ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ ປະກາດການ​ເລື່ອນ​ຊັ້ນ​ນາຍ​ສິບ
ເວລາອອກຂ່າວ: 2023-02-08 08:55:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ໃນ​ວັນ​ທີ 2 ກຸມພາ 2023 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ປະກາດ​ການເລື່ອນ​ຊັ້ນ​ນາຍ​ສິບ​ໃຫ້​ບັນດາ​ພະນັກງານ-ນັກຮົບ ທົ່ວ​ທະຫານ​ແຂວງ​, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ພິ​ດາ​ວັນ ພິມ​ເຮືອງ​ສີ ຫົວໜ້າ​ຫ້ອງ​ເສນາ​ທິ​ການ​ ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະ ນັກງານ-ນັກຮົບ ພ້ອມ​ດ້ວຍ​ພົນ​ທະຫານ​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສົມ​ຄິດ ຫຼວງ​ລາດ ຫົວໜ້າ​ພະ​ແນກ​ກຳລັງ​ພົນທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫ​​ຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ​ການ​ອະນຸມັດ​ເລື່ອນ​ຊັ້ນ​ນາຍ​ສິບ ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ ແລະ ອີງ​ຕາມ​ຂໍ້​ກຳນົດ ​ວ່າ​ດ້ວຍ​ລະບຽບ​ການ​ຂອງ​ນາຍ​ສິບ ແລະ ພົນທະຫານ​ໃນ​ກອງ ທັບ​ປະຊາ ຊົນ​ລາວ (ສະບັບ​ປັບປຸງ) ກົມ​ໃຫ​​ຍ່ເສນາ​ທິ​ການ​ກອງທັບ​ໄດ້​ຕົກລົງ​ເລື່ອນ​ຊັ້ນ​ສິບ​ເອກ ຂຶ້ນ ວາທີ ຈຳນວນ 50 ສະຫາຍ, ພ້ອມ​ນີ້, ຍັງ​ໄດ້​ຜ່ານ​ແຈ້ງ​ການ ຂອງ​ກົມ​ກຳລັງ​ພົນ ກ່ຽວ​ກັບ​ເລື່ອງ​ທະຫານ​ພັນທະ ປະຈຳ​ປີ 2020 ທີ່​ສືບຕໍ່​ເຂົ້າ​ເປັນ​ທະຫານ​ອາຊີບ. ໃນ​ນີ້, ຜູ້​ທີ່​ຄົບ​ມາດຖານ​ເງື່ອນໄຂ​ສືບຕໍ່​ເຂົ້າ​ເປັນ​ທະຫານ​ອາຊີບ ໂດຍ​ໄດ້​ຮັບ​ການ​ອະນຸມັດ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ຈຳນວນ 147 ສະ ຫາຍ. ໂອກາດ​ດັ່ງກ່າວ, ສະຫາຍ ພັນ​ເອກ ພິ​ດາ​ວັນ ພີມ​ເຮືອງ​ສີ ໄດ້​ກ່າວ​ສະແດງ​ຄວາມ​ຍ້ອງ​ຍໍ​ຊົມເຊີຍ​ຕໍ່​ນາຍ​ທະຫານ​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້​ນາຍ​ທະຫານ​ແຕ່​ລະ​ສະຫາຍ ຈົ່ງ​ສືບຕໍ່​ເພີ່ມ​ທະວີ​ຄວາມ​ສາມັກຄີ​ໃຫ້​ເປັນ​ປຶກ​ແຜ່ນ​ແໜ້ນໜາ, ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ​ແບບ​ວິທະຍາສາດ​ໃຫ້​ສອດຄ່ອງ​ກັບ​ໜ້າທີ່​ການເມືອງ​ຂອງ​ຕົນ, ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ມີ​ຄຸນ​ທາດ​ການເມືອງ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ເອົາໃຈໃສ່​ຄົ້ນຄວ້າ​ຊອກ​ຮູ້​ຮ່ຳຮຽນ​ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​ ຄວາມ​ສາມາດ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນ ເພື່ອ​ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່ ທີ່​ພັກ ແລະ ລັດ​ມອບ​ໝາຍ​ໃຫ້​ດ້ວຍ​ໝາກຜົນ​ສູງ. ໂດຍ: ນາງ​ນ້ອຍ ບານ​ທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ