

![]()
ກອງຮ້ອຍປ້ອງກັນທີ່ຕັ້ງ ທະຫານແຂວງຫຼວງພະບາງ ເຜີຍແຜ່ເຊື່ອມຊຶມເອກະສານຄຳສັ່ງແນະນຳ
ເວລາອອກຂ່າວ: 2023-02-08 08:44:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 50 | ຄວາມນິຍົມ:
ວັນທີ 30 ມັງກອນ 2023, ກອງຮ້ອຍປ້ອງກັນທີ່ຕັ້ງ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານຄຳສັ່ງແນະນຳ
ຂອງກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານ ແລະ ເຜີຍແຜ່ເນື້ອໃນເອກະສານຂອງ ສະຫາຍ ພັນໂທ ບຸນທັນ ສິລິປັນ ຍາ ຫົວໜ້າການເມືອງ ກອງຮ້ອຍປ້ອງກັນທີ່ຕັ້ງ, ມີຄະນະພັກ-ຄະ ນະບັນຊາ ແລະ ພະນັກງານ-ນັກ ຮົບ ເຂົ້າຮ່ວມ.
ສະຫາຍ ສະຫາຍ ພັນໂທ ບຸນທັນ ສິລິປັນຍາ ໄດ້ເຜີຍແຜ່ເຊື່ອມຊຶມເອກະ ສານຄຳສັ່ງແນະນຳຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການຈັດຕັ້ງເປີດຂະ
ບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ໂຄສະນາ-ປາຖະກະຖາວັນປະຫວັດສາດສຳຄັນ ຂອງຊາດ ປະຈຳປີ 2023 ເພື່ອເປັນການສຶກສາອົບຮົມໃຫ້ນາຍ ແລະ ພົນທະຫານ ໃຫ້ມີສະຕິຮັກຊາດ, ຍົກສູງຄວາມເປັນເຈົ້າຕົນເອງ, ມີນ້ຳໃຈປະຢັດມັດທະຍັດ, ດຸໝັ່ນໃນການຄົ້ນຄວ້າຮໍ່າຮຽນ, ມີຄຸນສົມບັດສິນທຳປະຕິວັດ, ມີລະບຽບວິໄນເຂັ້ມງວດ, ມີຄວາມເປັນແບບຢ່າງນຳໜ້າ ແລະ ເສຍສະຫຼະເພື່ອຊາດ ເພື່ອປະຊາຊົນ ເສີມຂະຫຍາຍທາດແທ້ຂອງກອງທັບ, ເປັນກຳລັງແຮງສັງລວມໃຫ້ກົມກອງລວມໝູ່, ປຸກລະດົມ ຂະບວນການໃຫ້ມີບັນຍາກາດຟົດຟື້ນຕໍ່ເນື່ອງ. ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ພັກ ແລະ ລັດ ມອບໝາຍໃຫ້.
ໂດຍ: ສົມນຶກ ກົມມະໂນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ