

![]()
ກອງພົນທີ 3 ຜ່ານແຜນການຫັດແອບ ຊ້ອມຮົບບັນຊາ 2 ຂັ້ນຝ່າຍດຽວເທິງແຜນທີ່
ເວລາອອກຂ່າວ: 2023-02-08 08:32:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6 | ຄວາມນິຍົມ:
ໃນວັນທີ 7 ກຸມພາ 2023 ນີ້, ກອງພົນທີ 3 ຜ່ານແຜນການຈັດຕັ້ງຫັດແອບຊ້ອມຮົບບັນຊາ 2 ຂັ້ນຝ່າຍດຽວເທິງແຜນທີ່ ແລະ ປະສານສຽງແຕກຍິງລູກປືນແທ້ຈັ້ງທ່າ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ຫົວໜ້າການທະຫານກອງພົນທີ 3, ມີ ສະຫາຍ ພັນເອກ ສໍຍັນ ລໍອິນສອນ ຫົວໜ້າການເມືອງກອງພົນ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ສາຍທອງ ປີຊາຈັນ ຫົວໜ້າຫ້ອງເສນາທິການກອງພົນທີ 3 ໄດ້ຂຶ້ນຜ່ານແຜນການຈັດຕັ້ງຫັດແອບຊ້ອມຮົບບັນຊາ 2 ຂັ້ນຝ່າຍດ່ຽວເທິງແຜນທີ່ ແລະ ປະສານສຽງແຕກຍິງລູກປືນແທ້ຈັ້ງທ່າໂດຍປະຕິບັດຕາມຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບວ່າດ້ວຍການຊ້ອມຮົບອົງການ 2 ຂັ້ນຝ່າຍດ່ຽວ ໃນການປັບປຸງລະບຽບແບບແຜນ, ເຝິກຝົນຫຼໍ່ຫຼອມກຳລັງແຮງກາຍ ແລະ ກຳນົດເນື້ອໃນວິທີຈັດຕັ້ງ ອົມຮົມ-ຫັດແອບສິນລະປະຍຸດ-ຍຸດທະວິທີຂັ້ນພື້ນຖານຂອງທະ ຫານຮາບໃຫ້ເຕີບໃຫຍ່ເຂັ້ມແຂງຮອບດ້ານຕາມແບບແຜນສ້າງກອງທັບປະຕິວັດມີແບບແຜນທັນສະໄໝ. ໃນນີ້ມີບົດຕີສັດຕູທະລຸເຂົ້າໜ້າສະໜາມຈັດທ່າ, ຕີສັດຕູໂຍດພົນກາງອາກາດ, ທິດຈັ້ງທ່າ ຈຸດໜັກ, ທິດຈັ້ງທ່າສຳຄັນ, ທິດຈັ້ງທ່າສົມທົບ, ຂອບເຂດຈັ້ງທ່າໜັກ, ຂອບເຂດຈັ້ງທ່າສຳຄັນ, ຂອບເຂດຈັ້ງທ່າສົມທົບ, ຕີສັດຕູເຂົ້າໜ້າສະໜາມຈັ້ງທ່າ, ຕີສັດຕູໂຍດພົນທາງອາກາດ, ສັດຕູຕີສຽບຂ້າງ, ຕີສັດຕູກອບກູ້ຊ່ວຍໜູນ, ຕີຕ້ານ ແລະ ສະກັດກັ້ນການກໍ່ກະບົດລຸຮື້ຂຶ້ນ, ຈຸດທີ່ໝາຍຕ້ອງຮັກສາແໜ້ນ, ຈຸດຈັດທ່າໜັກ, ຈຸດທີ່ໝາຍຈັ້ງທ່າສຳຄັນ.
ພ້ອມນັ້ນຍັງໄດ້ຜ່ານຂໍ້ຕົກ ລົງຂອງກອງພົນທີ 3 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳລວມ, ອານຸກຳມະການຮັບຜິດຊອບເນື້ອໃນ ແລະ ພາກສ່ວນຮັບປະກັນຫັດແອບ ຊ້ອມຮົບປ້ອງກັນບໍລິເວນ ຈຸດສຳຄັນທີ່ກົມກອງຮັບຜິດຊອບອີກດ້ວຍ ທັງນີ້ກໍເພື່ອເປັນການບຳລຸງຍົກລະດັບທາງດ້ານທິດສະດີ,ຫຼັກການບັນຊາສູ້ຮົບແລະ ພາກປະຕິບັດຕົວຈິງໃຫ້ມີຄວາມຮັບປະກັນຕື່ມອີກ.
ໂດຍ: ເທບພະກອນ ລັດຕະນະສັກ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ