ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 2 ມອບ-ໂອນ ພະແນກກົດໝາຍ ລະຫວ່າງ ຫ້ອງການ ແລະ ບໍລິຫານ ໄປຂຶ້ນກັບຫ້ອງການເມືອງ
ເວລາອອກຂ່າວ: 2023-02-07 08:52:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 660 | ຄວາມນິຍົມ:



ວັນ​ທີ 27 ມັງກອນ 2023 ນີ້, ກອງ​ພົນ​ທີ 2 ໄດ້​ຈັດ​ພິທີມອບ- ໂອນ​ພະ​ແນກ​ກົດໝາຍ​ ລະຫວ່າງ​ຫ້ອງການ ແລະ ບໍລິຫານ ໄປ​ຂຶ້ນ​ກັບ​ຫ້ອງ​ການເມືອງ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ຄຳ​ຜາ ພຸດ​ຫຼຽນ​ທອງ ຫົວໜ້າ​ ຫ້ອງການ, ມີ​ສະຫາຍ ​ພັນ​ໂທ ສອນ​ເພັດ ວັນນະ​ໄຊ ຄະນະ​ພັກ​ກອງ​ພົນ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ຜູ້​ຊີ້​ນຳ​ວຽກ​ງານ​ຍຸຕິ​ທຳ, ມີ​ບັນດາຕາງໜ້າ​ອົງການ, ພະ ແນກການ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ. ສະຫາຍ ​ພັນ​ໂທ ອຳນວຍ ສຸກ​ສະ​ຫວັດ ຄະນະ​ພັກ​ກອງ​ພົນ ຮອງ​ຫົວໜ້າ​ຫ້ອງການ ໄດ້​ຜ່ານ​ຂໍ້​ຕົກລົງຂອງ​ກະຊວງ​ປ້ອງ​ປະເທດ ວ່າ​ດ້ວຍ​ການ​ໂອນ​ກົມ​ກົດໝາຍ ໄປ​ຂຶ້ນ​ກັບ​ກົມ​ໃຫຍ່​ການເມືອງ​ກອງທັບ ແລະ ຂໍ້​ຕົກລົງຂອງ ​ກອງ​ ພົນ​ທີ 2 ວ່າ​ດ້ວຍ​ການ​ໂອນ​ພະ​ແນກ​ກົດໝາຍ ໄປ​ຂຶ້ນ​ກັບ​ຫ້ອງ​ການເມືອງ, ໂດຍ​ອີງ​ຕາມ​ດຳລັດ ວ່າ​ດ້ວຍ​ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ​ກະຊວງ​ປ້ອງ​ກັນ​ ປະເທດ ແລະ ອີງ​ຕາມ​ແຜນ​ຍຸດ​ທະ​ສາດ​ປັບປຸງ​ກໍ່ສ້າງ​ກຳລັງ​ກອງທັບ​ດ້ານ​ການຈັດຕັ້ງ ແລະ ການ​ປະກອບ​ຈຳນວນ​ພົນ. ຈາກ​ນັ້ນ, ສະຫາຍ​ ພັນ​ໂທ ຫຸມແພງ ພົມມະນີ ຫົວໜ້າ​ພະ​ແນກ​ກົດໝາຍ ໄດ້​ຜ່ານ​ບົດ​ສະຫຼຸບ​ຫຍໍ້​ການເຄື່ອນໄຫວ​ໃນ​ໄລຍະ​ຜ່ານ​ມາ ເຊິ່ງ​ພະ​ແນກ​ກົດໝາຍໄດ້​ເຄື່ອນ​ໄຫວ​ແກ້​ໄຂ​ຄະດີ​ຕ່າງໆ, ນຳ​ເອົາ​ເອກະສານ​ກົດໝາຍ​ເຜີຍແຜ່​ໃຫ້​ພະນັກງານ- ນັກຮົບຢູ່​ແຕ່​ລະ​ກົມ​ກອງໄດ້​ຮັບ​ຮູ້ ແລະ ເຂົ້າໃຈຕໍ່​ກົດໝາຍ​ເປັນ​ຢ່າງ​ດີ. ໃນ​ພິ​ທີຍັງ​ໄດ້​ເຊັນ​ບົດ​ບັນທຶກມອບ-ໂອນ​ພະແນກ​ກົດໝາຍ​ ລະຫວ່າງ ​ຫ້ອງການ ແລະ ບໍລິຫານ​ໄປ​ຂຶ້ນ​ກັບ​ຫ້ອງ​ການເມືອງ​ກອງ​ພົນ​ທີ 2 ຕື່ມ​ອີກ. ສະຫາຍ ພັນ​ໂທ ຄຳ​ຜາ ພຸດ​ຫຼຽນ​ທອງ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ​ທີ່ສ້າງໄດ້​ຕະຫຼອດ​ໄລຍະ​ຜ່ານ​ມາ ພ້ອມ​ທັງ, ໃຫ້​ທິດ​ຊີ້​ນຳ​ບາງ​ບັນຫາ​ທີ່​ສຳຄັນ ເປັນຕົ້ນ​ແມ່ນ​ການ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ​ ໃຫ້​ພະນັກງານ-ນັກຮົບ​ມີຄວາມ​ໜັກ​ແໜ້ນ, ສືບຕໍ່​ຮັດ​ແໜ້ນ​ຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ, ມີ​ແບບແຜນ​ວິທີ​ເຮັດ​ວຽກ​ບົນ​ພື້ນຖານ​ຫຼັກການ​ປະຊາທິປະໄຕ, ແບ່ງ​ບຸກຄົນ​ຮັບຜິດ ຊອບ ແລະ ເອົາໃຈໃສ່​ຕໍ່​ວຽກ​ງານ​ວິຊາ​ສະເພາະ​ຂອງ​ຕົນ​ສາມາດ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຕາມ​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ໂດຍ: ຄຳ​ຮັກ ໄຊ​ວັນ​ທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ