

![]()
ຍົກສູງວິຊາຊີບປິ່ນປົວໃຫ້ແກ່ພະນັກງານແພດໝໍ, ທັນຕະແພດ, ພະຍາບານ ແລະ ຜະດຸງຄັນໂຮງໝໍສູນກາງ 103 ກອງທັບ
ເວລາອອກຂ່າວ: 2023-02-06 09:03:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 59 | ຄວາມນິຍົມ:
ປະຕິບັດຕາມແຜນການກໍ່ສ້າງຊັບພະຍາກອນມະນຸດຂະແໜງສາທາລະນະສຸກ ແຕ່ນີ້ຮອດປີ 2025 ແມ່ນຕ້ອງມີຊັບພະຍາກອນມະນຸດສາທາລະນະສຸກຄົບທຸກຂະແໜງການ, ທຸກສາຂາວິຊາ ແລະ ພະນັກງານ 3 ຮຸ່ນ ທີ່ເຄື່ອນໄຫວໃນຂົງເຂດຂອງພາກລັດ, ເອກະຊົນ ແລະ ຊຸມຊົນຢ່າງພຽງພໍທາງດ້ານປະລິມານ ແລະ ຄຸນນະພາບ, ມີປະສິດທິພາບ ພ້ອມກັນສ້າງຄວາມເຂັ້ມແຂງໃຫ້ແກ່ການສຶກສາຂະແໜງສາທາລະນະສຸກໃນການຕອບສະໜອງວຽກງານປິ່ນປົວພະຍາບານທັງບຳລຸງ ແລະ ກໍ່ສ້າງ, ຍົກລະດັບຄວາມຮູ້-ຄວາມສາມາດໃຫ້ພະນັກງານແພດໝໍໃຫ້ຖືກຕ້ອງຕາມເງື່ອນໄຂມາດຖານ ແລະ ເປົ້າໝາຍ. ໃນນີ້ ເວົ້າສະເພາະຢູ່ໂຮງໝໍສູນກາງ 103 ກອງທັບ ແມ່ນໂຮງໝໍສູນກາງແຫ່ງໜຶ່ງທີ່ມີຄວາມທັນສະໄໝໃນກອງທັບເທົ່າທຽມກັບໂຮງໝໍສູນກາງແຫ່ງອື່ນໆໃນ ສປປ ລາວ. ສະນັ້ນ ເພື່ອເປັນການຍົກສູງວິຊາຊີບປິ່ນປົວໃຫ້ພະນັກງານແພດໝໍ, ທັນຕະແພດ, ພະຍາບານ ແລະ ຜະດຸງຄັນ ສາມາດຕອບສະໜອງກັບໜ້າທີ່ວິຊາສະເພາະຂອງຕົນໃນສະເພາະໜ້າ ແລະ ຍາວນານ ໂດຍສະເພາະແມ່ນຂະແໜງການຕ່າງໆທີ່ກ່າວມານັ້ນ, ຄະນະພັກ-ຄະນະອຳນວຍໂຮງໝໍສູນກາງ 103 ກອງທັບໄດ້ເປັນເຈົ້າການຊີ້ນຳ ແລະ ຈັດຊຸດ
ເຝິກອົບຮົມໃຫ້ພະນັກງານແພດໝໍຂອງຕົນໂດຍເຊີນພະນັກງານຄູ-ອາຈານຜູ້ທີ່ມີບົດຮຽນປະສົບການສູງຈາກກະຊວງສາທາລະນະສຸກ ແລະ ວິທະຍາໄລສຸຂະ
ພາບ ມາຂຶ້ນຫ້ອງສິດສອນ.
ສະຫາຍ ຮສຈ ດຣ ບຸນໜັກ ໄຊຊະນະສົງຄາມ ຮອງປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ການຈັດຕັ້ງເຝິກອົບຮົມຄັ້ງ
ນີ້ ເປັນການຍົກສູງຂີດໝາຍຄວາມຮູ້, ຄວາມສາມາດ, ຄວາມຊຳນານງານ, ຂອບເຂດການປະຕິບັດງານ, ຈັນຍາບັນ, ຈັນຍາທຳ, ຄຸນສົມບັດ-ສິນທຳປະຕິວັດຂອງຜູ້ປະກອບວິຊາຊີບປິ່ນປົວເຊັ່ນ: ທ່ານໝໍ, ທັນຕະແພດ, ພະຍາບານ, ຜະດຸງຄັນ ແລະ ອື່ນໆ ທັງເປັນການຢັ້ງຢືນເຖິງຄຸນນະພາບຂອງຜູ້ໃຫ້ບໍລິການປິ່ນປົວ ເຊິ່ງໝາຍເຖິງຄຸນນະພາບຂອງການໃຫ້ການບໍລິການປິ່ນປົວສອດຄ່ອງກັບນະໂຍບາຍ 5 ດີ 1 ພໍໃຈ ຂອງກະຊວງສາທາລະນະສຸກວາງອອກ ແລະ ມີໃບຢັ້ງຢືນການອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວທີ່ຖືກຕ້ອງຕາມກົດໝາຍຂອງປະເທດ ແລະ ເປັນການຢັ້ງຢືນໃນການປະກອບອາຊີບແພດໝໍທີ່ຖືກຕ້ອງຕາມລະບຽບກົດ
ໝາຍ ແລະ ຂໍ້ກຳນົດທີ່ກະຊວງສາທາລະນະສຸກວາງອອກກໍຄືບັນດາປະເທດພາກພື້ນອາຊຽນ ແລະ ສາກົນ. ຜູ້ປະກອບວິຊາຊີບປິ່ນປົວທີ່ປະຕິບັດວຽກງານປິ່ນ
ປົວມາກ່ອນປີ 2020 ພັກ-ລັດມີນະໂຍບາຍມອບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໃຫ້ໂດຍບໍ່ໄດ້ສອບເສັງລະດັບຊາດ, ແຕ່ຕ້ອງມີການຄົ້ນຄວ້າສັງລວມຂອງແຕ່ລະການຈັດຕັ້ງ ແລະ ກົມກອງໃຫ້ໄດ້ເງື່ອນໄຂຄົບຖ້ວນຕາມບົດແນະນຳ 0182/ສວປ ຂອງສະພາຄຸ້ມຄອງວິຊາຊີບປິ່ນປົວ ວ່າດ້ວຍ ການຈັດຕັ້ງປະຕິບັດການຂຶ້ນທະບຽນ ແລະ ອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໄລຍະຂ້າມຜ່ານຮອດປີ 2020 ໂດຍບໍ່ໄດ້ສອບເສັງລະດັບຊາດ. ຜ່ານການຄົ້ນຄວ້າ ສາມາດຢັ້ງຢືນ ແລະ ອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ພະນັກງານໂຮງໝໍສູນກາງ 103 ກອງທັບ ຈຳນວນ 251 ທ່ານ, ໃນນີ້, ມີທ່ານໝໍ 177 ທ່ານ, ທັນຕະແພດ 29 ທ່ານ, ພະຍາບານ 36 ທ່ານ ແລະ ຜະດຸງຄັນ 9 ທ່ານ ເຊິ່ງມີອາຍຸການນຳໃຊ້ 5 ປີ .
ທ່ານ ສຈ ດຣ ຈັນເພັງ ທຳມະວົງ ຮອງປະທານສະພາຄຸ້ມຄອງ ວິຊາຊີບປິ່ນປົວ,ກະຊວງສາທາ ລະນະສຸກ ໄດ້ເນັ້ນໜັກຕໍ່ຜູ້ທີ່ໄດ້ຮັບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໃນຄັ້ງນີ້ ໃຫ້ພ້ອມກັນເອົາໃຈໃສ່ໃນການບໍລິການ, ການປິ່ນປົວ, ດູແລເບິ່ງແຍງປະຊາຊົນບັນດາເຜົ່າ ໃຫ້ເປັນທີ່ໄວ້ເນື້ອເຊື່ອໃຈ, ຮັກສາໄດ້ຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ, ຈັນຍາທຳ ຂອງແພດປະຕິວັດສອດຄ່ອງກັບນະໂຍບາຍ 5 ດີ 1 ພໍໃຈຂອງກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ.
ໂດຍ: ອາຄົມ ສີພາລາ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ