

![]()
ລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອສະໜັບສະໜູນ ການເກັບກູ້ລະເບີດທີ່ບໍ່ທັນແຕກ ຕົກຄ້າງຢູ່ລາວ
ເວລາອອກຂ່າວ: 2023-02-03 09:00:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 7 | ຄວາມນິຍົມ:
ທ້າຍເດືອນມັງກອນ 2023 ຜ່ານມານີ້, ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງ ເຊໂປນ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ກັບກະຊວງປ້ອງກັນປະເທດ ເພື່ອສະໜັບສະໜູນການເກັບກູ້ລະເບີດທີ່ບໍ່ທັນແຕກຕົກຄ້າງ ຢູ່ໃນ ສປປ ລາວ, ໂດຍການເຂົ້າຮ່ວມຂອງທ່ານ ພົນຈັດຕະວາ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີພາກ ສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ບໍ່ຄຳ-ທອງ ເຊໂປນ ຕັ້ງຢູ່ບ່ອນທີ່ຖືກຖິ້ມລະເບີດລົງຫຼາຍ ທີ່ສຸດ ໃນແຂວງສະຫວັນນະເຂດ ແລະ ວຽກງານເກັບກູ້ລະເບີດບໍ່ ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເປັນວຽກງານໜຶ່ງທີ່ສຳຄັນໃນ ວົງຈອນການຂຸດຄົ້ນ-ປຸງແຕ່ງ- ຜະລິດບໍ່ແຮ່ ກໍຄືວຽກງານພັດ ທະນາຊຸມຊົນ, ນັບແຕ່ປີ 1996, ລຊມລ ໄດ້ລົງທຶນຫຼາຍກວ່າ 56 ລ້ານໂດລາສະຫະລັດ ໃນວຽກ ງານເກັບກູ້ລະເບີດບໍ່ທັນແຕກທີ່ ຕົກຄ້າງ ກວມເອົາເນື້ອທີ່ 6,400 ເຮັກຕາ ແລະ ໄດ້ທຳລາຍລະເບີດບໍ່ທັນແຕກໄດ້ 60.000 ລູກ, ອັນໄດ້ສະໜັບສະໜູນຊຸມຊົນທ້ອງ ຖິ່ນໃນການພັດທະນາໂຄງການກະສິກຳ ແລະ ໂຄງການພັັດທະນາອື່ນໆຢູ່ອ້ອມຂ້າງ ບໍ່ຄຳ-ທອງ ເຊໂປນ, ລຊມລ, ກະຊວງປ້ອງກັນປະເທດ ແລະ ຄະນະກຳມະການຄຸ້ມຄອງເກັບກູ້ລະເບີດແຫ່ງຊາດ ແລະ ອົງການເກັບກູ້ລະເບີດແຫ່ງຊາດ ໄດ້ເຮັດວຽກງານຮ່ວມກັນ ເພື່ອປັບປຸງມາດຕະຖານການເກັບກູ້ລະເບີດທີ່ບໍ່ທັນແຕກ, ໃນປີ 2015, ລຊມລ ແລະ ຄະນະກຳ ມະການຄຸ້ມຄອງເກັບກູ້ລະເບີດແຫ່ງຊາດ ໄດ້ຮ່ວມກັນສ້າງຫຼັກ ສູດເຝິກອົບຮົມກ່ຽວກັບການທຳ ລາຍລະເບີດທີ່ບໍ່ທັນແຕກເພື່ອສ້າງຄວາມອາດສາມາດໃຫ້ແກ່ນັກວິຊາການລາວ ໃຫ້ໄດ້ຮັບຄຸນວຸດທິເປັນທີ່ຍອມຮັບໃນລະດັບສາກົນ.
ທ່ານ ພົນຈັດຕະວາ ວຽງໄຊ ໄຊສະໝອນ ຫົວໜ້າກົມຊ່າງ ແສງກົມໃຫຍ່ເສນາທິການກອງ ທັບ ໄດ້ກ່າວວ່າ: ການຮ່ວມມືຄັ້ງ ນີ້, ເປັນການສະໜັບສະໜູນໃຫ້ແກ່ວຽກງານເກັບກູ້ລະເບີດບໍ່ທັນ ແຕກດຳເນີນໄປຢ່າງປອດໄພ, ຖືກຕ້ອງຕາມມາດຕະຖານແຫ່ງ ຊາດ ຂອງຄະນະກຳມະການຄຸ້ມ ຄອງເກັບກູ້ລະເບີດແຫ່ງຊາດ, ພວກເຮົາຈະສານຕໍ່ການຮ່ວມມືກັບ ລຊມລ ເພື່ອບັນລຸພາກປະຕິ ບັດທີ່ດີທີ່ສຸດໃນການເກັບກູ້ ແລະ ທຳລາຍລະເບີດທີ່ບໍ່ທັນແຕກ.
ທ່ານ ສະໝານ ອະເນກາ ຜູ້ ອຳນວຍການໃຫຍ່ ລຊມລ ໄດ້ກ່າວວ່າ: ທັງສອງຝ່າຍຈະສືບຕໍ່ຫຼຸດຜ່ອນອຸປະສັກອັນຕະລາຍທີ່ ມີຜົນກະທົບທ່ວງດຶງການພັດທະນາຂອງ ສປປ ລາວ, ເຮັດວຽກຢ່າງໃກ້ຊິດກັບຊຸມຊົນທ້ອງຖິ່ນ ແລະ ລັດຖະບານລາວ ເພື່ອກວດກູ້ ແລະ ທຳລາຍລະເບີດທີ່ບໍ່ທັນ ແຕກຕົກຄ້າງ ເພື່ອໃຫ້ທຸກຄົນປອດໄພກວ່າເກົ່າ, ລຊມລ ສະ ແດງຄວາມຮູ້ບຸນຄຸນຢ່າງຍິ່ງສຳ ລັບ ການຮ່ວມມືຢ່າງຕໍ່ເນື່ອງກັບກະຊວງປ້ອງກັນປະເທດ, ຄະ ນະກຳມະການຄຸ້ມຄອງເກັບກູ້ລະເບີດແຫ່ງຊາດ ແລະ ອົງການເກັບກູ້ລະເບີດແຫ່ງຊາດ ໃນກິດ ຈະກຳທີ່ອັນຕະລາຍນີ້.
ຈາກນັ້ນ, ກໍໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຕາງໜ້າກະ ຊວງປ້ອງກັນປະເທດໂດຍ ທ່ານ ພົນຈັດຕະວາ ວຽງໄຊ ໄຊສະ ໝອນ ຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ແລະ ຕາງໜ້າ ລຊມລ ໂດຍທ່ານ ໄມໂຄ ສະຕັອດ ຜູ້ຈັດການພະແນກເຕັກນິກບໍ່ແຮ່ຂອງ ລຊມລ, ໂດຍມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ໂດຍ: ນັກຮົບຊ່າງແສງ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ