ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຈົ້າແຂວງ ແຂວງໄຊ​ຍະ​ບູ​ລີ ຕ້ອນຮັບ ​ຮສ ​ປອ ລິນ​ຄຳ ດວງ​ສະຫວັນ
ເວລາອອກຂ່າວ: 2023-02-07 09:03:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 438 | ຄວາມນິຍົມ:



ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 6 ກຸມພາ 2023, ທ່ານ ພົງ​ສະຫວັນ ສິດ​ທະ​ວົງ ກຳມະການ​ສູນ​ກາງ​ພັກ, ເລຂາ​ພັກ​ແຂວງ, ເຈົ້າແຂວງ ແຂວງໄຊ​ຍະ​ບູ​ລີ ໄດ້​ຕ້ອນຮັບ ​ຮສ.​ປອ ລິນ​ຄຳ ດວງ​ສະຫວັນ ປະທານ​ກຳມາ​ທິ​ການ​ເສດຖະກິດ, ເຕັກ​ໂນ​ໂລ​ຊີ ແລະ ສິ່ງແວດລ້ອມ ສະພາ​ແຫ່ງ​ຊາດ ພ້ອມ​ຄະນະ. ໃນໂອກາດນີ້ ທ່ານ ​ຮສ.​ປອ ລິນ​ຄຳດວງ​ສະຫວັນ ໄດ້​ແຈ້ງ​ຈຸດປະສົງໃນການມາຢ້ຽມຢາມ ແລະ ​ເຮັດ​ວຽກ​ຢູ່​ແຂວງ ໄຊ​ຍະ​ບູ​ລີ ເປັນຕົ້ນ​ແມ່ນ​ເພື່ອ​ຮັບ​ຟັງ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ປະຊາຊົນ, ອົງການ​ປົກຄອງ​ທ້ອງຖິ່ນ, ສະມາຊິກ​ສະພາ​ແຫ່ງ​ຊາດ​ປະຈຳ​ເຂດ​ ເລືອກ​ຕັ້ງ ທີ 7 ແລະ ສະມາຊິກ​ສະພາ​ປະຊາຊົນ​ແຂວງ ກ່ຽວ​ກັບ​ການ​ພັດທະນາ​ໂຄງການ​ຂຸດ​ຄົ້ນ ແລະ ປຸງ​ແຕ່ງ​ແຮ່​ຄຳ​ຂອງ​ບໍລິສັດ ມໍ​ລະ​ກົດ​ເຢນ​ຊຽນ ບໍ່​ແຮ່ ຈຳກັດ, ເພື່ອ​ເກັບ​ກຳ​ຂໍ້​ມູນ ແລະ ລົງ​ເບິ່ງ​ພື້ນ​ທີ່​ຕົວ​ຈິງ ກ່ຽວ​ກັບ​ທີ່​ດິນ​ປ່າໄມ້​ທຳ​ມະ​ຊາດ​ທີ່​ລັດຖະບານ​ສະເໜີ​ຂໍ​ຫັນປ່ຽນ​ເປັນ​ທີ່​ດິນ​ອຸດສາຫະກຳ ລັກສະນະ​ເຊົ່າ ແລະ ລັກສະນະ​ຖາວອນ ເພື່ອ​ຈະ​ສັງ​ລວມ​ລາຍ​ງານ​ຕໍ່​ກອງ​ປະຊຸມ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ພ້ອມ​ດຽວ​ກັນ​ຍັງ​ໄດ້​ແຈ້ງ​ວາລະ​ທີ່​ຈະ​ລົງ​ເຮັດ​ວຽກ​ກັບ​ພະ​ແນກ​ສາຍ​ຕັ້ງ​ທີ່​ກ່ຽວຂ້ອງ. ໂອກາດ​ດັ່ງກ່າວ, ທ່ານ ພົງ​ສະຫວັນ ສິດ​ທະ​ວົງ ກໍ່​ໄດ້​ລາຍ​ງານ​ສະພາບ​ການ​ພັດທະນາ​ເສດຖະກິດ​ຂອງ​ແຂວງ ໂດຍ​ສັງເຂບ ເຊິ່ງ ໄລຍະ 1 ປີຜ່ານມາເສດຖະກິດ​ຂອງ​ແຂວງ​ຂະຫຍາຍຕົວ​ຢູ່​ໃນ​ລະດັບ 4,9% ແລະ ລວມ​ຍອດ​ຜະ ລິດ​ຕະ​ພັນ​ພາຍ​ໃນ​ປີ​ໄດ້​ປະມານ 12,339 ຕື້​ກີບ, ສະເລ່ຍ​ຕໍ່​ຫົວ​ຄົນ​ໄດ້ 29,47 ລ້ານ​ກີບ ຫຼື ເທົ່າ​ກັບ 1.734 ໂດ​ລາ​ສະຫະລັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ