

![]()
ກອງພັນທີ 1 ມອບຫໍຂ່າວໃຫ້ໂຮງຮຽນກໍ່ສ້າງນາຍສິບ ເລກ 1
ເວລາອອກຂ່າວ: 2023-02-07 08:51:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:
ຫວ່າງບໍ່ດົນຜ່ານມານີ້ ກອງພັນທີ 1 ໄດ້ຈັດຕັ້ງມອບຫໍຂ່າວຫຼັງ ໃໝ່ໃຫ້ໂຮງຮຽນກໍ່ສ້າງນາຍ ສິບ ເລກ 1 ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງໂຮງຮຽນກໍ່ສ້າງນາຍສິບ ເລກ 1, ມີ ສະຫາຍ ພັນໂທ ສຸກໃຫວ ພິຈິດ ຮອງຫົວໜ້າຫ້ອງການເມືອງ, ມີຄະນະ ພັກ-ຄະນະບັນຊາກອງພັນ, ກອງຮ້ອຍ, ຕາງໜ້າຄະນະພັກ-ຄະນະ ບັນຊາ 3 ກອງພັນ, ພະນັກງານ-ນັກຮົບ ແລະ ນັກຮຽນເຂົ້າຮ່ວມ.
ສະຫາຍ ພັນຕີ ຄຳພຸດ ໄຊແສງແກ້ວ ຫົວໜ້າການເມືອງ ກອງພັນທີ 1 ໄດ້ລາຍງານຫຍໍ້ກ່ຽວກັບການກໍ່ສ້າງຫໍຂ່າວ ເຊິ່ງໄດ້ເລີ່ມກໍ່ສ້າງມາແຕ່ທ້າຍເດືອນ ພະຈິກ 2022 ເປັນຕົ້ນມາ. ຫໍຂ່າວດັ່ງກ່າວມີຂະໜາດກວ້າງ 6 ແມັດ, ຍາວ 9 ແມັດ ແລະ ສູງ 3 ແມັດ. ໃຊ້ເສົາເບຕົງເສີມເຫຼັກ, ຫຼັງຄາມຸງດ້ວຍກະເບື້ອງ ໂດຍແມ່ນທືນສົມທົບຂອງນັກຮຽນ ກອງພັນທີ 1 ແລະ ການປະກອບສ່ວນຂອງ
ໜ່ວຍຊາວໝຸ່ມ, ຮ່ວງເງິນບໍລິຫານຂອງກົມກອງຈຳນວນໜຶ່ງ ລວມມູນຄ່າໃນການກໍ່ສ້າງ 11.566.000 ກີບ. ການສ້າງຫໍຂ່າວ ແມ່ນການຮັບປະກັນທາງດ້ານການໂຄສະນາເຜີຍແຜ່ການເຄື່ອນໄຫວວຽກງານຂອງກົມກອງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃຫ້ມີຄຸນນະພາບ, ເປັນການປັບປຸງໃຫ້ກົມກອງມີຄວາມເປັນລະບຽບຈົບງາມ ແລະ ເຜີຍແຜ່ຮູບພາບການເຄື່ອນໄຫວ ບັນດາຂະບວນການຕ່າງໆໂດຍສະເພາະແມ່ນ ບົດກາບກອນ, ບົດຂ່າວ, ບົດເພງ ແລະ ມູນເຊື້ອຕ່າງໆຂອງກອງທັບ, ເພື່ອເປັນຜົນງານໄວ້ເອກອ້າງໃຫ້ນັກຮຽນແຕ່ລະຊຸດໄດ້ເບິ່ງໄດ້ຊົມ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ໄດ້ມີຄຳເຫັນໂອ້ລົມ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາສະຫາຍທຸກພາກສ່ວນທີ່ໄດ້ມີນ້ຳຈິດນ້ຳໃຈ ລະດົມທຶນຊ່ວຍເຫຼືອໃນການປະກອບສວ່ນສ້າງຫໍຂ່າວຂອງກົມກອງ ເວົ້າສະເພາະ ກໍ່ແມ່ນການພັດທະນາໂຮງຮຽນໃຫ້ມີຄວາມເປັນລະບຽບຈົບງາມ, ມີຄວາມສີວິໄລຂຶ້ນເປັນເທື່ອລະກ້າວ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາກົມກອງຈົ່ງສືບຕໍ່ສືກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ແລະ ນັກຮຽນເປັນຫຼັກ. ພ້ອມນັ້ນ, ສະຫາຍຍັງໄດ້ມອບຫໍຂ່າວຄືນໃຫ້ທາງກອງພັນທີ1 ເປັນຜູ້ຄຸ້ມຄອງ ປົກປັກຮັກສາ ເພື່ອເຮັດໃຫ້ກົມກອງມີໃບໜ້າອັນໃໝ່ ແລະ ກ້າວໄປສູ່ກົມກອງທີ່ມີແບບແຜນທັນສະໄໝ ກົມກອງວັດທະນະທຳໃນຕໍ່ໜ້າ.
ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ