ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງ​ການເມືອງ ກອງ​ພົນ​ທີ 1 ຕ້ອນຮັບ ບ້ານ​ຮາກ​ຖານ​ແຮກສ່ຽວ​ເຂົ້າ​ອວຍພອນ
ເວລາອອກຂ່າວ: 2023-02-08 08:48:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 435 | ຄວາມນິຍົມ:



ໃນ​ວັນ​ທີ 31 ມັງກອນ 2023, ຄະນະ​ນຳ​ຫ້ອງ​ການເມືອງ ກອງພົນ​ທີ 1, ນຳ​ໂດຍ ສະຫາຍ ພັນ​ເອກ ສອນ​ໄຊ ຈັນ​ຍາ​ລາດ ຫົວ ໜ້າ​ຫ້ອງ​ການເມືອງ ໄດ້​ຕ້ອນຮັບ ອຳນາດ​ການ​ປົກຄອງ​ບ້ານ​ນາ​ມອນ ເມືອງ​ວັງ​ວຽງ ແຂວງ​ວຽງ​ຈັນ ເຂົ້າ​ອວຍ ພອນ, ນຳ​ໂດຍ ສະຫາຍ ທອງ​ດຳ ພະນິດ​ນັນ ນາຍບ້ານ ບ້ານ​ນາ​ມອນ​ໃຕ້ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ ແລະ ຂໍ່ານັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງ​ພົນ​ທີ 1 ຄົບຮອບ 38 ປີ ( 12 ກຸມພາ 1985 - 12 ກຸມພາ 2023 ). ສະຫາຍ ທອງ​ດຳ ພະນິດ​ນັນ ຕາງໜ້າ​ຄະນະ​ບ້ານ ແລະ ອົງ​ການຈັດຕັ້ງ​ຕ່າງໆ​ຂອງ​ບ້ານ ໄດ້​ກ່າວ​ຄວາມ​ຢ້ຽມຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນ, ຄວາມ​ສາມັກຄີ​ຮັກ ແພງ​ອັນ​ສະໜິດສະໜົມ ແລະ ຄຳ​ອວຍພອນ​ໄຊ​ອັນ​ປະເສີດຕໍ່ ຄະນະ​ພັກ-ຄະນະ​ບັນຊາ ຫ້ອງ​ການເມືອງ ແລະ ອົງ​ການຈັດຕັ້ງ​ຊາວ​ໜຸ່ມ, ແມ່ຍິງ ກອງ​ພົນ​ທີ 1 ຈົ່ງ​ໃຫ້​ມີ​ສຸຂະພາບ​ເຂັ້ມແຂງ, ຫ້າວຫັນ​ໝັ້ນຍືນ, ພ້ອມ​ກັນ​ເຮັດ​ໜ້າທີ່​ອັນ​ສຳຄັນ ແລະ ມີ​ກຽດ​ສະຫງ່າທີ່​ພັກ-ລັດ, ກອງທັບ, ປະຊາຊົນ​ມອບ​ໝາຍ​ໃຫ້. ໂດຍ: ໂກ​ຮັງ ພັນທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ