ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະທານ​ຄະນະ​ມິດຕະພາບ​ລັດ​ຖະ​ສະພາ ມົງ​ໂກ​ລີ-ລາວ ຢ້ຽມຢາມ​ໂຮງງານ​ຕັດຫຍິບ​ ເລກ 1 ກອງທັບ
ເວລາອອກຂ່າວ: 2023-02-07 08:58:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 154 | ຄວາມນິຍົມ:



ວັນ​ທີ 3 ກຸມພາ 2023 ນີ້, ທ່ານ ບາ​ທາຣ໌ບີ​ເລັກ ສະມາຊິກ​ສະພາ​ຄູ​ຣານ​ໃຫຍ່ ປະທານ​ຄະນະ​ມິດຕະພາບ​ລັດ​ຖະ​ສະພາ​ມົງ​ໂກ​ລີ-ລາວ ປະຈຳ​ສະພາ​ຄູ​ຣານໃຫ​​ຍ່​ແຫ່ງມົງ​ໂກ​ລີ ພ້ອມ​ດ້ວຍ​ຄະນະໄດ້ເຄື່ອນໄຫວຢ້ຽມຢາມ​ໂຮງງານຕັດຫຍິບ ເລກ 1 ກອງທັບ​ປະຊາຊົນ​ລາວ, ນຳ​ໂດຍ ສະຫາຍ ພົນ​ຕີ ​ປອ ວົງ​ສັກ ພັນທະ​ວົງ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ປະທານ​ກຳມາ​ທິ​ການ ​ປກຊ-​ປກສ ປະທານ​ຄະນະມິດຕະພາບ​ລັດ​ຖະ​ສະພາ​ລາວ-ມົງ​ໂກ​ລີ ສະພາ​ແຫ່ງ​ຊາດ​ລາວ, ມີ ທ່ານ ບຽມ​ບາ​ຊູ​ເຣນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ມົງ​ໂກ​ລີ ປະຈຳ ​ສປປ ລາວ, ບັນດາ​ທ່ານ​ຄະນະ​ຜູ້​ແທນ​ມົງ​ໂກ​ລີ, ເປັນ​ກຽດ​ຕ້ອນຮັບ​ໂດຍ ສະຫາຍ ພັນ​ເອກ ນາງ ເນາະ ພົມ​ມີ​ໄຊ ຫົວໜ້າ​ອຳນວຍ​ການ​ໂຮງງານ​ຕັດຫຍິບ ເລກ 1 ກອງທັບ​ປະຊາຊົນ​ລາວ ພ້ອມ​ດ້ວຍ​ຄະນະ ຢ່າງ​ອົບ​ອຸ່ນ. ສະຫາຍ ພັນ​ເອກ ນາງ ເນາະ ພົມ​ມີ​ໄຊ ໄດ້​ລາຍ​ງານ​ຫຍໍ້​ສະພາບ​ການ​ລວມ​ຕໍ່ ທ່ານ ບາ​ທາຣ໌ບີ​ເລັກ ແລະ ຄະນະ​ໄດ້​ຮັບ​ຮູ້​ເຖິງ​ຈຸດ​ພິເສດ, ທີ່​ຕັ້ງ, ຕົ້ນ​ກຳເນີດ ແລະ ພາລະ​ບົດບາດ​ຂອງ​ກົມ​ກອງ​ດັ່ງກ່າວ, ເຊິ່ງ​ໂຮງງານ​ຕັດຫຍິບເລກ 1 ກອງທັບ, ແມ່ນ​ພື້ນຖານ​ສຳຄັນ​ໜຶ່ງ​ໃນ​ຂະແໜງ​ອຸດສາຫະກຳ​ເບົາ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ທີ່​ໄດ້​ຮັບ​ການ​ປັບປຸງ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ໃນ​ໄລຍະ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ການ​ປະກອບ​ເຄື່ອງນຸ່ງ​ຫົ່ມ, ເຄື່ອງຮັບ​ໃຊ້​ປະເພດ​ຕ່າງໆ ໃຫ້​ແກ່​ກຳລັງ​ປະກອບ​ອາວຸດ ສຸດ​ທີ່​ມີ​ຄວາມ​ຫຍຸ້ງຍາກ ແລະ ຂາດເຂີນ, ໃນ​ເວລາ​ນັ້ນ​ພວກ​ເຮົາ​ຜະລິດ​ເອົາ​ເອງ​ບໍ່​ທັນ​ໄດ້. ດັ່ງນັ້ນ, ຈຶ່ງ​ໄດ້​ອາໄສ​ການ​ຊ່ວຍເຫຼືອ​ຈາກ​ປະເທດ​ເພື່ອນ​ມິດ, ໂດຍ​ສະເພາະ​ແມ່ນ​ເພື່ອນ​ບ້ານ​ຫວຽດນາມ, ຣັດ​ເຊຍ ແລະ ບັນດາ​ປະເທດ​ສັງຄົມ​ນິຍົມ​ອ້າຍ​ນ້ອງ​ໃນ​ສະໄໝ​ກ່ອນ, ການ​ເບີກ​ຈ່າຍ​ຍັງ​ບໍ່​ທັນຄົບ​ຖ້ວນ​ຕາມ​ຫຼັກການ​ປະກອບ, ແຕ່​ການ​ນຳ​ໃຊ້​ເຂົ້າ​ໃນ​ການເຄື່ອນໄຫວ​ພັດ​ມີ​ຄວາມ​ຈຳເປັນ​ຕໍ່​ເນື່ອງ​ລຽນຕິດ, ປັດຈຸບັນ​ໂຮງງານ​ຕັດຫຍິບ​ເລກ 1 ກອງທັບ, ແມ່ນ​ກົມ​ກອງ​ໜຶ່ງ​ໃນ​ໂຄງ​ປະກອບ​ການຈັດຕັ້ງ​ຂອງ​ກົມ​ໃຫຍ່​ພະລາທິການ​ກອງທັບ, ມີ​ຖານະ​ທຽບ​ເທົ່າ​ກອງພັນ​ໃຫຍ່ ແລະ ບັນດາ​ໂຮງ​ຈັກ-ໂຮງງານ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ, ພາຍ​ໃຕ້​ການ​ຊີ້​ນຳ-ນຳພາ​ໂດຍ​ກົງ​ຮອບດ້ານ​ຂອງ​ຄະນະ​ພັກ​ກົມ​ໃຫຍ່​ພະລາທິການ​ກອງທັບ ແລະ ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ໜ້າທີ່​ການເມືອງຕົ້ນຕໍ​ແມ່ນ ຕັດ-ຫຍິບ​ເຄື່ອງນຸ່ງ​ຮັບ​ໃຊ້​ກອງທັບ, ດ້ວຍ​ຮູບ​ການ​ບັນຊາ​ແບບ​ບໍລິຫານ​ໄລ່​ລຽງ​ແຮງ​ງານ​ຕາມ​ຜົນ​ຜະລິດ. ປັດຈຸບັນ ໂຮງງານ​ຕັດຫຍິບ​ເລກ 1 ກອງທັບ ມີ​ຈຳນວນ​ພົນ​ທັງ​ຫມົດ 615 ຄົນ, ມີ​ເຄື່ອງ​ຈັກ​ປະເພດ​ຕ່າງໆ 500 ກວ່າ​ເຄື່ອງ, ມີ 4 ພະແນກການ, 2 ກອງພັນ​ນ້ອຍ ແລະ 16 ຂະແໜງການ ເພື່ອ​ກຽມພ້ອມ​ຜະລິດ​ເຄື່ອງນຸ່ງ​ຮັບ​ໃຊ້​ກອງທັບ ແລະ ສັງຄົມ​ດ້ວຍ​ມາດຕະຖານ​ທັງ​ປະລິມານ, ຄຸນ​ນະ​ພາບ​ທີ່​ດີ ແລະ ໃນ​ໄລຍະ​ໃໝ່​ນີ້, ຂັ້ນ​ເທິງ​ເຫັນ​ໄດ້​ວ່າ​ຍຸດ​ທະ​ສາດ​ແນວ​ຫຼັງ, ໄດ້​ມີ​ການ​ກຽມພ້ອມ​ຜະລິດ​ຮັບ​ໃຊ້​ກອງທັບ​ໃນ​ຍາມ​ສົງຄາມ, ກໍ່​ຄື​ຍາມ​ສັນຕິພາບ, ໄດ້​ຂະຫຍາຍ​ໂຮງງານ​ຕື່ມ​ອີກ​ຫຼັງ​ໃໝ່​ໜຶ່ງ​ຫຼັງ, ເຊິ່ງ​ຕັ້ງ​ຢູ່​ພາກ​ເໜືອ​ຂອງ​ລາວ ທີ່ ແຂວງ​ອຸດົມ​ໄຊ. ໃນ​ໂອກາດ​ທີ່ ທ່ານ ບາ​ທາຣ໌ບີ​ເລັກ ພ້ອມ​ດ້ວຍ​ຄະນະ, ເດີນທາງ​ມາຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ​ໃນ​ຄັ້ງ​ນີ້, ແມ່ນ​ສຸດ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ ຖື​ເປັນ​ການ​ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ການ​ທູດ ລະຫວ່າງ ລາວ-ມົງ​ໂກ​ລີ ໃຫ້​ໝັ້ນຄົງ​ທະ​ນົງ​ແກ່ນ​ຕະຫຼອດ​ໄປ. ໂດຍ: ຄຳ​ປະສົງ ລາດ​ຊະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ