ກອງພົນທີ 1 ສ້າງຂະບວນການແຂ່ງຂັນ ຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2023-02-03 08:57:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 984 | ຄວາມນິຍົມ:
ວັນທີ 20 ມັງກອນ 2023 ນີ້, ກອງພົນທີ 1 ໄດ້ຈັດການແຂ່ງຂັນຍິງເປົ້າໝາຍດ້ວຍລູກປືນແທ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາ
ຊົນລາວ ຄົບຮອບ 74 ປີ ແລະ ຊົມເຊີຍຜົນສຳເລັດໃນການຈັດຕັ້ງຜັນຂະຫຍາຍເນື້ອໃນ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ເປັນການຫ້າງຫາກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 1 ຄົບຮອບ 38 ປີ (12 ກຸມພາ 1985-12 ກຸມພາ 2023) ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍສຳຄັນ, ເຊິ່ງນຳພາໂດຍ ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຫົວໜ້າການທະຫານ ກອງພົນທີ 1 , ມີ ສະຫາຍ ບຸນຈັນ ມາລາວົງ ເຈົ້າເມືອງ ເມືອງວັງວຽງ, ມີບັນດາບໍລິສັດ, ຫ້າງຮ້ານ ແລະ ພະນັກງານການນຳທົ່ວກອງພົນເຂົ້າຮ່ວມ.
ການຈັດຕັ້ງປະຕິບັດຍິງເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງນີ້, ນອກຈາກຈະເປັນການສ້າງບັນຍາກາດ ຮັບຕ້ອນວັນສຳຄັນຕ່າງໆແລ້ວ ຍັງເປັນການກວດກາຕີລາຄາຄືນຄວາມສາມາດທາງດ້ານທິດສະດີ, ຫຼັກການ, ສິລະປະຍຸດ-ຍຸດທະວິທີ ໃນການນຳໃຊ້ອາວຸດ-ຍຸດໂທປະກອນການທະຫານ ຂອງພະນັກງານການນຳຂັ້ນຕ່າງໆໃນທົ່ວກົມກອງ ລວມໄປເຖິງການຈັດຕັ້ງທຸກພາກສ່ວນ ຕະຫຼອດຮອດນັກທຸລະກິດ, ບັນດາບໍລິສັດ, ຫ້າງຮ້ານຕ່າງໆ ຢູ່ໃນຂອບເຂດກອງກົມຕັ້ງທັບ. ເພາະພົນລະເມືອງລາວທຸກຄົນລ້ວນແຕ່ເປັນກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເພື່ອຮັກ
ສາສະຖຽນລະພາບທາງດ້ານການເມືອງ ເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສາມາດຮັບປະກັນໄດ້ ດັບສູນເປົ້າໝາຍຊັດເຈນ, ວ່ອງໄວ, ທັນເວລາ ແລະ ມີປະສິດທິຜົນສູງ ໃນເວລາເຄື່ອນໄຫວເຮັດໜ້າທີ່ຕົວຈິງໃນສະພາບການອັນໃໝ່ຂອງປະເທດຊາດ; ສ່ວນເປົ້າໝາຍການຍິງແມ່ນເບຍເລກ 4; ຈັງຫວະໃນການຍິງ ຄື: ທ່ານອນຍິງ, ນັ່ງຍິງ ແລະ ຢືນຍິງ ນຳໃຊ້ລູກປືນຍິງ 9 ລູກຕໍ່ຄົນ,
ໄລຍະຍິງ 100 ແມັດ, ຄະແນນສູງສຸດ 90 ຄະແນນ. ຜ່ານການແຂ່ງຂັນຍິງເປົ້າໝາຍຕົວຈິງ ສະຫຼຸບຜົນໄດ້ຮັບຄື: ຊະນະເລີດ ແມ່ນສະຫາຍ ພັນໂທ ດາວອນ ຫຼ່ຽມພິມມະສອນ ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 1 ໄດ້ຮັບເງິນສົດ 1 ລ້ານກີບ; ຮອງຊະນະເລີດ ໄດ້ແກ່ ສະຫາຍ ພັນໂທ ບຸນແຖວ ແກ້ວດວງດີ ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 1 ໄດ້ຮັບເງິນສົດ 8 ແສນກີບ; ອັນດັບທີ III ໄດ້ແກ່ ສະຫາຍ ວັນວາລີ ທຳມະວົງ ປະທານບໍລິສັດອະພິມາ ໄດ້ຮັບເງິນສົດ
600.000 ກີບ.
ພາຍຫຼັງສຳເລັດການຍິງເປົ້າໝາຍດ້ວຍລູກປືນແທ້ແລ້ວ ກອງພົນທີ 1 ຍັງໄດ້ຈັດຂະບວນການແຂ່ງຂັນກິລາເປຕັງມິດຕະພາບ ເພື່ອເສີມສ້າງຂະບວນການໃຫ້
ມີຄວາມເບີກບານມ່ວນຊື່ນຍິ່ງໆຂຶ້ນ ແລະ ເພື່ອເປັນການຫັດແໜ້ນຄວາມສາມັກຄີຮັກແພງ, ເພີ່ມພູນໄມຕີຈິດ, ມິດຕະພາບ ລະຫວ່າງ ກອງພົນທີ 1 ກັບອຳນາດ
ການປົກຄອງເມືອງວັງວຽງ ແລະ ບັນດາບໍລິສັດ-ຫ້າງຮ້ານຕ່າງໆໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ແໜ້ນແຟ້ນຂຶ້ນເລື້ອຍໆ.
ໂດຍ: ກໍ ແດນດອກກ້ຽງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ