ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບ​ໜ້າທີ່ ລັດຖະມົນຕີ ກະຊວງ ​ຍທຂ ຜູ້​ເກົ່າ ແລະ ຜູ້​ໃໝ່
ເວລາອອກຂ່າວ: 2023-02-07 09:01:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 181 | ຄວາມນິຍົມ:



ຂປລ. ພິທີ​ມອບ-ຮັບ​ໜ້າທີ່ ລະຫວ່າງ ສະຫາຍ ວຽງ​ສະ​ຫວັດ ສີ​ພັນ​ດອນ ກຳມະການ​ສູນ​ກາງ​ພັກ, ເລຂາ​ຄະນະ​ບໍລິຫານ​ງານ​ພັກ, ລັດຖະມົນຕີ​ກະຊວງ ໂຍທາ​ທິ​ການ ແລະ ຂົນສົ່ງ (​ຍທຂ) ຜູ້​ເກົ່າ ໄປ​ຮັບ​ໜ້າທີ່​ໃໝ່​ ຢູ່ແຂວງ​ຫຼວງ​ນ້ຳ​ທາ ແລະ ສະຫາຍ ງາມປະສົງ ເມືອງ​ມະນີ ເລຂາ​ຄະນະ​ບໍລິຫານ​ງານ​ພັກ ຄະນະ​ປະຈຳ​ພັກ, ລັດຖະມົນຕີ​ກະຊວງ ​ຍທຂ ຜູ້​ໃໝ່ ຈັດ​ຂຶ້ນ​ໃນ​ວັນ​ທີ 6 ກຸມພາ 2023 ທີ່ກະຊວງ​ດັ່ງກ່າວ, ໂດຍ​ການເຂົ້າຮ່ວມ​ຂອງ ສະຫາຍ ກິ​ແກ້ວ ໄຂ​ຄຳ​ພິທູນ ກຳມະການກົມ​ການເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ມີ​ບັນດາ​ຮອງ​ລັດຖະມົນຕີ, ຫົວໜ້າ​ກົມ, ຮອງ​ກົມ, ພະນັກງານ​ຫຼັກ​ແຫຼ່ງ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ໂອກາດ​ດັ່ງກ່າວ, ສະຫາຍ ກິ ​ແກ້ວ ໄຂ​ຄຳ​ພິທູນ ກໍ​ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ​ວ່າ: ການ​ປ່ຽນ​ແທນ​ໜ້າທີ່​ຕຳແໜ່ງຂອງ​ການ​ນຳ​ແຕ່​ລະ​ຂັ້ນ ແມ່ນ​ເປັນ​ເລື່ອງ​ປົກກະຕິສຳລັບ​ພັກ-ລັດ​ເຮົາ, ເພື່ອ​ແນໃສ່​ປັບປຸງ​ການຈັດຕັ້ງ ແລະ ບຸກ​ຄະລາ​ກອນເພື່ອ​ສືບ​ທອດ​ປ່ຽນ​ແທນ​ໃຫ້​ສອດຄ່ອງກັບ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ໜ້າທີ່​ວຽກ​ງານ​ໃນ​ແຕ່​ລະ​ໄລຍະ, ບໍ່​ວ່າ​ພະນັກງານ​ຂັ້ນ​ໃດ ຈະ​ແມ່ນ​ພະນັກງານ​ການ​ນຳ​ຂັ້ນ​ສູງ, ຂັ້ນ​ກາງ ແລະ ພະນັກງານ​ລັດຖະກອນ​ທົ່ວ​ໄປໃນ​ເມື່ອ​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພັກ-ລັດ​ແລ້ວ ກໍ​ຕ້ອງ​ໄດ້​ປະຕິບັດຕາມ​ການ​ມອບ​ໝາຍ​ຂອງ​ການຈັດຕັ້ງ. ພ້ອມ​ນີ້, ສະຫາຍ​ຮອງ​ນາຍົກລັດຖະມົນຕີ ຍັງ​ໄດ້​ສະເໜີ​ໃຫ້​ສະຫາຍລັດຖະມົນຕີ​ຜູ້​ໃໝ່ ກໍ​ຄື​ພະນັກງານ, ສະມາຊິກ ແລະ ພະນັກ ງານ​ຫຼັກ​ແຫຼ່ງ​ທົ່ວ​ກະຊວງ ​ຍທຂ ໃຫ້​ເອົາໃຈໃສ່​ບາງ​ບັນຫາ​ຄື: ຕ້ອງ​ເປັນ​ເອກະ​ພາບ​ນຳ​ຂັ້ນ​ເທິງ ບົນ​ພື້ນຖານ​ນັ້ນໃຫ້​ບັນດາ​ສະຫາຍ​ເອົາໃຈໃສ່​ວຽກ​ງານສຶກ​ສາ​ອົບຮົມ-​ນຳພາ​ແນວ​ຄິດ​ຂອງ​ພະນັກງານ, ສະມາຊິກ​ພັກ ຢູ່​ແຕ່​ລະ​ກົມ, ກອງ, ພະແນກການ ແລະ ວິ​ສາ​ຫະ​ກິດ​ທີ່​ຂຶ້ນ​ກັບ​ກະຊວງ ເພື່ອ​ໃຫ້​ທຸກ​ຄົນ​ເຂົ້າໃຈ ແລະ ຮັບ​ຮູ້​ຢ່າງ​ທົ່ວ​ເຖິງຕໍ່​ການ​ປ່ຽນແປງ​ດັ່ງກ່າວ ບໍ່​ໃຫ້​ມີ​ການ​ສວຍໂອກາດ​ທັບ​ຖົມ-ໂຈມ​ຕີ​ກັນ ໃນ​ທາງ​ບໍ່​ດີ, ອັນ​ໃດ​ເປັນ​ຜົນສຳເລັດທີ່​ພວກ​ສະຫາຍ​ພ້ອມ​ກັນ​ນຳພາຈັດ​ຕັ້ງ​ປະຕິບັດ​ຜ່ານ​ມາ ກໍ​ໃຫ້​ພ້ອມ​ກັນ​ປົກ​ປັກ​ຮັກສາ ແລະ ເສີມ​ຂະຫຍາຍ​ໃຫ້​ດີ​ຂຶ້ນ, ອັນ​ໃດ​ຍັງ​ເປັນ​ຈຸດ​ອ່ອນ ແລະ ຂໍ້ຄົງຄ້າງໃຫ້​ບັນດາ​ສະຫາຍ​ພ້ອມ​ພາກັນປັບປຸງ, ແກ້​ໄຂ; ເອົາໃຈໃສ່​ເປັນ​ເຈົ້າ​ການ ແລະ ປະສານ​ສົມທົບ​ກັບ​ທຸກ​ພາກສ່ວນ​ກ່ຽວຂ້ອງ ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ພາຍ​ໃນ ແລະ ພາຍ​ນອກ ເປັນຕົ້ນໃນ​ຂົງເຂດ​ວຽກ​ງານ​ວິຊາ​ສະເພາະ​ຂອງ​ຕົນ ແລະ ສືບຕໍ່​ເອົາໃຈໃສ່​ຕ້ານ ແລະ ສະກັດ​ກັ້ນ​ທຸກ​ກົນອຸບາຍ​ເລ່ຫຼ່ຽມ ແລະ ຖ້ອຍ​ທຳນອງ ໃສ່​ຮ້າຍ​ປ້າຍ​ສີ, ປັ່ນ​ປ່ວນ, ແບ່ງ​ແຍກ​ຄວາມ​ສາມັກຄີ​ພາຍ​ໃນ​ຄະນະ​ພັກ, ຄະນະ​ນຳຂອງ​ພວກ​ສັດຕູ ແລະ ກຸ່ມ​ຄົນ​ບໍ່​ດີທີ່​ຫວັງ​ມ້າງເພ​ທຳລາຍ; ສືບຕໍ່​ປົກ​ປັກ​ຮັກສາ​ມູນເຊື້ອ​ອັນ​ດີງາມຂອງ​ກະຊວງ ໂດຍ​ສະເພາະ​ຄວາມ​ສາມັກຄີ​ພາຍ​ໃນ​ຄະນະ​ພັກ-ຄະນະ​ນຳ ຕ້ອງ​ສາມັກຄີ​ກັນ​ແໜ້ນ, ມີ​ຄວາມ​ເປັນ​ເອກະ​ພາບ​ສູງ, ສືບຕໍ່​ເປັນ​ຫລັກ​ເປັນ​ແຫຼ່ງ, ເປັນ​ຄັນ​ທຸງ ແລະ ເປັນ​ແກນ​ນຳໃນ​ການ​ເຕົ້າໂຮມ​ຄວາມ​ສາມັກຄີໃນ​ຖັນ​ແຖວ​ພະນັກງານ ສະມາຊິກ​ພັກ; ສິ່ງ​ສຳຄັນ ຕ້ອງ​ເອົາໃຈໃສ່ໂດຍ​ມີ​ລະບອບ, ແບບແຜນວິທີ​ເຮັດ​ວຽກ, ລະບອບ​ປະຊຸມ​ປຶກສາ​ຫາລືສ່ອງ​ແສງ​ລາຍ​ງານພາຍໃນ​ຄະນະ​ພັກ-ຄະນະ​ນຳ​ເປັນ​ປົກກະຕິ ເພື່ອ​ສືບຕໍ່​ນຳພາ​ພະນັກງານ, ສະມາຊິກ​ພັກ ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານໂຍທາ​ທິ​ການ ແລະ ຂົນສົ່ງ ໃຫ້​ນັບມື້​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເລື້ອຍໆ; ໃຫ້​ເອົາໃຈໃສ່​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ໂຍທາ ແລະ ຂົນສົ່ງ (ທາງບົກ, ທາງ​ອາກາດ ແລະ ທາງນ້ຳ) ໃນ​ການ​ກໍ່ສ້າງ, ບູລະນະ ແລະ ປົກ​ປັກ​ຮັກສາ ສິ່ງ​ສຳຄັນ​ແມ່ນ​ໃຫ້​ເອົາໃຈໃສ່ ຕິດຕາມ​ກວດກາ​ວຽກ​ງານ​ວິຊາ​ສະເພາະ​ຂອງ​ພວກ​ສະຫາຍ ໂດຍ​ສະເພາະ​ຈັດ​ຕັ້ງ​ປະຕິບັດ​ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ອົງຄະ​ນະ​ພວກ​ສະຫາຍ ວາງ​ອອກ. ນອກ​ນັ້ນ, ຍັງ​ຕ້ອງ​ເອົາໃຈໃສ່​ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XI ຂອງ​ພັກ, ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ແລະ 2 ວາລະ​ແຫ່ງ​ຊາດ ວາງ​ອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ