

![]()
ຕິດຕັ້ງໝໍ້ແປງໄຟຟ້າໃຫ້ໂຮງໝໍ 10 ຕຽງ ກອງພັນໃຫຍ່ 101 ກອງພົນທີ 1
ເວລາອອກຂ່າວ: 2023-02-08 08:53:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 73 | ຄວາມນິຍົມ:
ວັນທີ 5 ກຸມພາ 2023 ນີ້, ສະຫາຍ ໄຊສົງຄາມ ວໍລະຈິດ ໄດ້ລະດົມທືນຕິດຕັ້ງໝໍ້ແປງໄຟຟ້າ 50 ກິໂລໂວນອຳແປ ແລະ ຕາ ຂ່າຍໄຟຟ້າ 22 ກິໂລໂວນ ເຂົ້າໂຮງໝໍ 10 ຕຽງ ກອງພັນໃຫຍ່ 101 ກອງພົນທີ 1, ໂດຍອີງຕາມ ທິດທາງປັບປຸງກໍ່ສ້າງກຳລັງໃຫ້ ມີຄວາມໜັກແໜ້ນເຂັ້ມແຂງຮັບ ປະກັນໃນທຸກດ້ານຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການ ແກ່ໜ້າທີ່ການເມືອງໃນສະເພາະ ໜ້າ ແລະ ຍາວນານ, ອີງຕາມ ຄວາມຈຳເປັນໃນການນຳໃຊ້ໄຟ ຟ້າບໍ່ພຽງພໍໃນການຮັບໃຊ້ໜ້າ ທີ່ວິຊາສະເພາະຂອງກົມກອງ ເປັນຕົ້ນແມ່ນການເອກສະເລ ລັງສີ ແລະ ອຸປະກອນການແພດ ຈຳນວນໜຶ່ງທີ່ບໍ່ສາມາດນຳໃຊ້ໄດ້, ຍ້ອນກົມກອງຂາດເຂີນທຶນ ຮອນ, ເຮັດໃຫ້ຂອດບໍລິການປິ່ນປົວພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າທີ່ເຂົ້າມາ ໃຊ້ບໍລິການມີຄວາມຫຍຸ້ງຍາກ. ດັ່ງນັ້ນ, ສະຫາຍ ໄຊສົງຄາມ
ວໍລະຈິດ ຈຶ່ງເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານວິຊາສະເພາະແພດໝໍທີ່ມີຄວາມຈຳເປັນ ຈຶ່ງໄດ້ລະດົມທຶນຮອນມາຊ່ວຍຕິດຕັ້ງລະບົບໝໍ້ແປງໄຟຟ້າ ແລະ ຕາຂ່າຍໄຟຟ້າເຂົ້າໂຮງໝໍ 10 ຕຽງ ກອງພັນໃຫຍ່ 101 ກອງພົນທີ 1 ໃນມູນຄ່າທັງໝົດ 134.000.000 ກວ່າກີບ.
ໂອກາດນີ້, ສະຫາຍ ພັນເອກ ບຸນຂູ້ມ ສີຄຳໄຊ ຫົວໜ້າການເມືອງກອງພັນໃຫຍ່ 101 ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ສະຫາຍ ໄຊສົງຄາມ ວໍລະຈິດ ທີ່ໄດ້ໃຫ້ການຊຸກຍູ້ຊ່ວຍເຫຼືອດ້ານງົບປະມານຕິດຕັ້ງລະ
ບົບໄຟຟ້າໝໍ້ແປງ, ຕາຂ່າຍໄຟຟ້າໃນຄັ້ງນີ້ ພ້ອມທັງອວຍພອນໃຫ້ສະຫາຍ ປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ປົກປັກຮັກສາອຸປະກອນດັ່ງກ່າວໃຫ້ນຳໃຊ້ໄດ້ຍາວນານ ແລະ ເກີດປະໂຫຍດສູງສຸດ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ