

![]()
ມອບ-ຮັບ ໃບອະນຸມັດ ເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ພະນັກງານຢູ່ໂຮງໝໍສູນກາງ 103 ກອງທັບ
ເວລາອອກຂ່າວ: 2023-02-07 09:00:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 103 | ຄວາມນິຍົມ:
ພິທີມອບ-ຮັບ ໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ແກ່ພະນັກງານທ່ານໝໍ, ທັນຕະ ແພດ, ພະຍາບານ ແລະ ຜະດຸງ ຄັນຢູ່ໂຮງໝໍສູນກາງ 103 ກອງ ທັບ ຈັດຂຶ້ນໃນທ້າຍເດືອນມັງ ກອນຜ່ານມານີ້, ໂດຍການເປັນປະທານຮ່ວມຂອງ ສະຫາຍ ສຈ ດຣ ຈັນເພັງ ທຳມະວົງ ຮອງປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ ກະຊວງສາທາລະນະສຸກ, ສະຫາຍ ພັນໂທ ດຣ ເຄນທອງ ພັດທະນະຄຳ ຮອງຫົວໜ້າກົມເສນາຮັກ ແລະ ສະຫາຍ ພັນເອກ ດຣ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບ, ມີວິຊາການ ມາຈາກສະພາຄຸ້ມຄອງວິຊາຊີບປິ່ນປົວ ກະຊວງສາທາລະນະສຸກ, ກົມເສນາຮັກ, ສະຖາບັນກັນພະ ຍາດ, ວິທະຍາຄານການແພດ ກອງທັບ, ຄະນະອຳນວຍການໂຮງໝໍ ແລະ ພະນັກງານແພດໝໍເຂົ້າຮ່ວມ.
ສະຫາຍ ຮສຈ ດຣ ບຸນໜັກ ໄຊ ຊະນະສົງຄາມ ຮອງປະ ທານສະພາຄຸ້ມຄອງວິຊາຊີບປິ່ນ ປົວ ໄດ້ກ່າວວ່າ: ໃບເຄື່ອນໄຫວວິຊາຊີບປິ່ນປົວ ແມ່ນໃບຢັ້ງຢືນຂີດຄວາມຮູ້, ຄວາມສາມາດ, ຄວາມຊຳນານງານ, ຂອບເຂດການປະຕິບັດງານ, ຈັນຍາບັນ, ຈັນຍາທຳ, ຄຸນສົມບັດສິນທຳປະ ຕິວັດຂອງຜູ້ປະກອບວິຊາຊີບປິ່ນ ປົວເຊັ່ນ: ທ່ານໝໍ, ທັນຕະແພດ, ພະຍາບານ, ຜະດຸງຄັນ ແລະ ອື່ນໆ, ເປັນໃບຢັ້ງຢືນຄຸນນະພາບຂອງຜູ້ໃຫ້ບໍລິການປິ່ນປົວທີ່ ສອດຄ່ອງກັບນະໂຍບາຍ 5 ດີ 1 ພໍໃຈ ຂອງກະຊວງສາທາລະນະສຸກ, ພ້ອມທັງເປັນໃບຢັ້ງຢືນການອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວທີ່ຖືກຕ້ອງຕາມກົດໝາຍຂອງປະເທດລາວ, ຜູ້ປະກອບວິຊາຊີບປິ່ນປົວທີ່ປະຕິບັດວຽກງານປິ່ນປົວມາກ່ອນປີ 2020 ພັກ-ລັດ ມີນະໂຍບາຍມອບໃບອະ ນຸຍາດເຄື່ອນໄຫວວິຊາຊີບປິ່ນ ປົວໃຫ້ໂດຍບໍ່ໄດ້ສອບເສັງລະດັບຊາດ, ແຕ່ຕ້ອງມີການຄົ້ນຄວ້າສັງລວມຂອງແຕ່ລະການຈັດຕັ້ງ ແລະ ກົມກອງໃຫ້ໄດ້ເງື່ອນໄຂຄົບຖ້ວນຕາມບົດແນະນຳ 0182/ສວປ ຂອງສະພາຄຸ້ມຄອງວິຊາຊີບປິ່ນປົວ ວ່າດ້ວຍ ການຈັດຕັ້ງປະຕິບັດການຂຶ້ນທະບຽນ ແລະ ອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໄລຍະຂ້າມຜ່ານ ຮອດປີ 2020 ໂດຍບໍ່ໄດ້ສອບ ເສັງລະດັບຊາດ, ຜ່ານການຄົ້ນ ຄວ້າຕົວ ຈິງສາມາດຢັ້ງຢືນ ແລະ ອອກ ໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໃຫ້ພະນັກງານຢູ່ໂຮງໝໍສູນກາງ 103 ກອງທັບ ຈຳນວນ 251 ສະຫາຍ ໃນນີ້, ມີທ່ານໝໍ 177 ສະຫາຍ, ທັນຕະແພດ 29 ສະຫາຍ, ພະຍາບານ 36 ສະຫາຍ ແລະ ຜະດຸງຄັນ 9 ສະຫາຍ ເຊິ່ງມີອາຍຸການນຳໃຊ້ 5 ປີ.
ໂອກາດນີ້, ສະຫາຍ ສຈ ດຣ ຈັນເພັງ ທຳມະວົງ ໄດ້ມີຄຳເຫັນເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວຄັ້ງນີ້ ໃຫ້ພ້ອມກັນເອົາ ໃຈໃສ່ການບໍລິການ, ການປິ່ນປົວ ເບິ່ງແຍງປະຊາຊົນ ທີ່ມາໃຊ້ບໍ ລິການໃຫ້ເປັນທີ່ໄວ້ເນື້ອເຊື່ອໃຈ, ຮັກສາຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ຈັນຍາທຳ ໃຫ້ສອດຄ່ອງກັບນະໂຍບາຍ 5 ດີ 1 ພໍໃຈຂອງກະຊວງສາທາລະນະສຸກວາງອອກ.
ໂດຍ: ອາຄົມ ສີພາລາ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ