ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການເຄື່ອນໄຫວ​ຂອງ​ກົມ​ກອງ​ຕ່າງໆ ​ໄລຍະ​ເດືອນ​ມັງກອນ 2023
ເວລາອອກຂ່າວ: 2023-02-07 08:57:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 43 | ຄວາມນິຍົມ:



ກອງພັນ​ໃຫຍ່ 605: ໄດ້​ ຈັດ​ພິທີ​ເຄົາລົບ​ທຸງຊາດ ສະເຫຼີມ ສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ປະ ຊາຊົນ​ລາວ ຄົບຮອບ 74 ປີ ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ພັນ​ເອກ ປະເສີດ ທ່ຽງ​ທຳ ຫົວໜ້າ​ການ​ທະຫານ​ກອງພັນ​ໃຫຍ່ 605 ພ້ອມ​ດຽວ​ກັນ​ນັ້ນ, ຍັງ​ໄດ້​ຜ່ານ​ຄຳ​ສັ່ງ​ປະຈຳ​ວັນ​ຂອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ກ່ຽວ​ກັບ​ການຈັດຕັ້ງ​ສະເຫຼີມສະຫຼອງ ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ​ ຄົບຮອບ 74 ປີ ຕື່ມ​ອີກ. ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ: ສະຫາຍ ພັນ​ເອກ ແຫວນ​ຄຳ ຈະເລີນ​ວົງ ຫົວ ໜ້າ​ການເມືອງ ​ກອງ​ບັນຊາການ​ ທະຫານ​ແຂວງ ໄດ້​ພົບ​ປະ​ໂອ້​ລົມ​ພະນັກງານ​ປະຕິວັດ​ອາວຸໂສ​ບຳນານ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ​ຄົບຮອບ 74 ປີ, ສະຫາຍ ໄດ້​ສະແດງ​ຄວາມ​ຂອບໃຈ ແລະ ຮູ້​ບຸນຄຸນ​ຢ່າງ​ສູງ ຕໍ່​ພະນັກງານ​ປະຕິວັດ​ອາວຸໂສ​ບຳນານ​ແຕ່​ລະ ​ສະຫາຍ​ທີ່​ໄດ້​ອຸທິດເຫື່ອແຮງ, ສະຕິ​ປັນຍາ​ຂອງ​ຕົນ ປະກອບ ສ່ວນ​ເຂົ້າ​ໃນ​ພາລະກິດ​ລວມ​ຂອງ​ຊາດ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ ທີ່​ພັກ-ລັດ ແລະ ປະຊາຊົນ​ມອບ​ໝາຍໃຫ້ຈົນສຸດ​ກົກ​ສຸດ​ປາຍ ແລະ ເປັນ​ແບບຢ່າງ​ທີ່​ດີ​ໃຫ້​ແກ່​ພະນັກງານ​ນັກ-ນັກຮົບ​ຮຸ່ນ​ສືບ​ທອດ​ຕະຫຼອດ​ມາ, ພ້ອມ​ກັນ​ນັ້ນ, ກໍ​ໄດ້​ກ່າວ​ອວຍພອນ​ໄຊ​ອັນ​ປະເສີດ​ມາ​ຍັງ​ພະນັກງານ​ປະຕິວັດ​ອາວຸໂສ​ບຳນານ​ທຸກ​ສະ ຫາຍ ຈົ່ງ​ມີ​ສຸ​ຂະພາບ​ແຂງ​ແຮງ, ມີ​ຄວາມ​ຜາ​ສຸກ​ໃນ​ຊີວິດ​ສ່ວນ​ຕົວ ແລະ ຄອບຄົວ. ຈາກ​ນັ້ນ, ກໍ​ໄດ້​ມອບ​ຂອງຂວັນ​ຈຳນວນ​ໜຶ່ງ​ໃຫ້​ແກ່​ພະນັກງານ​ປະຕິວັດ​ອາວຸໂສ​ບຳນານ. ການ​ນຳ​ກອງ​ພົນ​ທີ 4: ນຳ ພາ​ໂດຍ ​ສະຫາຍ ພັນ​ເອກ ຕາງ​ ຕາ ຕາດ​ເວີນ​ຄຳ ຫົວໜ້າການ ​ທະຫານ​ ກອງ​ພົນ​ທີ 4 ພ້ອມ​ດ້ວຍ​ຄະນະ ໄດ້​ນຳ​ເອົາ​ກະ​ຕ່າ​ຂອງຂວັນ​ເຂົ້າ​ອວຍພອນ​ຄະນະ​ອຳນວຍ​ການ​ໂຮງໝໍ​ບໍລິເວນ 109 ກອງທັບ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ​ຄົບຮອບ 74 ປີ, ໂດຍ​ການ​ຕ້ອນຮັບ​ຂອງ​ສະຫາຍ ພັນ​ເອກ ຄອນ ສຸພັນ​ຄຳ ຫົວໜ້າ​ການເມືອງ​ໂຮງໝໍ​ບໍລິເວນ 109 ພ້ອມ​ດ້ວຍ​ຄະນະ. ໂອກາດ​ດຽວ​ກັນ​ນີ້, ຍັງ​ໄດ້​​ຢ້ຽມຢາມ ແລະ ມອບ​ວັດຖຸ​ປັດ​ໄຈ ໃຫ້​ພະ​ນັກງ​​ານ-ນັກຮົບ​ທີ່​ກຳລັງ​ປ່ິນ​ປົວ​ຢູ່​ໂຮງໝໍ ອີກ​ດ້ວຍ. ກອງພັນ​ໃຫຍ່ 497: ໄດ້​ປິດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ມວນ​ຊົນ ແລະ ກິລາ​ການ​ທະຫານ​ປະຈຳ​ປີ 2022 ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງພັນ​ໃຫຍ່ 497 ຄົບຮອບ 25 ປີ, ສຳລັບ​ຜົນ​ຂອງ​ການ​ແຂ່ງຂັນ​ສະຫຼຸບ​ໄດ້​ດັ່ງນີ້: ກິລາ​ບານເຕະ​ອາວຸໂສ​ອັນ​ດັບ I ພະ​ແນກ​ພະລາທິການ, ທີ II ກອງພັນ 423, ທີ III ກອງພັນ 424; ກິລາ​ບານເຕະ​ຊາວ​ໜຸ່ມ ອັນ​ດັບ I ກອງພັນ 423, ທີ II ກອງຮ້ອຍ​ກຳລັງ​ໄຟ, ທີ III ພະ​ແນກ​ພະລາທິການ; ກິລາ​ບານສົ່ງ​ອາວຸໂສ ອັນ​ດັບ I ກອງພັນ​ເຄື່ອນ​ທີ່​ໄວ 428, ທີ II ພະ​ແນກ​ພະລາທິການ, ທີ III ພະແນກການ​ເມືອງ, ບານສົ່ງ​ຊາວ​ໜຸ່ມ ອັນ​ດັບ I ກອງພັນ 424, ທີ II ພະ​ແນກ​ເສນາ, ທີ III ພະ​ແນກ​ເຕັກນິກ, ບານສົ່ງ​ຍິງ ອັນ​ດັບ I ສະຫະພັນ​ແມ່ຍິງ​ໜ່ວຍ 2 ພະ​ແນກ​ພະລາທິການ, ທີ II ທີມ​ປະສົມ​ສະຫະພັນ​ແມ່ຍິງ​ໜ່ວຍ 4, ທີ III ສະ ຫະ​ພັນ​ແມ່ຍິງ​ໜ່ວຍ 1 ພະ​ແນກ​ບໍລິຫານ; ກິລາ​ກະຕໍ້​ ອັນ​ດັບ I ກອງພັນ​ເຄື່ອນ​ທີ່​ໄວ 428, ທີ II ກອງພັນ 424 ແລະ ທີ III ກອງຮ້ອຍ​ກຳລັງ​ໄຟ; ກິລາ​ເປ​ຕັງ​ອາວຸໂສ​ອັນ​ດັບ I ພະ​ແນກ​ພະລາທິການ, ທີ II ພະ​ແນກ​ເຕັກນິກ, ທີ III ພະ​ແນກ​ເສນາທິການ, ເປ​ຕັງ​ຊາວ​ໜຸ່ມ ອັນ​ດັບ I ພະ​ແນກ​ພະລາທິການ, ທີ II ກອງພັນ 423, ທີ III ພະ​ແນກ​ເຕັກນິກ; ເປ​ຕັງ​ສະຫະພັນ​ແມ່ຍິງ​ອັນ​ດັບ I ສະຫະພັນ​ແມ່ຍິງ​ໜ່ວຍ 2 ພະ​ແນກ​ພະລາທິການ, ທີ II ທີມ​ປະສົມ​ສະຫະພັນ​ແມ່ຍິງ​ໜ່ວຍ 4, ທີ III ສະຫະພັນ​ແມ່ຍິງ​ໜ່ວຍ 1 ພະ​ແນກ​ບໍລິຫານ; ກິລາ​ດຶງເຊືອກ ອັນ​ດັບ​ທີ I ພະ​ແນກ​ເສນາທິການ, ທີ II ພະ​ແນກ​ພະລາທິການ, ທີ III ກອງພັນ 423 ແລະ ພະ​ແນກ​ເຕັກນິກ; ກິລາ​ການ​ທະຫານ ຜ່ານ​ສິ່ງ​ກີດຂວາງ ອັນ​ດັບ​ທີ I ແມ່ນ​ກອງພັນ​ເຄື່ອນ​ທີ່​ໄວ 428, ທີ II ກອງພັນ 423, ທີ III ພະ​ແນກ​ພະລາທິການ ແລະ ກິລາ​ນັກຮົບ​ແຂງແຮງ ອັນ​ດັບ​ທີ I ກອງພັນ 423, ທີ II ກອງພັນ 424, ທີ III ພະ​ແນກ​ພະລາທິການ. ກອງພັນ 701 ກອງພັນ​ໃຫຍ່ 102 ກອງ​ພົນ​ທີ 1: ໄດ້​ປິດ​ບັ້ນ​ອົບຮົມ-ຫັດ​ແອບ, ປັບປຸງ​ລະບຽບ​ແບບແຜນ, ເຝິກຝົນ​ກຳລັງ​ແຮງ​ກາຍ ປະຈຳ​ປີ 2022, ພາຍຫຼັງ​ທີ່​ໄດ້​ດຳເນີນ​ການ​ອົບຮົມ-ຫັດ​ແອບ​ເປັນ​ເວລາ 90 ວັນ, ​ສະຫຼຸບ​ຜົນ​ໄດ້​ຮັບ​ຄື: ພາກ​ການເມືອງ ປະ ຕິບັດ​ບັນລຸ​ໄດ້ 89%, ພາກ​ການ ​ທະຫານ​ລວມ​ມີ: ລະບຽບ​ງົດ​ງາມ ປະຕິບັດ​ໄດ້ 87%, ກິລາ​ກາ​ຍະ​ກຳ 85%, ພາກ​ສິລະ​ປະຍຸດ 86%, ພາກຍຸດທະວິທີ 79%, ພາກ​ພະລາ​ທິ​ການ-ເຕັກນິກປະຕິ ບັດ​ໄດ້ 88%, ເຂົ້າ​ຮ່ວມ​ໃນ​ພິທີ​ດັ່ງກ່າວ​ໂດຍ ສະຫາຍ ພັນ​ໂທ ສອນ​ພັນ ລໍ​ຈິງ​ຄຸນ​ພັນ ຫົວໜ້າພະ ​ແນກ​ເສນາ​ທິ​ການ​ ກອງພັນ​ໃຫຍ່ 102. ກອງຮ້ອຍ 27 ກອງບັນ ຊາ​ການ​ທະຫານ​ເມືອງວຽງ​ຄຳ​ ແຂວງ​ຫຼວງ​ພະ​ບາງ: ໄດ້​ປິດ​ຂະ​ ບວນ​ການ​ແຂ່ງຂັນ​ກິລາ​ມວນ​ຊົນ, ສຳລັບ​ຜົນ​ຂອງ​ການ​ແຂ່ງຂັນສະ ຫຼຸບ​ໄດ້​ດັ່ງນີ້: ກິລາ​ບານເຕະ ​ອັນ ​ດັບ​ທີ I ທີມ ພະລາທິການ, ທີ II ທີມ​ເສນາ​ທິ​ການ, ທີ III ທີມ​ການເມືອງ, ກິລາ​ບານສົ່ງ​ອັນ​ດັບ​ທີ I ໝວດ​ທະຫານ​ຮາບ​ທີ 1, ທີ II ໝວດ​ກຳລັງ​ໄຟ, ທີ III ໝວດ​ທະຫານ​ຮາບ​ທີ 3; ກິລາ​ກະຕໍ້ ອັນ​ດັບ​ທີ I ໝູ່​ສຳນັກງານ, ທີ II ໝວດ​ກຳລັງ​ໄຟ, ທີ III ໝວດ​ທະຫານ​ຮາບ​ທີ 2 ແລະ ກິລາ​ເປ​ຕັງ​ອັນ​ດັບ​ທີ I ໝວດ​ທະຫານ​ຮາບ​ທີ 1, ທີ II ໝວດ​ທະຫານ​ຮາບ​ທີ 2, ທີ III ໝວດ​ທະຫານ​ຮາບ​ທີ 3. ອົງ​ການຈັດຕັ້ງ​ມະຫາຊົນ​ເມືອງ​ວັງ​ວຽງ​ ແຂວງ​ວຽງ​ຈັນ: ໃນ​ນັ້ນ, ມີຊາວ​ໜຸ່ມ, ແມ່ຍິງ ແລະ ກຳມະບານ ເມືອງ​ວັງ​ວຽງ ນຳພາ​ໂດຍ​ສະຫາຍ ສີ​ສຸພັນ ວັດທະນະ​ວົງ ປະທານແນວລາວ​ສ້າງ​ຊາດ, ຜູ້​ຊີ້​ນຳ​ອົງ​ການຈັດຕັ້ງ​ມະຫາຊົນ​ເມືອງ ໄດ້​ເຂົ້າອວຍພອນ​ອົງການ ຈັດຕັ້ງ​ຊາວ​ໜຸ່ມ, ແມ່ຍິງ​ກອງພົນ ​ທີ 1 ເນື່ອງ​ໃນ​ໂອກາດ​ສະເຫຼີມ ສະຫຼອງ​ວັນ​ສ້າງຕັ້ງ​ກອງທັບປະ ຊາຊົນ​ລາວ ​ຄົບຮອບ 74 ປີ ແລະ ວັນ​ສ້າງຕັ້ງ​ກອງ​ພົນ​ທີ 1 ຄົບ ຮອບ 38 ປີ, ໂດຍ​ມີ​ສະຫາຍ ພັນ ​ເອກ ສອນ​ໄຊ ຈັນ​ຍາ​ລາດ ຫົວ ໜ້າ​ຫ້ອງ​ການເມືອງ ພ້ອມ​ດ້ວຍ​ອົງ​ການຈັດຕັ້ງ​ມະຫາຊົນ ກອງ​ພົນ​ທີ 1 ໃຫ້ການ​ຕ້ອນຮັບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ