ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 3 ປັບປຸງການຈັດຕັ້ງຢູ່ອົງການ, ກົມກອງ
ເວລາອອກຂ່າວ: 2023-02-07 08:54:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:



ວັນ​ທີ 27 ມັງກອນ 2023 ນີ້, ຢູ່​ທີ່​ສະໂມສອນ ກອງ​ພົນ​ທີ 3 ໄດ້​ປະກາດການປັບປຸງ​ການຈັດຕັ້ງ​ຂັ້ນ​ບັນຊາ​ ພະ​ແນກ​ຢູ່​ບັນ ດາ​ຫ້ອງ, ກົມກອງ, ກອງພັນ​ ໃຫຍ່ 301, ກອງພັນ​ໃຫຍ່ 302, ໂດຍ​ການ​​ເປັນ​ປະທານຂອງ ສະຫາຍ ພັນ​ເອກ ສໍ​ຍັນ ລໍ​ອິນ​ສອນ ຮອງ​ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ ກອງ​ພົນ​ທີ 3, ມີ​ຄະ ນະ​ຫ້ອງ​, ພະນັກງານ​ຫຼັກ​ແຫຼ່ງ​ມາ​ຈາກ​ອົງການ, ກົມ​ກອງ ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ວົງ​ປະເສີດ ນັດ​ອຸດົມ ຮອງ​ຫົວໜ້າ​ພະ​ແນກ​ພະນັກງານ ກອງ​ພົນ​ທີ 3 ໄດ້​ຜ່ານ​ຂໍ້ຕົກລົງ ວ່າ​ດ້ວຍ​ການ​ສັ່ງ​ຖອນ ແລະ ການ​ແຕ່ງຕັ້ງພະ ນັກງານ​ບັນຊາ​ບາງ​ພະແນກການ, ກົມ​ກອງ​ທີ່​ຂຶ້ນ​ກັບ​ກອງ​ພົນ​ທີ 3. ໃນ​ນີ້, ຄະນະ​ກອງ​ພົນ​ທີ 3 ຕົກລົງ​ແຕ່ງຕັ້ງ​ຂັ້ນ​ຮອງ​ຫົວໜ້າພະ​ແນກ, ຊ່ວຍ​ວຽກ​ຢູ່​ບັນດາ​ອົງການ​ກົມ​ກອງ ທົ່ວ​ກອງ​ພົນ​ທີ 3 ຈຳນວນ 34 ສະຫາຍ. ສະຫາຍ ພັນ​ໂທ ເພັດ​ສິນ​ສັງ ສຸ​ຂະ​ທິ​ວົງ ຫົວໜ້າ​ພະ​ແນກ​ຈັດ​ຕັ້ງ​ພັກ ໄດ້​ຜ່ານ​ມະຕິ​ຕົກລົງ​ຂອງ​ຄະນະ​ພັກ​ກອງ​ພົນ ວ່າ​ດ້ວຍການ​ບົ່ງ​ຕົວ ແຕ່ງຕັ້ງ​ເລຂາ, ຮອງ​ເລຂາ ແລະ ກຳມະການ​ຄະນະ​ພັກ​ຮາກ​ຖານ​ກອງພັນ 563 ຕື່ມ​ອີກ. ສະຫາຍ ພັນ​ເອກ ສໍ​ຍັນ ລໍ​ອິນ​ສອນ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຜົນງານ​ທີ່​ບັນດາ​ສະຫາຍ​ສ້າງ​ໄດ້​ຕະຫຼອດ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ຮຽກຮ້ອງ​ຜູ້​ທີ່​ໄດ້​ຮັບ​ໜ້າທີ່​ໃໝ່​ ຈົ່ງ​ຍົກ​ສູງ​ນ້ຳໃຈ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ​ຂອງ​ຕົນ​ທີ່​ພັກ-ລັດ, ຂັ້ນ​ເທິງ​ມອບ​ໝາຍ​ໃຫ້, ມີ​ແບບແຜນ​ວິທີ​ເຮັດ​ວຽກ​ທີ່​ທັນ​ສະໄໝ, ປະຕິບັດ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ​ເຮັດ​ວຽກ​ເປັນ​ໝູ່​ຄະນະ, ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ​ທີ່​ພັກ-ລັດ​ການຈັດຕັ້ງ​ມອບ​ໝາຍ​. ໂດຍ: ເທບ​ພະ​ກອນ ລັດຕະນະ​ສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ