ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຄື່ອນ​ໄຫວ​ຊຸກຍູ້​ໃຫ້​ກຳລັງ​ໃຈ​ ພະນັກງານ-ນັກຮົບ ຢູ່​ກົມ​ກອງ​ຫ່າງ​ໄກ
ເວລາອອກຂ່າວ: 2023-02-07 09:03:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 49 | ຄວາມນິຍົມ:



ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ ປະຊາຊົນ​ລາວ ຄົບຮອບ 74 ປີ ແລະ ວັນ​ສ້າງຕັ້ງ​ ກອງ​ພົນ​ທີ 1 ຄົບຮອບ 38 ປີ (12 ກຸມພາ1995-12 ກຸມພາ 2020), ສະຫາຍ ພັນ​ເອກ ວົງ​ຈັນ ພັນ​ຈັນທະ​ມານ ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ ກອງ​ພົນ​ທີ 1 ພ້ອມ​ດ້ວຍ​ຄະນະ ໄດ້​ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ​ພົບ​ປະ​ໂອ້​ລົມ ພະນັກງານ-ນັກຮົບ ກອງພັນ 596, ກອງພັນ 595 ແລະ ກອງພັນ 468 ເພື່ອ​ເປັນ​ການ​ຊຸກຍູ້​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ​ຕັ້ງ​ໜ້າ​ປະຕິ ບັດ​ໜ້າທີ່​ປ້ອງ​ກັນ​ຊາດ ທີ່​ພັກ-ລັດ​ມອບ​ໝາຍ​ໃຫ້. ສະຫາຍຫົວໜ້າ​ການເມືອງ​ກອງ​ພົນ​ທີ 1 ໄດ້​ເຄື່ອນ​ໄຫວ​ພົບ​ປະ​ໂອ້​ລົມ ແລະ ຊີ້​ນຳ​ບັນດາ​ວຽກ​ສຳຄັນ ໃຫ້​ພະນັກງານ-ນັກຮົບ ກົມ​ກອງ​ຕັ້ງ​ທັບ​ຢູ່​ຫ່າງ​ໄກ ໄດ້​ຮັບ​ ຮູ້, ເຂົ້າໃຈ​ແຈ້ງ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ, ໜ້າທີ່​ການເມືອງ​ຂອງ​ກົມ​ກອງ ກໍຄື​ໜ້າທີ່​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ເອງ; ເຊິ່ງ ສະຫາຍ ໄດ້​ຍົກ​ໃຫ້​ເຫັນ​ສະພາບ​ການ​ທີ່​ພົ້ນ​ເດັ່ນ ເປັນຕົ້ນ​ແມ່ນ​ສະພາບ​ການ​ຂອງ​ໂລກ, ພາກ​ພື້ນ, ພາຍ​ໃນ​ປະເທດ ແລະ ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບ ເຊິ່ງ​ມີ​ຫຼາຍ​ເຫດການ​ທີ່​ເອື້ອ​ອຳນວຍ ແລະ ມີ​ທັງ​ກາລະ​ໂອກາດ, ສິ່ງ​ທ້າ​ທາຍ​ທົດ​ສອບ​ຫຼາຍ​ປະການທີ່​ເປັນ​ການ​ກະທົບ​ຕໍ່​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ເວົ້າ​ລວມ, ເວົ້າ​ສະເພາະ​ແມ່ນ ການ​ສ້າງສາ​ພັດທະນາ​ກົມ​ກອງ ແລະ ການ​ປັບປຸງ​ກໍ່ສ້າງ​ກຳລັງ; ພ້ອມ​ນີ້, ສະຫາຍ ໄດ້​ກ່າວ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ​ທີ່​ຄະນະ​ພັກ-ຄະນະ​ບັນຊາ ແລະ ພະນັກງານ-ນັກຮົບ ແຕ່​ລະ​ກົມ​ກອງ​ສ້າງ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ເຊິ່ງ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາໃຈໃສ່​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ຕົນ​ດ້ວຍ​ຄວາມ​ຮັບຜິດຊອບຂອງ​ແຕ່​ລະ​ພາກສ່ວນ ແລະ ກ່າວ​ວ່າ: ກຳລັງ​ປະກອບ​ອາວຸດ ກໍຄື​ກົມ​ກອງ​ທະຫານ​ ເປັນ​ກອງ​ກຳລັງ​ແກ່ນສານ​ທີ່​ສຳຄັນ, ເປັນ​ອາວຸດ​ທີ່​ແຫຼມ​ຄົມ​ຂອງ​ພັກ-ລັດ ເຮັດ​ໜ້າທີ່​ຮັບປະກັນ​ໃນ​ການ​ກຽມພ້ອມ​ສູ້​ຮົບ, ເຄື່ອນ​ໄຫວ​ສູ້​ຮົບ ແລະ ແກ້​ໄຂ​ສະພາບ​ຄວາມ​ບໍ່​ສະຫງົບ​ຢູ່​ໃນ​ຂອບ​ເຂດ​ກອງ​ພົນ​ຮັບຜິດຊອບໃຫ້​ມີ​ຄວາມ​ສະຫງົບ, ຮັບປະກັນ​ໄດ້​ຄວາມ​ປອດ​ໄພ ແລະ ໄປ​ຄຽງ​ຄູ່​ກັບ 2 ໜ້າທີ່​ຍຸດ​ທະ​ສາດ​ຂອງ​ພັກ​ຄື: ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ໃຫ້​ເຂັ້ມແຂງ​ໜັກ​ແໜ້ນ ແລະ ຈະເລີນ​ກ້າວໜ້າ. ນອກ​ນັ້ນ, ເພື່ອ​ຕອບ​ສະໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ການເມືອງ​ໃນ​ໄລຍະ​ໃໝ່ ພະນັກງານ-ນັບ​ຮົບ​ປະຕິວັດຕ້ອງ​ເພີ່ມ​ທະວີ​ເປັນ​ເຈົ້າ​ການ​ຊີ້​ນຳ-ນໍາ​ພາ, ເປັນ​ແບບຢ່າງ​ໃນ​ທຸກ​ຂົງເຂດ​ວຽກ​ງານ; ມີ​ຫຼັກ​ການ​ລວມ​ສູນ​ປະຊາ ທິປະໄຕ, ເຮັດ​ວຽກ​ເປັນ​ໝູ່​ຄະ ນະ, ແບ່ງ​​ໃຫ້​ບຸກຄົນ​ຮັບຜິດຊອບ ແລະ ແທດ​ເຖິງ​ທຸກ​ໜ້າ​ທີ​່ວຽກ​ງານ; ອອກແຮງ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ-ພັດທະນາ​ຊົນນະບົດ​ຮອບດ້ານ ຕາມ​ທິດ​ຊີ້​ນຳ​ຂອງ​ພັກ; ສືບຕໍ່​ຈັດ​ຕັ້ງ​ອົບຮົມ-ຫັດ​ແອບ ສິລະ​ປະຍຸດ-ຍຸດ​ທະວິທີ ແລະ ວິຊາ​ສະເພາະ ໃຫ້​ເປັນ​ປົກກະຕິ; ສືບຕໍ່​ປັບປຸງ​ກໍ່ສ້າງ​ກຳລັງ ໂດຍ​ການ​ເພີ່ມ​ທະວີ​ການ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ພະນັກງານ-ນັກຮົບ ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ລະບຽບ​ວິໄນ​ເຂັ້ມ​ງວດ, ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ ແລະ ການຈັດຕັ້ງ​ຂັ້ນ​ເທິງ; ຍູ້​ແຮງ​ຂະ​ບວນ​ການ​ປູກຝັງ-ລ້ຽງສັດ ເພື່ອ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ກົມ​ກອງ; ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ເພື່ອ​ເກັບ​ກຳ​ສະພາບ​ການ​ຕ່າງໆ ແລະ ພົວພັນ​ບັນດາ​ບໍລິສັດ-ຫ້າງ​ຮ້ານ ເພື່ອ​ຍາດ​ແຍ່ງ​ເອົາ​ການ​ຊ່ວຍເຫຼືອ​ມາ​ພັດ ທະນາ​ກົມ​ກອງ; ຕັ້ງໜ້າ​ຜັນ​ຂະຫຍາຍ​ເນື້ອ​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XI ຂອງ​ພັກ, ມະຕິ​ ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ V ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ; ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VI ຂອງ​ຄະນະ​ພັກ ກອງ​ພົນ​ທີ 1 ກໍ​ຄື​ມະຕິ​ ວ່າ​ດ້ວຍ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່ຄະນະພັກກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ຕິດ​ພັນ​ກັບ​ຂະ​ບວນ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ; ກອງ 3 ປອດ; ກອງ​ວັດທະນະທຳ ແລະ ນັກຮົບ​ວັດທະນະທຳ ແລະ ຂະ​ບວນ​ການ​ອື່ນໆ ເພື່ອ​ເປັນ​ການ​ປະກອບສ່ວນ​ສ້າງ​ຂະ​ບວນ​ການ, ສ້າງ​ຜົນງານ ແລະ ພັດທະນາ​ກົມ​ກອງ​ໃຫ້​ມີ​ບາດກ້າວ​ຂະຫຍາຍຕົວ​ອັນ​ໃໝ່​ໃຫຍ່​ຫຼວງ​ກວ່າ ​ເກົ່າຕາມ​ແນວທາງ​ຂອງ​ພັກ. ໂອກາດ​ນີ້, ຫົວໜ້າ​ການເມືອງ​ ກອງ​ພົນພ້ອມ​ດ້ວຍ​ຄະນະໄດ້​ຮັບ​ຟັງ​ການ​ລາຍ​ງານ​ຫຍໍ້​ສະພາບ​ການເຄື່ອນໄຫວ ແລະ ການຈັດຕັ້ງ​ປະ ຕິບັດໜ້າທີ່​ການເມືອງ​ຂອງ​ແຕ່​ລະ​ກົມ​ກອງ ແລະ ການ​ສະເໜີກ່ຽວ​ກັບ​ວຽກ​ງານ​ການ​ປັບປຸງ​ກໍ່ສ້າງ​ກຳລັງ ແລະ ການ​ປັບປຸງ​ກໍ່ສ້າງ​ກົມ​ກອງ ຕິດ​ພັນ​ກັບ​ຂະ​ບວນ​ການ​ຕ່າງໆ ເພື່ອ​ໃຫ້​ຂັ້ນ​ເທິງ​ຮັບ​ຮູ້ ແລະ ໃຫ້​ທິດ​ຊີ້​ນຳ​ຊ່ວຍເຫຼືອ. ການ​​ເຄື່ອນ​ໄຫວ​ຄັ້ງ​ນີ້ ສະຫາຍ​ຫົວໜ້າ​ການເມືອງ ​ກອງ​ພົນ​ທີ 1 ຍັງ​ໄດ້​ມອບ​ເຄື່ອງ​ອຸປະກອນ​ກິລາ ແລະ ເຄື່ອງ​ບໍລິໂພກ​ຈຳນວນ​ໜຶ່ງ ໃຫ້​ແຕ່​ລະ​ກົມ​ກອງ​ຕື່ມ​ອີກ. ​ໂດຍ: ໂກ​ຮັງ ພັນທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ