

![]()
ເຈົ້າແຂວງ ແຂວງໄຊຍະບູລີ ເຄື່ອນໄຫວຢ້ຽມຢາມກອງຮ້ອຍ ທະຫານຊາຍແດນ
ເວລາອອກຂ່າວ: 2023-02-06 09:44:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 15 | ຄວາມນິຍົມ:
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 74 ປີ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ແຂວງໄຊຍະບູລີ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ໄດ້ລົງຢ້ຽມຢາມພົບປະພະນັກງານ-ນັກຮົບ ທະຫານຊາຍແດນ ເຂດເມືອງບໍ່ແຕນ, ໃນວັນທີ 2 ກຸມພາ 2023 ນີ້, ໂດຍໃຫ້ການຕ້ອນຮັບຂອງ ທ່ານ ສົມສະນຸກ ໄຊອຸດົມ ວ່າການເຈົ້າເມືອງ ເມືອງບໍ່ແຕນ, ມີສະຫາຍ ພັນຕີ ຫຸມແພງ ຈັນທະສອນ ຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 159 ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງເມືອງ ແລະ ພະນັກງານ-ນັກຮົບທະຫານຊາຍແດນເຂົ້າຮ່ວມ.
ທ່ານເຈົ້າແຂວງ ແຂວງໄຊຍະບູລີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານ-ນັກຮົບ ທະຫານຊາຍແດນ ທີ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ຢ່າງເຂັ້ມງວດ ແລະ ຖາມຂ່າວຄາວ, ຄວາມສຸກ-ທຸກ ພ້ອມທັງໄດ້ໃຫ້ກຳລັງໃຈຕໍ່ພະນັກງານ-ນັກຮົບທະຫານຊາຍແດນ ທີ່ເຮັດໜ້າທີ່ປ້ອງກັນຊາຍແດນ, ພ້ອມທັງໄດ້ຮຽກຮ້ອງໃຫ້ແຕ່ລະສະຫາຍຈົ່ງເຊີດຊູທຸກກຳລັງແຮງເຂົ້າໃນການປະຕິບັດໜ້າທີ່, ທີ່ພັກ-ລັດໄດ້ມອບໝາຍໃຫ້, ກໍຄືການຮັກສາເຂດຊາຍແດນ, ເຂດນ້ຳແດນດິນອັນຄົບຖ້ວນຂອງຊາດ, ເວົ້າລວມ, ເວົ້າສະເພາະແມ່ນເຂດນ້ຳແດນດິນຂອງແຂວງໄຊຍະບູລີ ກໍຄືເຂດແດນຂອງເມືອງບໍ່ແຕນ ໄວ້ໃຫ້ໝັ້ນຄົງ, ມີສະຕິລະວັງຕົວທຸກເວລາ, ລາດຕະເວນເຂດແດນທີ່ຮັບຜິດຊອບໃຫ້ເປັນປົກກະຕິ-ຕໍ່ເນື່ອງ ແລະ ພ້ອມກັນອົດທົນຜ່ານຜ່າອຸປະສັກນາໆປະການ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວິຊາສະເພາະໄດ້ຮັບຜົນສຳເລັດເປັນຢ່າງດີ, ການເຄື່ອນໄຫວຢ້ຽມຢາມຂອງທ່ານເຈົ້າແຂວງຄັ້ງນີ້ຍັງໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ມອບໃຫ້ອ້າຍນ້ອງທະຫານທີ່ເຮັດໜ້າທີ່ຢູ່ແນວໜ້າ. ຈາກນັ້ນ, ກໍໄດ້ລົງກວດກາເສັ້ນທາງລະຫວ່າງເຂດບ້ານເຕົາເກືອ ຫາບ້ານ ເໝືອງແພ່ ແລະ ອ່າງເກັບນ້ຳເຂດບ້ານບໍ່ສານ ເມືອງບໍ່ແຕນ.
ໂດຍ: ອຸ່ນເຮືອນ ໂພທິລັກ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ