

![]()
ກອງພັນໃຫຍ່ 702 ຈັດຕັ້ງຍິງເປົ້າໝາຍດ້ວຍ ລູກປືນແທ້
ເວລາອອກຂ່າວ: 2023-02-08 08:28:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ:
ວັນທີ 6 ກຸມພາ 2023 ນີ້, ກອງພັນໃຫຍ່ 702 ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2022 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສີວິໄລພົງ ເພົ້າວິໄລ ຫົວໜ້າການເມືອງກອງພັນໃຫຍ່ 702, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກ ຮົບເຂົ້າຮ່ວມ.
ປະຕິບັດຕາມແຜນການອົບຮົມ-ຫັດແອບປະຈຳປີ 2022 ຂອງກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ກໍຄືແຜນການຂອງກົມກອງໃຫ້ບັນດາພະແນກ ການ, ກົມກອງທີ່ຂື້ນກັບຈັດຕັ້ງ ອົບຮົມ-ຫັດແອບຍິງລູກປືນແທ້ແນໃສ່ສ້າງຄວາມຊຳນິຊຳນານໃນການນຳໃຊ້ອາວຸດຍຸດໂທປະກອນປະກອບສ່ວນສຳຄັນເຂົ້າ ໃນການປົກປັກຮັກສາຮັບປະກັນເຮັດໃຫ້ ສະພາບມີຄວາມສະຫງົບ.ໃນນີ້ ມີສອງຊະນິດປືນທີ່ນຳມາຈັດຕັ້ງຍິງລູກປືນແທ້ຄື: ປືນ AKM ໄລຍະ 100 ແມັດເປົ້າໝາຍຄົງທີ່, ປືນ K54,K59 ໄລຍະ 25 ແມັດ ເປົ້າໝາຍຄົງທີ່ຜ່ານການ ຈັດຕັ້ງປະຕິບັດສາມາດຮັບປະກັນຄວາມປອດໄພ 100% ແລະ ມີຄຸນນະພາບກວມອັດຕາສ່ວນສູງແຕ່ລະປະເພດຊະນິດປືນ.ໂອກາດນີ້, ສະຫາຍ ປະທານໄດ້ເນັ້ນໜັກ ໃຫ້ຜູ້ເຂົ້າຮ່ວມອົບຮົມ-ຫັດແອບຈົ່ງພ້ອມກັນເອົາໃຈໃສ່ປະຕິບັດ ຕາມແຜນການຢ່າງເຂັ້ມງວດ, ຮັບປະກັນໄດ້ການອົບຮົມ-ຫັດແອບມີປະສິດທິພາບໜາກຜົນສູງ ແລະ ຕ້ອງຍົກສູງຄວາມຮັບຜິດ ຊອບຕໍ່ໜ້າທີ່ ທີ່ໄດ້ຮັບການມອບໝາຍ, ສຸມທຸກກຳລັງແຮງຂອງຕົນປະກອບສ່ວນເຂົ້າໃນການປັບປຸງກົມກອງໃຫ້ມີລະບຽບແບບແຜນກໍຄືການປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງກໍ່ສ້າງ ກອງທັບໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວແລະນຳເອົາບົດ ຮຽນພຶດຕິກຳຕົວຈິງໃນການຈັດ ຕັ້ງອົບຮົມ-ຫັດແອບໃນຄັ້ງນີ້ໜູນໃຊ້ເຂົ້າໃນໜ້າທີ່ການເມືອງຂອງຕົນເຮັດໃຫ້ກົມກອງນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ຄຳພອນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ