ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການ​ນຳ​ແຂວງ​ອຸດົມ​ໄຊ ​ອວຍພອນ ຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ​ທີ 3
ເວລາອອກຂ່າວ: 2023-02-03 08:58:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 324 | ຄວາມນິຍົມ:



ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ​ ຄົບຮອບ 74 ປີ​, ໃນ​ວັນ​ທີ 28 ມັງກອນ 2023, ການ​ນຳ​ແຂວງ​ອຸດົມ​ໄຊ ນຳ​ໂດຍ​ສະຫາຍ ອ່ອນ​ແກ້ວ ອຸ່ນ​ອາລົມ ຮອງ​ເຈົ້າແຂວງ​ແຂວງ​ອຸດົມ​ໄຊ ພ້ອມ​ຄະນະ ແລະ ສະຫາຍ ນາງ ຄຳ​ໝັ້ນ ແກ້ວ​ບຸນ​ຫວນ ເຈົ້າເມືອງ​ເມືອງ​ຮຸນ ແຂວງ​ອຸດົມ​ໄຊ ພ້ອມ​ຄະນະໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ ເຂົ້າ​ອວຍພອນຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ​ທີ 3, ໂດຍ​ການ​ຕ້ອນຮັບ​ຂອງ​ ສະຫາຍ ພັນ​ເອກ ສໍ​ຍັນ ລໍ​ອິນ​ສອນ ຫົວໜ້າ​ການເມືອງ​ກອງ​ພົນ​ທີ 3 ພ້ອມ​ຄະນະ. ໂອກາດ​ນີ້, ສະຫາຍ ຮອງ​ເຈົ້າແຂວງ​ແຂວງ​ອຸດົມ​ໄຊ ໄດ້​ຕາງໜ້າ​ການ​ນຳ ກໍ​ຄື ປະຊາຊົນ​ແຂວງ​ອຸດົມ​ໄຊ ນຳ​ເອົາ​ຄວາມ​ຢື້​ຢາມ​ຖາມ​ຂ່າວ, ຄວາມ​ສາມັກຄີ​ຮັກແພງ​ອັນ​ອົບ​ອຸ່ນ ແລະ ກ່າວ​ຄຳ​ອວຍພອນ​ໄຊ​ອັນ​ປະເສີດ​ມາ​ຍັງ​ຄະນະ​ພັກ-ຄະນະ​ບັນຊາ ຕະ​ຫຼອດ​ຮອດ​ພະນັກງານ-ນັກຮົບ​ທົ່ວ​ກອງ​ພົນ​ທີ 3 ຈົ່ງ​ມີ​ສຸຂະພາບ​ແຂງແຮງ, ມີ​ຄວາມສຸກ​ໃນ​ຊີວິດ​ສ່ວນ​ຕົວ ແລະ ຄອບຄົວ, ປະສົບ​ຜົນສຳເລັດ​ໃນ​ໜ້າທີ່​ການ​ງານ ຕາມ​ທີ່​ພັກ-ລັດ ກໍ​ຄື ປະຊາຊົນ​ມອບ​ໝາຍ​ໃຫ້, ສືບຕໍ່​ຊີ້​ນຳ-ບັນຊາ​ກອງ​ພົນ​ທີ 3 ໃຫ້​ນັບ​ມື້​ເຕີບ​ໃຫຍ່​ເຂັ້ມແຂງ​ໜັກ​ແໜ້ນ ແລະ ທັນ​ສະໄໝ, ເພື່ອ​ປົກ​ປັກ​ຮັກສາ​ບັນດາ​ເຂດ​ແຂວງ​ພາກ​ເໜືອ ໂດຍ​ສະເພາະ ກໍ​ຄື ຂອບ​ເຂດ​ແຂວງ​ອຸດົມ​ໄຊ ໃຫ້​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ​ເປັນ​ລະບຽບ​ຮຽບ​ຮ້ອຍ​ດີ, ປະຊາຊົນ​ຍູ່​ທ່າງ​ທຳ​ມາ​ຫາ​ກິນ ແລະ ດຳລົງ​ຊີວິດ​ທີ່​ດີ​ຂຶ້ນ​ກວ່າ​ເກົ່າ, ພ້ອມ​ດຽວ​ກັນ​ນັ້ນ, ການ​ນຳ​ແຂວງ​ອຸດົມ​ໄຊ ຍັງ​ໄດ້​ມອບ​ເຄື່ອງ​ອຸປະໂພກ-ບໍລິໂພກ​ຈຳນວນ​ໜຶ່ງ ໃຫ້​ກອງ​ພົນ​ທີ 3 ອີກ​ດ້ວຍ. ໂອກາດ​ນີ້, ສະຫາຍ ຫົວໜ້າ ​ການເມືອງ​ກອງ​ພົນ​ທີ 3 ໄດ້​ສະແດງ​ຄວາມ​ຂອບໃຈ ມາ​ຍັງ​ການ​ນຳ​ແຂວງ​ອຸດົມ​ໄຊ ແລະ ການ​ນຳ​ເມືອງ​ຮຸນ ທີ່​ເຫັນ​ໄດ້​ຄວາມ​ໝາຍ​ສຳຄັນ​ຂອງ​ວັນ​ສ້າງ​​ຕັ້ັ້ງ​ກອງທັບ​ປະຊາຊົນ​ລາວ ແລະ ໃຫ້ການ​ຊ່ວຍເຫຼືອ​ແກ່​ພະນັກງານ-ນັກຮົບກອງ​ພົນ​ທີ 3 ຕະຫຼອດ​ມາ, ການ​ມາ​ອວຍພອນ​ໃນ​ຄັ້ງ​ນີ້, ນອກຈາກ​ເປັນ​ການ​ອວຍພອນ​ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ​ຄົບຮອບ 74 ປີ​ແລ້ວ ຍັງ​ເປັນ​ການ​ເສີມ​ສ້າງ​ຄວາມ​ສາມັກຄີ​ລະຫວ່າງ​ກອງ​ພົນ​ທີ 3 ກັບ​ແຂວງ​ອຸດົມ​ໄຊ ໃຫ້​ນັບ​ມື້​ແໜ້ນ​ແຟ້ນ​ຂຶ້ນ​ກວ່າ​ເກົ່າ, ພ້ອມ​ທັງ​ອວຍພອນ​ໃຫ້ການ​ນຳ​ແຂວງ​ອຸດົມ​ໄຊ ແລະ ການ​ນຳ​ເມືອງ​ຮຸນ ພ້ອມ​ດ້ວຍ​ຄະນະ ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ ແລະ ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ໂດຍ: ລີ​ໂດ ດວງ​ສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ