

![]()
ມອບ-ຮັບໜ້າທີ່ ເລຂາຄະນະພັກ ແລະ ລັດຖະມົນຕີກະຊວງການເງິນ
ເວລາອອກຂ່າວ: 2023-02-06 09:51:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 10 | ຄວາມນິຍົມ:
ພິທີມອບ-ຮັບໜ້າທີ່ ເລຂາຄະນະພັກ ແລະ ລັດຖະມົນຕີ ກະຊວງການເງິນ ລະຫວ່າງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການເງິນ (ຜູ້ເກົ່າ) ແລະ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການເງິນ (ຜູ້ໃໝ່) ໃນວັນທີ 3 ກຸມພາ 2023 ນີ້ ທີ່ກະຊວງການເງິນ, ເພື່ອສືບຕໍ່ນຳພາ-ຊີ້ນຳວຽກງານຕາມການຈັດຕັ້ງພັກ-ລັດມອບໝາຍໃຫ້, ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ , ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍອະດີດການນຳຂັ້ນສູງ ແລະ ພະນັກງານຫຼັກແຫຼ່ງ ກະຊວງການເງິນ ເຂົ້າຮ່ວມ.
ທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ຜ່ານບັນດານິຕິ
ກຳຕ່າງໆ ໂດຍສະເພາະເອກະສານ ວ່າດ້ວຍ ການຍົກຍ້າຍ ແລະ ແຕ່ງຕັ້ງເປັນຕົ້ນແມ່ນຄຳສັ່ງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ, ລົງວັນທີ 26 ມັງກອນ 2023 ວ່າດ້ວຍ ການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ແລະ ລັດຖະດຳລັດຂອງປະທານປະເທດວ່າດ້ວຍການຍົກຍ້າຍສະມາຊິກລັດຖະບານ ໂດຍຍົກຍ້າຍ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງການເງິນ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ແຂວງສະຫວັນນະເຂດ. ພ້ອມດຽວກັນນີ້, ຍັງໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 280/ຄລສພ ລົງວັນທີ 26 ມັງກອນ 2023 ວ່າດ້ວຍ ການແຕ່ງຕັ້ງກຳມະການຄະນະພັກ, ກຳມະການຄະນະປະຈຳພັກກະຊວງການເງິນ, ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 07/ກມສພ ລົງວັນທີ 26 ມັງກອນ 2023 ວ່າດ້ວຍການແຕ່ງຕັ້ງເລຂາຄະນະພັກກະຊວງການເງິນ ແລະ ລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 010/ປປທ ລົງວັນທີ 31 ມັງກອນ 2023 ວ່າດ້ວຍການແຕ່ງຕັ້ງສະມາຊິກລັດຖະບານ ໂດຍແຕ່ງຕັ້ງ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເປັນເລຂາຄະນະພັກກະຊວງການເງິນ ແລະ ເປັນລັດຖະມົນຕີກະຊວງການເງິນ (ຜູ້ໃໝ່).
ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ກໍໄດ້ໂອ້ລົມແລະເນັ້ນບາງບັນຫາຕໍ່ຄະນະນຳກະຊວງການເງິນ ຕ້ອງສຸມໃສ່ຈັດຕັ້ງປະຕິບັດຮັກສາສະຖຽນລະພາບທາງດ້ານເສດຖະກິດ ໃຫ້ໝັ້ນທ່ຽງ ໂດຍສະເພາະອັດຕາເງິນເຟີ້, ອັດຕາແລກປ່ຽນ, ລາຄານ້ຳມັນ; ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດຢ່າງຫ້າວຫັນ ໂດຍສະເພາະ ຊຸກຍູ້ການຜະລິດເປັນສິນຄ້າສົ່ງອອກ ເພື່ອທົດແທນການນຳເຂົ້າ; ການຄຸ້ມຄອງເງິນຕາ, ຫັນເປັນທັນສະໄໝ; ຄຸ້ມຄອງລາຍຮັບ-ລາຍຈ່າຍ ຕິດພັນກັບການປະຍັດມັດທະຍັດ; ການແກ້ໄຂໝີ້ສິນພາຍໃນ ໂດຍສະເພາະໂຄງການລົງທຶນຂອງລັດ ແລະ ໜີ້ສິນຂອງລັດວິສາຫະກິດຕ່າງໆ; ໃຫ້ກະຊວງການເງິນກວດກາຄືນ ໄຈ້ແຍກແຕ່ລະສັນຍາໂຄງການ ເນື່ອງຈາກມີບາງໂຄງການສາມາດສ້າງລາຍຮັບໄດ້ຫຼາຍ ເພື່ອຫັນບັນດາໂຄງການເຫຼົ່ານີ້ໃຫ້ມີສ່ວນຮ່ວມເພື່ອຊ່ວຍລັດຖະບານ; ເອົາໃຈໃສ່ຈັດເກັບລາຍຮັບທາງດ້ານງົບປະມານ, ອັດຕາການຮົ່ວໄຫຼ ຕ້ອງຫັນເປັນທັນສະໄໝໃຫ້ກວ້າງຂວາງ ແລະ ທົ່ວເຖິງແຕ່ສູນກາງລົງຫາທ້ອງຖິ່ນຕື່ມ. ນອກຈາກນີ້, ໃຫ້ເອົາໃຈໃສ່ກ່ຽວກັບການບໍລິ ຫານຄຸ້ມຄອງລັດດ້ວຍກົດໝາຍ ເນື່ອງຈາກຄວາມເອົາໃຈໃສ່ໃນການປະຕິບັດກົດໝາຍ ແລະ ການບັງຄັບໃຊ້ກົດໝາຍໃນຂົງເຂດການເງິນ, ການປະຕິບັດຕໍ່ການລະເມີດ ແລະ ວິໄນ ຍັງບໍ່ທັນເຂັ້ມງວດ, ຂັ້ນຂອດການບໍລິການຍັງຊັກຊ້າ ແລະ ການຈັດຕັ້ງຜັນຂະຫຍາຍໃນການປະຕິບັດຄຳສັ່ງເລກທີ 18 ຂອງນາຍົກວ່າດ້ວຍການເພີ່ມທະວີການຄຸ້ມຄອງຕ້ານການຮົ່ວໄຫຼດ້ານງົບປະມານຍັງບໍ່ທັນເປັນເອກະພາບ ເປັນຕົ້ນ ຄວາມເປັນເຈົ້າການຂອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຍັງບໍ່ທັນເປັນເຈົ້າການເທົ່າທີ່ຄວນຕາມທີ່ໄດ້ກຳນົດໄວ້ໃນຄຳສັ່ງດັ່ງກ່າວ. ສະນັ້ນ, ໃຫ້ກະຊວງການເງິນກວດຄືນ; ພ້ອມກັນນີ້, ການພັດທະນາເຄື່ອງມືທີ່ທັນສະໄໝເຂົ້າໃນການຄຸ້ມຄອງການຈັດເກັບລາຍຮັບ ດ້ວຍລະບົບທີ່ທັນສະໄໝ ລວມທຸກຂົງເຂດທີ່ມີແຫຼ່ງລາຍຮັບ ເພື່ອອັດຊ່ອງວ່າງການຮົ່ວໄຫຼ; ການເກັບລາຍຮັບຈາກພາສີທີ່ດິນ ຍັງຂາດຂໍ້ມູນຂອງທີ່ດິນ ເພາະວ່າທີ່ດິນໄດ້ແບ່ງອອກເປັນຫຼາຍປະເພດທີ່ດິນ ເຮັດໃຫ້ການເກັບອາກອນລາຍໄດ້ ຍັງບໍ່ທັນຖືກຕ້ອງໃນບາງທ້ອງຖິ່ນ ແລະ ການເກັບຄ່າທຳນຽມປະຈຳປີ ຍັງບໍ່ທັນຄົບຖ້ວນຕາມເວລາ.
ໂດຍ: ມະນີທອນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ