ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ II ຂອງ​ໜ່ວຍ ສະຫະພັນ​ແມ່ຍິງ ກອງ​ວາລະສານ​ປ້ອງ​ກັນ​ຊາດ
ເວລາອອກຂ່າວ: 2023-02-07 08:58:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 44 | ຄວາມນິຍົມ:



ວັນ​ທີ 2 ກຸມພາ 2023 ນີ້, ໜ່ວຍ​ສະຫະພັນ​ແມ່ຍິງ ກອງວາ ລະສານ​ປ້ອງ​ກັນ​ຊາດ ໄດ້ດຳເນີນ ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ II ໂດຍ​ການ​ເປັນປະທານ​ຂອງ ​ສະຫາຍ ພັນ​ໂທ ນາງ ປາ ວົງ​ສະແຫວງ ​ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ ຍິງກົມ​ໃຫຍ່​ການເມືອງກອງ ທັບ, ມີ ​ສະຫາຍ ພັນ​ໂທ ຄຳແສນ ສຸວັນນະ​ຜ່ອງ​ໃສ ຮອງ​ຫົວໜ້າ​ກອງ​ວາລະສານ​ປ້ອງ​ຊາດ, ມີ​ຄະ ນະ​ໜ່ວຍ​ສະຫະພັນ​ແມ່ຍິງກອງ​ວາລະສານ​ປ້ອງ​ກັນ​ຊາດ, ແຂກ​ຖືກ​ເຊີນ ພ້ອມ​ດ້ວຍ​ສະມາຊິກ​ສະຫະພັນ​ແມ່ຍິງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ນາງ ພູ​ວັນ ຈັນ​ປະສິດ ເລຂາ​ໜ່ວຍ​ສະຫະ ພັນ​ແມ່ຍິງ ກອງ​ວາລະສານປ້ອງ ກັນ​ຊາດ ໄດ້​​ຜ່ານ​ບົດ​ສະຫຼຸບ​ການເຄື່ອນໄຫວ​ວຽກ​ງານໃນໄລ ຍະ 5 ປີຜ່ານມາ, ເຊິ່ງ​ມີ​ຫຼາຍ ​ດ້ານ​ທີ່​ພົ້ນ​ເດັ່ນ ​ເປັນຕົ້ນ​ໄດ້​ຖືເອົາ​ ວຽກ​ງານ​ສຶກ​ສາ​ອົບຮົມ​ການ ເມືອງ-ນຳພາ​ແນວ​ຄິດ​ເປັນ​ບັນ ຫາ​ສຳຄັນ​ຕິດ​ພັນກັບ​ວຽກ​ງານ​ວິຊາ​ສະເພາະ, ເອົາໃຈໃສ່​ປັບປຸງ​ການຈັດຕັ້ງ, ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ​ຂອງສະມາຊິກແມ່ ຍິງ, ໄດ້​ນຳ​ເອົາ​ມະຕິ​ ຄຳສັ່ງ, ລະ ບຽບ ​ກົດໝາຍ, ແຜນ​ພັດທະນາ​ ເສດຖະກິດ-ສັງຄົມ ຕິດ​ພັນກັບ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ຂອງ​ຄະນະ​ພັກ​ກະຊວງ​ປ້ອງກັນ ​ປະເທດ​ວາງ​ອອກ​ ມາ​ຈັດ​ຕັ້ງ​ເຜີຍແຜ່​ ໃຫ້​ສະມາຊິກ​ແມ່ຍິງໄດ້​ ຮັບ​ຮູ້​ເຊື່ອມ​ຊຶມ, ສະມາຊິກ​ແມ່ ຍິງ​ເຂົ້າ​ຮ່ວມ​ເຊື່ອມ​ຊຶມ​ເອກະສານ​ສຳຄັນ​ຕ່າງໆ ຂອງ​ພັກ, ຂອງ​ຊາດ ກໍ​ຄື ຂອງ​ກອງທັບ 65 ຄັ້ງ, ສ່ວນ​ວຽກ​ງານ​ວິຊາ​ສະເພາະສຳ​ເນົາ​ເອກະສານຂາ ​ເຂົ້າ-ຂາ​ອອກ​ໄດ້ 2.168 ສະບັບ, ກວດແກ້-ອອກ​ແບບ​ຈັດ​ໜ້າ​ວາ ລະສານ​ໄດ້ 490 ບົດ, ຂຽນ​ຂ່າວ​ລົງ​ເວັບ​ໄຊ 450 ຂ່າວ, ອອກ​ແບບ ແລະ ຕົບແຕ່ງ​ຮູບ​ພາບ​ໂປຼຣ​ສະ​ເຕີ ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ກົມ​ໃຫຍ່, ກອງ​ພົນ, ກອງ​ບັນຊາ​ການ​ແຂວງ​ໄດ້ 1.037 ໃບ, ຮັບ​ວາລະສານ ແລະ ແຈກ​ຢາຍ​ວາລະສານ​ໄດ້ 49.600 ຫົວ, ​ເກັບ​ກຳ​ຂໍ້​ມູນ​ຮູບ​ພາບ ແລະ ຂ່າວ 200 ຄັ້ງ, ວຽກ​ງານ ຈັດ​ຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ, ພາບ​ໃນ​ໜ່ວຍ​ມີ​ສະມາຊິກ​ແມ່ຍິງ 3 ດີ ປະເພດ I ຈຳນວນ 10 ສະຫາຍ, ສະມາຊິກ​ແມ່ຍິງ 3 ດີ ປະເພດ II ມີ 7 ສະຫາຍ ແລະ ໜ່ວຍ​ສະຫະພັນ​ແມ່ຍິງ​ໄດ້​ຮັບ​ຢັ້ງຢືນ​ເປັນ​ໜ່ວຍ 3 ດີ 1 ສະໄໝ. ກອງ​ປະຊຸມ​ຍັງ​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ໜ່ວຍ​ຊຸດ​ໃໝ່​ໂດຍ​​ມອບ​ໝາຍ​ໃຫ້ ສະຫາຍ ພັນ​ຕີ ນາງ ພູ​ວັນ ຈັນ​ປະສິດ ເປັນ​ເລຂາ​ໜ່ວຍ​ສະຫະພັນ​ແມ່ຍິງ, ສະຫາຍ ຮ້ອຍ​ເອກ ນາງ ສຸ​ນິ​ພອນ ແສງ​ສຸລິຍາ ເປັນ​ຮອງ​ເລຂາ ແລະ ສະຫາຍ ຮ້ອຍເອກ ນາງ ອິລະ​ພັນ ລໍ​ຈິງ​ຄູນ​ພັນ ເປັນ​ກຳມະການ. ໂດຍ: ບຸນ​ຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ