

![]()
ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດ ດຳລັດ 414 ຂອງລັດຖະບານ ປະຈຳປີ 2022
ເວລາອອກຂ່າວ: 2023-02-07 09:10:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 12 | ຄວາມນິຍົມ:
ກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດດຳລັດ 414 ລັດຖະບານປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຢູ່ແຂວງໄຊສົມບູນໃນວັນທີ 6 ກຸມພາ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ຜູ້ຊີ້ນຳແຂວງໄຊສົມ ບູນ, ມີ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນກຳມະການ ສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫ້ອງວ່າການລັດຖະບານ, ມີສະຫາຍຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ, ຄະນະຮັບຜິດຊອບ, ພະແນກການ, ຕະຫຼອດຮອດ ອະນຸກຳມະການ ແລະ ບັນດາຫົວໜ່ວຍທຸລະກິດ ເຂົ້າຮ່ວມ.
ສະຫາຍ ຜອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງ ແຂວງໄຊສົມບູນ ໄດ້ຜ່ານບົດສະຫຼຸບຜົນການຈັດຕັ້ງປະຕິບັດຕາມດຳລັດ ເລກທີ 414 ຂອງລັດຖະບານ ໃນແຕ່ລະດ້ານເປັນຕົ້ນແມ່ນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ຊີ້ນຳຢ່າງແຂງແຮງຕໍ່ຂົງເຂດວຽກງານ ປກຊ-ປກສ ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງປະຈຳ 12 ບ້ານຈຸດສຸມ, ປັບປຸງວຽກງານຕາໜ່າງ ປກຊ-ປກສ ຢູ່ຂັ້ນຮາກຖານ ໄປພ້ອມກັບການປຸກລະດົມປະຊາຊົນບັນດາເຜົ່າເຂົ້າຮ່ວມການຈັດຕັ້ງປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານ, ສ້າງບ້ານປ້ອງກັນຊາດເຂັ້ມແຂງ 16 ບ້ານ, ບ້ານປ້ອງກັນຄວາມສະຫງົບ 8 ບ້ານ. ນອກນັ້ນ, ຍັງສຸມໃສ່ຈັດຕັ້ງວາລະແຫ່ງຊາດຂອງພັກ ແລະ ລັດຖະບານວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການລັກລອບຂຸດຄົ້ນແຮ່ທາດ, ຕັດໄມ້ທຳລາຍປ່າ, ປ້ອງກັນເປົ້າໝາຍຍຸດທະສາດສຳຄັນຕ່າງໆໃຫ້ມີຄວາມສະຫງົບໂດຍພື້ນຖານ.
ໄປຄຽງຄູ່ກັນນັ້ນກໍ່ຍັງຊຸກຍູ້ສົ່ງເສີມ ແລະ ດຶງດູດນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ, ຜູ້ປະກອບການທີ່ມີຄຸນນະພາບເຂົ້າມາລົງທຶນ ແລະ ພັດທະນາ ຢູ່ແຂວງໄຊສົມບູນ ໃຫ້ມີລະດັບ ການພັດທະນາເສດຖະກິດ-ສັງຄົມທຽບທັນກັບບັນດາແຂວງອື່ນໆ ແລະ ໄດ້ເຊັນສັນຍາສຳປະທານພັດທະນາໂຄງການ(MOU) ທັງໝົດ 18 ໂຄງການມູນຄ່າ 50.789.201 ໂດລາ ສະຫະລັດ, ຂັ້ນສູນກາງຄຸ້ມຄອງ 34 ໂຄງການ, ຂັ້ນແຂວງຄຸ້ມຄອງ 62 ໂຄງການມູນຄ່າການລົງທືນ 175 ຕື້ກີບ ແລະ 571 ລ້ານໂດລາສະຫະລັດ, ຂະແໜງກະສິກຳໄດ້ມີໂຮງງານຜະລິດເສັ້ນລ້ອນມັນສາຄູ, ໂຮງານປຸງແຕ່ງຜະລິດຕະພັນກະສິກຳພຶດເປັນຢາ, ສູນບໍລິການເຕັກນິກກະສິກຳ-ປ່າໄມ້ສອງແຫ່ງ, ກຸ່ມປູກຝັງລ້ຽງສັດ 96 ກຸ່ມ.ໃນນີ້, ກຸ່ມລ້ຽງງົວ 58 ກຸ່ມ, ລ້ຽງໝູ 1 ກຸ່ມ, ພືດພັກ 14 ກຸ່ມ. ຂະແໜງການທ່ອງທ່ຽວມີທັງໝົດ 73 ແຫ່ງ, ທາງທຳມະຊາດ 57 ແຫ່ງ, ປະຫວັດສາດ 10 ແຫ່ງ, ວັດທະນະທຳ 6 ແຫ່ງ, ຂະແໜງພະລັງງານ ແລະ ບໍ່ແຮ່ໄດ້ສຳຫຼວດ ແລະ ສືກສາທັງໝົດ 12 ໂຄງການ, ໄຟຟ້າ 3 ໂຄງການ, ກຳລັງດຳເນີນກໍ່ສ້າງ 7 ໂຄງການ, ຂັ້ນຕອນສືກສາສຳຫຼວດ 2 ໂຄງການ, ຂະແໜງເຊື່ອມຈອດ-ເຊື່ອມໂຍງ ໄດ້ຍົກລະດັບເສັ້ນທາງປູຢາງສອງຊັ້ນ, ເສັ້ນທາງຫຼວງແຫ່ງຊາດ 5 B ເຊື່ອມຈອດໃສ່ເສັ້ນທາງຫຼວງແຫ່ງຊາດ 13 ເໜືອ, ຍົກລະດັບເສັ້ນທາງປູແຮ່ໃຫ້ມີຄວາມສະດວກໃນການສັນຈອນ.
ໃນປີຜ່ານມາແຂວງມີລາຍຮັບທັງໝົດ 412.46 ຕື້ກີບ ເທົ່າກັບ 88,57% ຂອງແຜນການ.
ນອກນັ້ນ, ກໍຕ້ອງຄຸ້ມຄອງດ້ານງົບປະມານ, ການເງິນລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ກົມກຽວສອດຄ່ອງໃນການແກ້ໄຂຄວາມທຸກຍາກສ້າງພື້ນຖານເສດ
ຖະກິດ-ສັງຄົມໃຫ້ໝັ້ນທ່ຽງເປັນມິດກັບສິ່ງແວດລ້ອມຕາມທິດສີ ຂຽວ ແລະ ຍືນຍົງ, ຍົກສູງປະສິດທິພາບຂອງການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍໃຫ້ມີປະສິດທິພາບໃນການບໍລິ ຫານຂັ້ນທ້ອງຖິ່ນ, ສ້າງສະພາບ ແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການພັດທະນາຢ່າງຍຸຕິທຳ ແລະ ທົ່ວເຖິງທັງຮັບປະກັນສິດເປັນ ເຈົ້າຂອງປະຊາຊົນບັນດາເຜົ່າ ຕາມລັດຖະທຳມະນູນ ແລະ ກົດໝາຍ ຕີຖອຍແນວຄິດຄອງເດີມ ໃຫ້ໝົດໄປ.
ຂະແໜງການເງິນໄດ້ເກັບລາຍຮັບເຂົ້າງົບປະມານຂອງແຂວງຕາມຄາດໝາຍສູ້ ຊົນຢ່າງຮັດກຸມ ແລະ ສອດຄ່ອງ, ອຸດຕັນຈຸດທີ່ຮົ່ວໄຫຼເຂົ້າ-ອອກປະຕູດຽວ, ຂົງ
ເຂດວຽກງານວັດທະນະທຳ-ສັງຄົມ ມີໂຮງຮຽນປະຖົມສົມບູນ, ໂຮງໝໍແຂວງ, ເມືອງ, ສຸກສາລາ, ເຮັດໃຫ້ປະຊາຊົນເຂົ້າເຖິງການບໍລິການ, ຂະແໜງການພະລັງງານ ແລະ ບໍ່ແຮ່ໄດ້ປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ກໍຄື ຂະແໜງການທີ່ກ່ຽວຂ້ອງສາມາດດຶງດູດນັກລົງທຶນທັງ ພາຍໃນ ແລະ ຕ່າງປະເທດນັບ ມື້ນັບຫຼາຍຂຶ້ນ, ວຽກງານການ ພົວພັນຮ່ວມມືກັບຕ່າງປະເທດ ໄດ້ປະຕິບັດຕາມແນວທາງນະໂຍບາຍການຕ່າງປະເທດຂອງພັກ ໂດຍສະເພາະແມ່ນປະເທດເພື່ອນມິດດ້ານຍຸດທະສາດໃຫ້ນັບມື້ນັບຫຼາຍຂຶ້ນບົນພື້ນຖານຕ້ອງມີຄຸນະພາບ.
ຈາກນັ້ນ, ສະຫາຍ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍ ການຍຸບເລີກຄະນະຊີ້ນຳພັດທະນາຈຸດສຸມເຂດໃຈກາງ ສະບັບເລກທີ 05/ກມສພ ມອບໃຫ້ແຂວງຮັບຜິດຊອບ. ຈາກນັ້ນ, ຄະນະຊີ້ນຳນັບແຕ່ຂັ້ນສູນກາງແລະ ທ້ອງຖິ່ນຕະຫຼອດບັນດາຫົວໜ່ວຍທຸລະກິດແຕ່ລະພາກສ່ວນຢ່າງກົງໄປກົງມາມີຈຸດສຸມ ແລະມີຄວາມຮັບຜິດຊອບສູງ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເນັ້ນໃຫ້ແຕ່ລະຂະແໜງການ ແລະ ທ້ອງຖິ່ນ ຕະຫຼອດຮອດຫົວໜ່ວຍທຸລະກິດ ຈົ່ງພ້ອມກັນສຸມເຫື່ອແຮງ, ສະຕິປັນຍາເຂົ້າໃນການບໍລິຫານຄຸ້ມຄອງແຜນພັດທະນາແຕ່ລະໜ້າວຽກງານໃຫ້ດຳເນີນໄປຖືກຕ້ອງ ຕາມທິດນຳທີ່ຄະນະຊີ້ນຳກຳນົດໂດຍຖືເອົາແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກວາງອອກເປັນຫນ້າທີ່ຂອງໝົດທຸກຄົນ, ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ໜູນໜິບການພັດທະນາເສດຖະກິດເປັນໃຈກາງ ໄປຄວບຄູ່ກັບການຍາດແຍ່ງເອົາການລົງທຶນຈາກພາຍໃນ ແລະ ຕ່າງປະເທດໃຫ້ນັບມື້ຫຼາຍຂຶ້ນ, ຂົງເຂດວຽກງານຄົມມະນາຄົມຂົນສົ່ງ, ການສຶກສາ, ສາທາລະນະສຸກ, ຍຸຕິທຳ, ການເງິນ, ການທ່ອງທ່ຽວ, ກະສິກຳສົ່ງເສີມການຜະລິດ ແລະ ຂົງເຂດອື່ນ, ຂະແໜງການທີ່ກ່ຽວຂ້ອງຕ້ອງເປັນເສນາທິການໃຫ້ຂັ້ນເທິງກໍຄືອຳນາດການປົກຄອງທ້ອງຖິ່ນແຂວງໃນ ການປະກອບສ່ວນພັດທະນາ ເສດຖະກິດເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຮັ່ງມີ ແລະ ສີວິໄລຢ່າງແທ້ຈິງ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ແຕ່ລະສະຫາຍຕ້ອງໄດ້ ບຸກບືນສູ້ຊົນແລະຍົກສູງຄວາມ ເປັນເຈົ້າຕົນເອງໃຫ້ຫຼາຍຂຶ້ນ, ຍຶດໝັ້ນການພັດທະນາແບບສີຂຽວ ແລະ ຍືນຍົງຖືເອົາການພັດທະນາເສດຖະກິດເປັນໃຈກາງເອົາສິ່ງແວດລ້ອມເປັນສຳຄັນຮັບປະກັນ 3 ຜົນປະໂຫຍດຄື: ປະຊາຊົນ, ປະເທດຊາດ ແລະ ຜູ້ລົງທຶນຢ່າງກົມກຽວ, ໄປຄຽງຄູ່ກັບການເພີ່ມທະວີຄວາມສາມັກຄີພາຍໃນເປັນປຶກແຜ່ນແໜ້ນໜາ ເຊີດຊູນໍ້າໃຈຮັກຊາດຮັກລະບອບໃໝ່ເປັນເຈົ້າຕົນເອງພັດທະນາແຂວງໄຊສົມບູນ ໃຫ້ກ້າວຂຶ້ນສູ່ຈຸດໝາຍທີ່ພັກວາງ
ອອກ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ