ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບ-ຮັບ ໃບ​ອະນຸມັດ ເຄື່ອນ​ໄຫວ​ວິຊາ​ຊີບ​ປິ່ນປົວ ໃຫ້​ພະນັກງານ​ຢູ່​ໂຮງໝໍ​ສູນ​ກາງ 103 ກອງທັບ
ເວລາອອກຂ່າວ: 2023-02-07 09:00:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 43 | ຄວາມນິຍົມ:



ພິທີມອບ-ຮັບ ໃບ​ອະນຸຍາດ​ເຄື່ອນ​ໄຫວ​ວິຊາ​ຊີບ​ປິ່ນປົວ ໃຫ້​ແກ່​ພະນັກງານ​ທ່ານໝໍ, ທັນ​ຕະ ​ແພດ, ພະຍາບານ ແລະ ຜະດຸງ ຄັນຢູ່ໂຮງໝໍ​ສູນ​ກາງ 103 ກອງ ທັບ ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ມັງ ກອນ​ຜ່ານ​ມາ​ນີ້, ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂອງ ​ສະຫາຍ ​ສຈ ​ດຣ ຈັນ​ເພັງ ທຳ​ມະ​ວົງ ຮອງ​ປະທານ​ສະພາ​ຄຸ້ມ​ຄອງ​ວິຊາ​ຊີບ​ປິ່ນປົວ ກະຊວງ​ສາທາລະນະ​ສຸກ, ສະຫາຍ ພັນ​ໂທ ​ດຣ ເຄນ​ທອງ ພັດ​ທະນະ​ຄຳ ຮອງ​ຫົວໜ້າ​ກົມ​ເສນາ​ຮັກ ແລະ ສະຫາຍ ພັນ​ເອກ ​ດຣ ສະແຫວງ​ໄຊ ດາລາສາດ ຫົວໜ້າ​ການ​ທະຫານ ໂຮງໝໍ​ສູນ​ກາງ 103 ກອງທັບ, ມີ​ວິຊາ​ການ ​ມາ​ຈາກ​ສະພາ​ຄຸ້ມ​ຄອງ​ວິຊາ​ຊີບ​ປິ່ນປົວ ​ກະຊວງ​ສາທາລະນະສຸກ, ກົມ​ເສນາ​ຮັກ, ສະ​ຖາ​ບັນ​ກັນ​ພະ ຍາດ, ວິທະຍາຄານ​ການ​ແພດ ກອງທັບ, ຄະນະ​ອຳນວຍ​ການ​ໂຮງໝໍ ແລະ ພະນັກງານ​ແພດ​ໝໍ​ເຂົ້າ​ຮ່ວມ. ສະຫາຍ ​ຮສຈ ​ດຣ ບຸນ​ໜັກ ໄຊ ຊະນະ​ສົງຄາມ ຮອງ​ປະ ທານ​ສະພາ​ຄຸ້ມ​ຄອງ​ວິຊາ​ຊີບ​ປິ່ນ ປົວ ໄດ້​ກ່າວ​ວ່າ: ໃບ​ເຄື່ອນ​ໄຫວ​ວິຊາ​ຊີບ​ປິ່ນປົວ ແມ່ນ​ໃບຢັ້ງຢືນ​ຂີດ​​ຄວາມ​ຮູ້, ຄວາມ​ສາມາດ, ຄວາມ​ຊຳນານ​ງານ, ຂອບ​ເຂດ​ການ​ປະຕິບັດ​ງານ, ຈັນ​ຍາ​ບັນ, ຈັນຍາທຳ, ຄຸນສົມບັດ​ສິນ​ທຳປະ ຕິວັດ​ຂອງ​ຜູ້​ປະກອບ​ວິຊາ​ຊີບປິ່ນ ປົວ​ເຊັ່ນ: ທ່ານໝໍ, ທັນ​ຕະ​ແພດ, ພະຍາບານ, ຜະດຸງຄັນ ແລະ ອື່ນໆ, ເປັນ​ໃບຢັ້ງຢືນ​ຄຸນ​ນະ​ພາບ​ຂອງ​ຜູ້​ໃຫ້​ບໍລິການ​ປິ່ນປົວ​ທີ່ ສອດຄ່ອງ​ກັບ​ນະໂຍບາຍ 5 ດີ 1 ພໍໃຈ ຂອງ​ກະຊວງ​ສາທາລະນະ​ສຸກ, ພ້ອມ​ທັງ​ເປັນ​ໃບຢັ້ງຢືນ​ການ​ອະນຸຍາດ​ເຄື່ອນ​ໄຫວ​ວິຊາ​ຊີບ​ປິ່ນປົວ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ປະເທດ​ລາວ, ຜູ້​ປະກອບ​ວິຊາ​ຊີບ​ປິ່ນປົວ​ທີ່​ປະຕິບັດ​ວຽກ​ງານ​ປິ່ນປົວ​ມາ​ກ່ອນ​ປີ 2020 ພັກ-ລັດ ມີ​ນະໂຍບາຍ​ມອບໃບອະ ນຸຍາດ​ເຄື່ອນ​ໄຫວ​ວິຊາຊີບ​ປິ່ນ ປົວ​ໃຫ້​ໂດຍ​ບໍ່​ໄດ້​ສອບເສັງລະດັບ​ຊາດ, ແຕ່​ຕ້ອງ​ມີ​ການຄົ້ນຄວ້າ​ສັງ​ລວມ​ຂອງ​ແຕ່​ລະ​ການຈັດຕັ້ງ ແລະ ກົມ​ກອງ​ໃຫ້​ໄດ້ເງື່ອນໄຂ​ຄົບ​ຖ້ວນ​ຕາມບົດແນະນຳ 0182/ສວ​​ປ ຂອງ​ສະພາ​ຄຸ້ມ​ຄອງ​ວິຊາ​ຊີບ​ປິ່ນປົວ ວ່າ​ດ້ວຍ​ ການຈັດຕັ້ງ​ປະຕິບັດ​ການ​ຂຶ້ນ​ທະບຽນ ແລະ ອອກ​ໃບ​ອະນຸຍາດ​ເຄື່ອນ​ໄຫວ​ວິຊາ​ຊີບ​ປິ່ນປົວ ໄລຍະ​ຂ້າມຜ່ານ ​ຮອດ​ປີ 2020 ໂດຍ​ບໍ່​ໄດ້​ສອບ ເສັງລະດັບ​ຊາດ, ຜ່ານ​ການ​ຄົ້ນ ຄວ້າຕົວ​ ຈິງ​ສາມາດ​ຢັ້ງຢືນ ແລະ ອອກ ​ໃບ​ອະນຸຍາດ​ເຄື່ອນ​ໄຫວ​ວິຊາ​ຊີບ​ປິ່ນປົວ​ໃຫ້​ພະນັກ​ງານ​ຢູ່​ໂຮງໝໍ​ສູນ​ກາງ 103 ກອງທັບ ຈຳນວນ 251 ສະຫາຍ ໃນ​ນີ້, ມີ​ທ່ານໝໍ 177 ສະຫາຍ, ທັນ​ຕະ​ແພດ 29 ສະຫາຍ, ພະຍາບານ 36 ສະຫາຍ ແລະ ຜະດຸງຄັນ 9 ສະຫາຍ ເຊິ່ງ​ມີ​ອາຍຸ​ການ​ນຳ​ໃຊ້ 5 ປີ. ໂອກາດ​ນີ້, ສະຫາຍ ​ສຈ ​ດຣ ຈັນ​ເພັງ ທຳ​ມະ​ວົງ ໄດ້​ມີ​ຄຳ​ເຫັນ​ເນັ້ນ​ໜັກ​ໃຫ້​ຜູ້​ທີ່​ໄດ້​ຮັບ​ໃບ​ອະນຸຍາດ​ເຄື່ອນ​ໄຫວ​ວິຊາ​ຊີບ​ປິ່ນປົວ​ຄັ້ງ​ນີ້ ໃຫ້​ພ້ອມ​ກັນ​ເອົາ ໃຈໃສ່​ການ​ບໍລິການ, ການປິ່ນປົວ​ ເບິ່ງແຍງ​ປະຊາຊົນ​ ທີ່​ມາ​ໃຊ້​ບໍ ລິການ​ໃຫ້​ເປັນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ຮັກສາ​ຄຸນສົມບັດ​ສິນ​ທຳ​ປະ​ຕິວັດ, ຈັນ​ຍາ​ບັນ, ຈັນຍາທຳ ໃຫ້​ສອດຄ່ອງ​ກັບ​ນະໂຍບາຍ 5 ດີ 1 ພໍໃຈ​ຂອງ​ກະຊວງ​ສາທາລະນະ​ສຸ​ກວາງ​ອອກ. ໂດຍ: ອາຄົມ ສີ​ພາລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ