່ນ, ຮັກເຊື້ອແພງຊາດ, ຄົ້ນຄວ້າສ້າງ ແລະ ປັບປຸງ
ບັນດານິຕິກຳຕ່າງໆ ເພື່ອຮັບປະກັນ ໃຫ້ແກ່ການເຄື່ອນໄຫວວຽກງານຂອງຕົນ ໂດຍເນັ້ນໃສ່ 4 ບຸກທະລຸ ຂອງພັກວາງອອກ, ປັບປຸງເນື້ອໃນຂໍ້ແຂ່ງຂັນ 2 ດີ 5 ເປັນເຈົ້າ ມາເປັນ 5 ເປັນເຈົ້າ ຂອງສະຫະພັນກຳມະບານລາວ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ. ພ້ອມນີ້, ຍັງໄດ້ກຳນົດແຜນພັດທະນາວຽກງານກຳມະບານລາວໃນແຕ່ລະໄລຍະ ໃຫ້ແທດເໝາະກັບແນວທາງແຜນນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະສະໄໝ ແລະ ຕັ້ງໜ້າປະຕິບັດວຽກງານການຕ່າງປະເທດ ໂດຍໄດ້ພົວພັນຮວ່ມມືກັບກຳມະບານປະເທດເພື່ອນມິດຍຸດທະສາດ, ເພື່ອນມິດສາກົນ, ພົວພັນຮວ່ມມືກັບຂະແໜງການທີ່ກ່ຽວຂ້ອງ, ແລກ
ປ່ຽນຄະນະຜູ້ແທນຂັ້ນສູງ, ແລກປ່ຽນບົດຮຽນຂັ້ນວິຊາການ ເພື່ອເຮັດໃຫ້ສະຫະພັນກຳມະບານລາວ ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ ສົມກັບຄຳຂວັນທີ່ວ່າ:“ ກຳມະບານລາວ ເຂັ້ມແຂງ, ທັນສະໄໝ, ສາມັກຄີ, ມີວິໄນ ແລະນ້ຳໃຈສາກົນກຳມະຊີບ”. ໂອກາດດຽວກັນນີ້, ການນຳແຂວງຫົວພັນ ແລະ ອົງການພາຄີ ຍັງໄດ້ນຳເອົາ ກະຕ່າຂອງຂວັນ ເຂົ້າອວຍພອນ ສະຫະພັນກຳມະບານແຂວງຫົວພັນ ນຳອີກ.
ໂດຍ: ໄຜ່ຄຳ ແກ້ວສອນພຽນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ