ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ​ໃຫຍ່ 702 ຈັດ​ຕັ້ງ​ຍິງ​ເປົ້າໝາຍດ້ວຍ ລູກປືນ​ແທ້
ເວລາອອກຂ່າວ: 2023-02-08 08:28:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 175 | ຄວາມນິຍົມ:



ວັນ​ທີ 6 ກຸມພາ 2023 ນີ້, ກອງພັນ​ໃຫຍ່ 702 ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນ​ແທ້​ ປະຈຳ​ປີ 2022 ໂດຍ​ການ​ເປັນ​ປະທານຂອງ ​ສະຫາຍ ພັນ​ເອກ ສີວິໄລ​ພົງ ເພົ້າ​ວິໄລ ຫົວໜ້າ​ການເມືອງ​ກອງພັນ​ໃຫຍ່ 702, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກ ຮົບ​ເຂົ້າ​ຮ່ວມ. ປະຕິບັດ​ຕາມ​ແຜນການອົບຮົມ-ຫັດ​ແອບ​ປະຈຳ​ປີ 2022 ຂອງ​ກົມ​ອົບຮົມ ກົມໃຫຍ່ເສນາ​ທິ​ການ​ກອງທັບ ​ກໍຄື​ແຜນການ​ຂອງ​ກົມ​ກອງ​ໃຫ້​ບັນດາ​ພະແນກ ການ, ກົມ​ກອງ​ທີ່​ຂື້ນ​ກັບ​ຈັດຕັ້ງ ​ອົບຮົມ-ຫັດ​ແອບ​ຍິງ​ລູກປືນແທ້ແນໃສ່​ສ້າງ​ຄວາມ​ຊຳນິ​ຊຳນານ​ໃນ​ການ​ນຳ​ໃຊ້​ອາວຸດ​ຍຸດ​ໂທ​ປະກອນ​ປະກອບສ່ວນ​ສຳຄັນ​ເຂົ້າ​ ໃນ​ການ​ປົກ​ປັກ​ຮັກສາ​ຮັບປະກັນ​ເຮັດ​ໃຫ້​ ສະພາບ​ມີ​ຄວາມ​ສະຫງົບ.ໃນ​ນີ້​ ມີ​ສອງຊະນິດ​ປືນ​ທີ່ນຳມາຈັດ​ຕັ້ງຍິງ​ລູກປືນ​ແທ້​ຄື: ປືນ AKM ໄລຍະ 100 ແມັດ​ເປົ້າ​ໝາຍ​ຄົງ​ທີ່, ປືນ K54,K59 ໄລຍະ 25 ແມັດ ເປົ້າ​ໝາຍ​ຄົງ​ທີ່​ຜ່ານ​ການ ຈັດຕັ້ງ​ປະຕິບັດ​ສາມາດ​ຮັບປະກັນ​ຄວາມ​ປອດ​ໄພ 100% ແລະ​ ມີ​ຄຸນນະພາບ​ກວມ​ອັດຕາ​ສ່ວນ​ສູງ​ແຕ່​ລະ​ປະເພດ​ຊະນິດ​ປືນ.ໂອກາດ​ນີ້, ສະຫາຍ ປະທານ​ໄດ້ເນັ້ນໜັກ ໃຫ້ຜູ້ເຂົ້າ​ຮ່ວມ​ອົບຮົມ-ຫັດແອບ​ຈົ່ງ​ພ້ອມ​ກັນ​ເອົາໃຈໃສ່​ປະຕິບັດ​ ຕາມ​ແຜນການ​ຢ່າງ​ເຂັ້ມ​ງວດ, ຮັບປະກັນ​ໄດ້​ການ​ອົບຮົມ-ຫັດ​ແອບ​ມີ​ປະສິດທິພາບ​ໜາກຜົນສູງ ແລະ ຕ້ອງ​ຍົກ​ສູງ​ຄວາມ​ຮັບຜິດ ຊອບ​ຕໍ່ໜ້າ​ທີ່ ທີ່​ໄດ້​ຮັບ​ການ​ມອບ​ໝາຍ, ສຸມ​ທຸກ​ກຳລັງ​ແຮງ​ຂອງ​ຕົນ​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ກົມ​ກອງ​ໃຫ້​ມີ​ລະບຽບ​ແບບແຜນ​ກໍ​ຄື​ການ​ປະຕິບັດ​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ​ໃຫ້​ເຂັ້ມ​ງວດ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປັບປຸງກໍ່ສ້າງ ​ກອງທັບ​ໃຫ້​ມີ​ຄວາມ​ເຕີບ​ໃຫຍ່​ຂະຫຍາຍຕົວ​ແລະ​ນຳ​ເອົາ​ບົດ ຮຽນ​ພຶດຕິ​ກຳ​ຕົວ​ຈິງ​ໃນ​ການຈັດ ຕັ້ງ​ອົບຮົມ-ຫັດ​ແອບ​ໃນ​ຄັ້ງ​ນີ້​ໜູນ​ໃຊ້​ເຂົ້າ​ໃນ​ໜ້າທີ່​ການເມືອງ​ຂອງ​ຕົນ​ເຮັດ​ໃຫ້​ກົມ​ກອງ​ນັບ​ມື້​ເຕີບ​ໃຫຍ່​ເຂັ້ມແຂງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ຄຳ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ