ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດ​ການ​ແຕ່ງຕັ້ງ ຮອງ​ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 621
ເວລາອອກຂ່າວ: 2023-02-03 09:02:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 320 | ຄວາມນິຍົມ:



ພິທີ​ປະກາດ​ການ​ແຕ່ງຕັ້ງຮອງ​ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 621, ໄດ້​ຈັດ​ຂຶ້ນ ໃນ​ວັນ​ທີ 30 ມັງກອນ 2023 ນີ້, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ​ສະຫາຍ ພົນ​ຕີ ວໍລະ​ສານ ວິລັດ​ດາ​ວົງ ກຳມະ ການ​ຄະນະ​ປະຈຳ​ພັກ ກະຊວງ​ປ້ອງ​ກັນ​ປະເທດ, ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ສະຫາຍ ພົນ​ຈັດຕະວາ ວົງ​ແກ້ວ ວົງ​ພິລາ ຫົວໜ້າ​ກົມ​ປືນ​ໃຫຍ່​ໜ້າດິນ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ຕາງໜ້າ​ພາກສ່ວນ​ທີ່​ກ່ຽວຂ້ອງ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່ 621 ພ້ອມ​ດ້ວຍ​ພະນັກງານ​ຫຼັກ​ແຫຼ່ງ​ເຂົ້າ​ຮ່ວມ. ໃນ​ພິທີ, ສະຫາຍ ພັນ​ເອກ ວົງ​ເພັດ ວົງ​ສະຫວັນ ຮອງ​ຫົວໜ້າ​ກົມ​ພະນັກງານ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ ການ​ຍົກຍ້າຍ​ ສະຫາຍ ພັນ​ເອກ ພອນ​ໄຊ ກັນຍາ​ທອນ ຮອງ​ຫົວໜ້າ​ການເມືອງ, ຫົວໜ້າ​ພະແນກການ​ເມືອງ​ກອງພັນ​ໃຫຍ່ 621 ໄປ​ຮັບ​ໜ້າທີ່​ໃໝ່​ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ, ພ້ອມ​ທັງ​ໄດ້​ຜ່ານ​ຂໍ້​ຕົກລົງຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ສະຫາຍ ພັນ​ໂທ ໂພ​ໄຊ ຈອມ​ຜຸຍ​ສິນ ຮອງ​ຫົວໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່ 621 ຂຶ້ນ​ເປັນ ຮອງ​ຫົວໜ້າ​ການເມືອງ ທັງ​ເປັນ​ຫົວໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່ 621. ໂອກາດ​ນີ້, ສະຫາຍ ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ​ຫຼາຍ​ບັນຫາ​ສຳຄັນ ພ້ອມ​ທັງ​ໄດ້​ເນັ້ນ​ໜັກ​ໃຫ້​ຜູ້​ທີ່​ໄດ້​ຮັບ​ໜ້າທີ່​ໃໝ່ ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ​ຂອງ​ຕົນ, ຕັ້ງໜ້າ​ເຝິກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ທາງ​ດ້ານ​ອຸດົມ​ການ​ປະຕິວັດ, ຄຸນ​ທາດ​ການເມືອງ, ຄຸນສົມບັດ​ສິນ​ທຳ​ປະຕິວັດ, ເອົາໃຈໃສ່​ພັດທະນາ​ແບບແຜນ​ວິທີ​ເຮັດ​ວຽກ​ແບບ​ວິທະຍາສາດ​ທັນ​ສະໄໝ, ເພື່ອ​ພ້ອມ​ກັນ​ກ້າວໜ້າ, ເພີ່ມ​ທະວີ​ຄວາມ​ສາມັກຄີ​ໃຫ້​ເປັນ​ປຶກ​ແຜ່ນ​ແໜ້ນໜາ, ມີ​ຄວາມ​ເປັນ​ເອກະ​ພາບ​ໃນ​ທຸກ​ຂົງເຂດ​ວຽກ​ງານ, ມີ​ທັດສະນະ​ມະຫາຊົນ​ກວ້າງຂວາງ, ພ້ອມ​ກັນ​ນັ້ນ, ກໍ​ຕ້ອງ​ເອົາໃຈໃສ່​ຊີ້​ນຳ-ນຳພາ​ກົມ​ກອງ​ໃນ​ການ​ອົບຮົມ-ຫັດ​ແອບ​ວິຊາ​ສະເພາະ​ໃຫ້​ມີ​ຄວາມ​ຊຳນານ, ບົວລະບັດ​ຮັກສາ​ວັດຖຸ​ອຸປະກອນ​ທີ່​ຂັ້ນ​ເທິງ​ປະກອບ​ໃຫ້, ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ກຽມພ້ອມ​ສູ້​ຮົບ ​ໃນ​ສະເພາະ​ໜ້າ ແລະ ຍາວ​ນານ. ໂດຍ: ພູທອນ ສີ​ພູ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ