

![]()
ເຈົ້າແຂວງ ແຂວງໄຊຍະບູລີ ຕ້ອນຮັບ ຮສ ປອ ລິນຄຳ ດວງສະຫວັນ
ເວລາອອກຂ່າວ: 2023-02-07 09:03:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:
ໃນຕອນເຊົ້າຂອງວັນທີ 6 ກຸມພາ 2023, ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງໄຊຍະບູລີ ໄດ້ຕ້ອນຮັບ ຮສ.ປອ ລິນຄຳ ດວງສະຫວັນ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ພ້ອມຄະນະ.
ໃນໂອກາດນີ້ ທ່ານ ຮສ.ປອ ລິນຄຳດວງສະຫວັນ ໄດ້ແຈ້ງຈຸດປະສົງໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ໄຊຍະບູລີ ເປັນຕົ້ນແມ່ນເພື່ອຮັບຟັງຄວາມຄິດຄວາມເຫັນຂອງປະຊາຊົນ, ອົງການປົກຄອງທ້ອງຖິ່ນ, ສະມາຊິກສະພາແຫ່ງຊາດປະຈຳເຂດ ເລືອກຕັ້ງ ທີ 7 ແລະ ສະມາຊິກສະພາປະຊາຊົນແຂວງ ກ່ຽວກັບການພັດທະນາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳຂອງບໍລິສັດ ມໍລະກົດເຢນຊຽນ ບໍ່ແຮ່ ຈຳກັດ, ເພື່ອເກັບກຳຂໍ້ມູນ ແລະ ລົງເບິ່ງພື້ນທີ່ຕົວຈິງ ກ່ຽວກັບທີ່ດິນປ່າໄມ້ທຳມະຊາດທີ່ລັດຖະບານສະເໜີຂໍຫັນປ່ຽນເປັນທີ່ດິນອຸດສາຫະກຳ ລັກສະນະເຊົ່າ ແລະ ລັກສະນະຖາວອນ ເພື່ອຈະສັງລວມລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ, ພ້ອມດຽວກັນຍັງໄດ້ແຈ້ງວາລະທີ່ຈະລົງເຮັດວຽກກັບພະແນກສາຍຕັ້ງທີ່ກ່ຽວຂ້ອງ.
ໂອກາດດັ່ງກ່າວ, ທ່ານ ພົງສະຫວັນ ສິດທະວົງ ກໍ່ໄດ້ລາຍງານສະພາບການພັດທະນາເສດຖະກິດຂອງແຂວງ ໂດຍສັງເຂບ ເຊິ່ງ ໄລຍະ 1 ປີຜ່ານມາເສດຖະກິດຂອງແຂວງຂະຫຍາຍຕົວຢູ່ໃນລະດັບ 4,9% ແລະ ລວມຍອດຜະ
ລິດຕະພັນພາຍໃນປີໄດ້ປະມານ 12,339 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 29,47 ລ້ານກີບ ຫຼື ເທົ່າກັບ 1.734 ໂດລາສະຫະລັດ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ