ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນທະຫານຊາຍແດນ 712 ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກຮຽນກໍ່ສ້າງນາຍສິບ ຊຸດທີ V
ເວລາອອກຂ່າວ: 2023-02-07 08:55:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ໃນລະຫວ່າງວັນ​ທີ 23-25 ມັງກອນ 2023 ນີ້, ໂຮງຮຽນ​ທະຫານ​ຊາຍ​ແດນ 712 ໄດ້​ຈັດຕັ້ງ​ຍິງເປົ້າໝາຍດ້ວຍ​ລູກປືນ​ແທ້​ ໃຫ້​ນັກຮຽນ​ກໍ່ສ້າງ​ນາຍ​ສິບ ຊຸດ​ທີ V, ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ພັນ​ເອກ ສັກ​ສົມບັດ ແກ້ວ​ສິດທິ​ວົງສາ ຫົວໜ້າ​ການ​ທະຫານໂຮງຮຽນ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ກອງພັນ​ນັກຮຽນ, ພະນັກງານ-ອົງການ ຕະຫຼອດ​ຮອດ​ຄູ​-ອາຈານ ແລະ ນັກຮຽນ​ກໍ່ສ້າງ​ນາຍ​ສິບ ​ຊຸດ​ທີ V ເຂົ້າ​ຮ່ວມ. ສະຫາຍ ​ພັນໂທ ລອນ ແສນ​ດາວເຮືອງ ຮອງ​ຫົວໜ້າ​ພະ​ແນກ​ອົບຮົມ​ກໍ່ສ້າງ ໄດ້​ກ່າວ​ວ່າ: ເພື່ອເຮັດ​ໃຫ້ການ​ຍິງເປົ້າໝາຍດ້ວຍລູກປືນ​ແທ້​ໃນ​ຄັ້ງ​ນີ້ ໄດ້​ຮັບ​ປະສິດ ທິພາບ​ສູງ ຄະນະ​ຊີ້​ນຳ ແລະ ບັນດາ​ຄູ​-ອາຈານ ໄດ້​ເອົາໃຈໃສ່​ເນັ້ນ​ໜັກ​ໃຫ້​ນັກ​ຍິງ​ແຕ່ສະຫາຍຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ເອງ ຕັດ​ສິນ​ໃຈ​ສຸມ​ທຸກ​ສະຕິ​ປັນ ຍາ​ເພື່ອ​ດັບ​ສູນ​ເປົ້າ​ໝາຍ​ໃຫ້​ໄດ້​ຕາມ​ຄາດໝາຍ​ທີ່​ວາງ​ໄວ້. ໃນ ​ນັ້ນ​, ມີ​ນັກຍິງ161 ສະຫາຍ ແລະ ປືນ​ທີ່​ນຳ​ມາ​ຍິງ​ໃນ​ຄັ້ງ​ນີ້​ ປະກອບ​ມີ 2 ຊະນິດ​ຄື: ປືນ​ກົນ​ເບົາ ແລະ ປືນ​ກົນ​ໜັກ, ປືນ​ກົນ​ເບົາ​ ປະກອບ​ມີ AKM, ຜົນ​ໄດ້​ຮັບສະຫຼຸບ​ໄດ້​ດັ່ງນີ້ ຂັ້ນ​ດີເລີດ 9 ສະຫາຍ ເທົ່າກັບ 5,59%, ຂັ້ນ​ດີ​ຫຼາຍ 53 ສະ​ຫາຍ 32,91%, ຂັ້ນ​ດີ 99 ສະ ຫາຍ ເທົ່າກັບ 61,49%. ສ່ວນ​ປືນ​ກົນ​ໜັກ ປະກອບ​ມີ ປືນ DK 75 ​ມມ ແລະ DK 82 ​ມມ ມີ 18 ໝູ່ ​ສະຫຼຸບໄດ້​ດັ່ງນີ້: ຂັ້ນ​ເກັ່ງ 15 ໝູ່ ເທົ່າກັບ 83,33%, ຂັ້ນ​ ດີ 3 ໝູ່ ເທົ່າກັບ 16,66%. ໃນ​ນັ້ນ, ​ມີ​ນັກ​ຍິງ​ເກັ່ງ 3 ສະຫາຍ. ການ​ປະຕິບັດ​ຍິງລູກປືນ​ແທ້​ ໃນຄັ້ງ​ນີ້​ເພື່ອ​ເຮັດ​ໃຫ້​ນັກຮຽນ ກຳໄດ້​ຈັງ​ຫວະບາດກ້າວ, ວິທີ​ນຳ​ໃຊ້​ອາວຸດ​-ກະ​ສຸນໃຫ້​ຊຳນິ​ຊຳນານ ແລະ ສາມາດ​ດັບສູນ​ເປົ້າ​ ໝາຍ​ໄດ້, ຮູ້​ໝູນ​ໃຊ້ທ່າ​ຈັງ​ຫວະ ເພື່ອ​ຮັບ​ມື​ໃນ​ທຸກ​ກໍລະ​ນີທີ່​ຈະ​ເກີດ​ຂຶ້ນ, ແກ້ໄຂ​ທຸກ​ສະພາບ​ການ​ໃຫ້​ທັນ​ເວລາ, ຮັກສາ​ໄດ້​ຄວາມ​ປອດ​ໄພ 100%. ທັງ​ນີ້​, ກໍເປັນ​ການ​ປະຕິບັດ​ຕາມ​ແຜນ​ການ​ອົບຮົມ-ຫັດ​ແອບ ການ​ຮຽນ, ​ການ​ສອນ ພາກ​ທິດ​ສະ​ດີ, ຫຼັກການ ແລະ ພາກ​ປະຕິບັດ​ຕົວ​ຈິງ ທັງ​ເປັນ​ການ ​ເສີມ​ກຳລັງ​ແຮງ ເວົ້າ​ລວມ, ເວົ້າ​ສະເພາະ​ ກໍຄື​ວຽກ​ງານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຊາຍ​ແດນ ໃຫ້​ເຕີບ​ໃຫຍ່​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ວາດ ຄະ​ສົມ​ຜອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ