ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອວຍພອນ ສະຫະພັນ​ກຳມະບານ​ແຂວງ​ຫົວພັນ
ເວລາອອກຂ່າວ: 2023-02-08 08:45:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 105 | ຄວາມນິຍົມ:



ວັນ​ທີ 30 ມັງກອນ 2023, ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫົວພັນ, ນຳ​ໂດຍ ສະຫາຍ ພັນ​ໂທ ແສງ​ສະຫວັນ ແສນ​ສຸ​ທຳ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫົວພັນ ພ້ອມ​ດ້ວຍ​ຄະນະ ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ ພ້ອມ​ດ້ວຍ​ຄຳອວຍພອນ​ໄຊ​ອັນ​ປະເສີດ ອວຍພອນ ຄະນະ​ນຳ​ສະຫະພັນ​ກຳມະບານ​ແຂວງ​ຫົວພັນ ເນື່ອງ​ໃນ​ໂອກາດ​ລະນຶກ​ວັນ​ສ້າງຕັ້ງສະຫະພັນ​ກຳມະບານ​ລາວ ຄົບຮອບ 67 ປີ (1 ກຸມພາ 1956 - 1 ກຸມພາ 2023) ຢູ່​ທີ່​ຫ້ອງ​ປະຊຸມ​ສະຫະ ພັນ​ກຳມະບານ​ແຂວງ​ຫົວພັນ, ໂດຍ​ການ​ຕ້ອນຮັບ​ຂອງ​ ສະຫາຍ ແສງ​ເພັດ ບຸນ​ມີ​ໄຊ ຮອງ​ປະທານ​ສະຫະພັນ​ກຳມະບານ​ແຂວງ​ຫົວ ພັນ ພ້ອມ​ດ້ວ​ຍຄະນະ. ສະຫາຍ ພັນ​ໂທ ແສງ​ສະຫວັນ ແສນ​ສຸ​ທຳ ໄດ້​ກ່າວ​ສະແດງ​ຄຳ​ອວຍພອນ​ໄຊ​ອັນ​ປະເສີດຄະນະ​ນຳພະ​ນັກງານ​ລັດຖະກອນສະ ຫະພັນ​ກຳມະບານ​ແຂວງ​ຫົວພັນ ຈົ່ງ​ມີ​ແຕ່​ຄວາມ​ຜາ​ສຸກ, ມີ​ພາລະ​ນະ​ໄມ​ສົມ​ບຸນ, ມີ​ຜົນສຳເລັດໃນ​ໜ້າທີ່​ວຽກ​ງານ​ທຸກ​ປະການ ແລະ ພ້ອມ​ກັນສືບຕໍ່​ປະກອບສ່ວນ​ເຮັດ​ໜ້າທີ່​ປົກ​ປັກ​ຮັກສາ ແລະ ພັດທະ ນາ​ປະເທດ​ຊາດ ໃຫ້​ມີ​ຄວາມ​ຈະເລີນ​ຮຸ່ງເຮືອງ​ສີວິໄລ. ສະຫາຍ ແສງ​ເພັດ ບຸນ​ມີ​ໄຊ ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ ມາ​ຍັງຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫົວພັນ ກໍ​ຄືຄະນະ​ນຳ​ຫ້ອງ​ການ ເມືອງທີ່​ໄດ້​ສະຫຼະ​ເວລາ​ອັນ​ມີ​ຄຸນຄ່າເຫັນ​ໄດ້​ຄວາມໝາຍ​ສຳຄັນ ຂອງສະຫະພັນ​ກຳມະບານ ແລະ ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ເພື່ອ​ຕອບ​ສະໜອງ​ກັບ​ຄວາມ​ເປັນ​ຫວ່ງ​ເປັນ​ໃຍຄວາມ​ສາມັກຄີ​ຮັກແພງ​ນັ້ນ ກຳມະບານ​ຈະ​ສືບຕໍ່ປະຕິບັດ​ໜ້າທີ່​ອັນ​ມີ​ກຽດໃຫ້​ມີຜົນສຳເລັດ, ສ້າງ​ເປັນ​ຜົນງານ​ອັນ​ໃຫຍ່ຫຼວງໄວ້​ເປັນ​ເອກອ້າງ​ໃນ​ວັນ​ສຳຄັນຕ່າງໆຂອງຊາດ, ຂອງພັກໃນຕໍ່ໜ້າ, ສືບຕໍ່​ຮັດ​ແໜ້ນຄວາມ​ສາ ມັກຄີ ລະຫວ່າງ ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫົວພັນ ກັບ ສະຫະພັນ​ກຳມະບານ​ແຂວງ​ຫົວພັນ ໄວ້​ໃຫ້​ໝັ້ນຄົງ​ຕະ ຫຼອດ​ໄປ. ໂດຍ: ໄຜ່​ຄຳ ແກ້ວ​ສອນ​ພຽນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ