

![]()
ສູນກາງແນວລາວສ້າງຊາດປາຖະກະຖາວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 74 ປີ
ເວລາອອກຂ່າວ: 2023-02-08 08:44:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 21 | ຄວາມນິຍົມ:
ວັນທີ 7 ກຸມພາ 2023 ນີ້, ສູນກາງແນວລາວສ້າງຊາດໄດ້ ປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ( 20 ມັງກອນ 1949-20 ມັງກອນ 2023) ໂດຍການປາຖະກະຖາຂອງ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ທ່ານ ນາງ ສີພະຈັນ ນານ ທະວົງສາ ຮອງປະທານສູນກາງ ແນວລາວສ້າງຊາດ, ມີ ຫົວໜ້າກົມ-ຮອງກົມ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ໄດ້ຫວນຄືນມູນເຊື້ອ ປະຫວັດການກຳເນີດຂອງກອງ ທັບປະຊາຊົນລາວ, ຜົນງານ, ໄຊ ຊະນະ ແລະ ການເຕີບໃຫຍ່ຂະ ຫຍາຍຕົວໃນແຕ່ລະໄລຍະໂດຍສະເພາະໄລຍະດຳເນີນການປະ ຕິວັດຕໍ່ສູ້ປົດປ່ອຍຊາດ, ໄລຍະປະ ຕິບັດສອງໜ້າທີ່ຍຸດທະສາດປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ. 20 ມັງກອນ 1949 ຜ່ານຍ່ານທາງແຫ່ງການ ສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການ ນຳພາອັນປີຊາສາມາດສະຫຼາດສ່ອງໃສຂອງພັກປະຊາຊົນປະຕິ ວັດລາວ. ກອງທັບປະຊາຊົນປະ ຕິວັດລາວ ໄດ້ຜ່ານຜ່າອຸປະສັກນາໆ ປະການບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍການເສຍສະ ຫຼະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດ ເຮັດສຳເລັດພາລະກຳປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງ ມີໄຊ. ຕະຫຼອດໄລຍະເວລາແຫ່ງການກຳເນີດ, ສູ້ຮົບມີໄຊເຕີບໃຫຍ່ຂະຫຍາຍຕົວ 74 ປີຜ່ານມາ ກອງທັບພວກເຮົາໄດ້ເຮັດສຳເລັດພາລະກິດອັນຍິ່ງໃຫຍ່ ແລະ ສ້າງຜົນງານດີເດັ່ນ ແລະ ວິລະກຳອັນລ້ຳເລີດໄວ້ໃນໜ້າປະຫວັດສາດຢ່າງສົມກຽດ, ກອງທັບຍາມໃດກໍນຳໜ້າທຸກວຽກງານ, ເດັດດ່ຽວຜ່ານຜ່າອຸປະສັກ ເຮັດສຳເລັດໜ້າທີ່ ຕີເອົາຊະນະສັດຕູທຸກໂຕ ສົມແລ້ວທີ່ເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ ເປັນເຄື່ອງມືອັນແຫຼມຄົມຂອງພັກ ແລະ ເປັນກອງທັບວິລະຊົນຂອງຊາດລາວ. ການປາຖະກະຖາຄັ້ງ ນີ້ເພື່ອແນໃສ່ສຶກສາອົບຮົມພະນັກງານ-ລັດຖະກອນ ໄດ້ເຊື່ອມຊຶມເຂົ້າໃຈເຖິງມູນເຊື້ອນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນລາວ, ແນໃສ່ສ້າງຄວາມສາມັກຄີເປັນປຶກແຜ່ນ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາຍຂອງສັດຕູ ເພື່ອເປັນເຈົ້າການເຂົ້າຮ່ວມໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທັງເພື່ອນຳເອົາແນວທາງ ແລະ ຮ່ຳຮຽນເອົາແບບຢ່າງຄຸນສົມບັດສິນທຳປະຕິວັດຄຸນງາມຄວາມດີ ບັນດາຜູ້ນຳຮຸ່ນກ່ອນມາໝູນໃຊ້ເຂົ້າໃນຊີວິດ ແລະ ໜ້າທີ່ວຽກງານຂອງຕົນ ໃຫ້ໄດ້ຮັບປະສິດທິພາບສູງ.
ໂດຍ: ອານຸສອນ ສິມວົງສາ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ