ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IV ຂອງ​ໜ່ວຍ​ສະຫະພັນ​ແມ່ຍິງ​ຫໍສະໝຸດ​ກອງທັບ
ເວລາອອກຂ່າວ: 2023-02-03 08:53:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 271 | ຄວາມນິຍົມ:



ວັນ​ທີ 31 ມັງກອນ 2023 ນີ້, ໜ່ວຍ​ສະຫະພັນ​ແມ່ຍິງ​ຫໍສະໝຸດ​ກອງທັບ ໄດ້​ຈັດ​ກອງ​ປະຊຸມ ໃຫຍ່​ ຄັ້ງ​ທີ IV ແລະ ວາງທິດ​ທາງ​ແຜນການ 5 ປີ​ຕໍ່ໜ້າ ປີ 2023-2027, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ນາງ ປາ ວົງ​ສະແຫວງ ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ສະຫາຍ ພັນ​ເອກ ວຽງ​ທອງ ວີດ​ພາ​ວົງ ອຳນວຍ​ການ​ຫໍສະໝຸດ​ກອງທັບ ພ້ອມ​ດ້ວຍ​ຄະນະ​ໜ່ວຍ​ແມ່ຍິງ, ສະມາຊິກ​ສະຫະພັນ​ແມ່ຍິງ​ພາຍ​ໃນ​ໜ່ວຍ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ນາງ ແກ່ນ​ສີ ຄຳ​ພາ​ວົງ ເລຂາ​ໜ່ວຍ​ແມ່ຍິງ​ຫໍສະໝຸດ​ກອງທັບ ໄດ້ສະຫຼຸບ​ຜົນງານ​ການເຄື່ອນໄຫວ​ຂອງ​ໜ່ວຍ​ສະຫະພັນ​ແມ່ຍິງ​ຫໍສະໝຸດ​ກອງ ທັບ ໃນ​ໄລຍະ 5 ປີ ຜ່ານ​ມາ ແລະ ທິດ​ທາງ​ແຜນການ​ໃນຕໍ່ໜ້າ, ເຊິ່ງ​ຄະນະ​ໜ່ວຍ​ສະຫະພັນ​ແມ່ຍິງ​ໄດ້​ເອົາໃຈໃສ່​ຊີ້​ນຳ-ນຳພາ​ສະມາຊິກ​ສະຫະພັນ​ແມ່ຍິງ ເຂົ້າ​ຮ່ວມ​ຂະ​ບວນ​ການ​ດ້ານ​ຕ່າງໆ ຂອງ​ກົມ​ກອງ​ດ້ວຍ​ຄວາມ​ຫ້າວຫັນ, ກະ​ຕື​ລື​ລົ້ນ​ຕໍ່ໜ້າ​ທີ່​ວຽກ​ງານ​ທີ່​ການຈັດຕັ້ງ​ມອບ​ໝາຍ ເປັນຕົ້ນ​ແມ່ນ​ເຮັດ​ໜ້າທີ່​ເກັບ​ກຳ​ຮີບ​ໂຮມ​ບັນດາ​ຂໍ້​ມູນ​ເອກະສານ​ຕ່າງໆ ເພື່ອ​ໃຫ້​ພະນັກງານ-​ນັກຮົບ ແລະ ປວງ​ຊົນ​ທົ່ວ​ໄປ​ໄດ້​ມາ​ສຶກ​ສາ​ຄົ້ນ​ຄວ້າ​ຮ່ຳຮຽນ, ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-​ແນວ​ຄິດ​ເປັນ​ກົກ, ກຳ​ແໜ້ນ, ເຊື່ອມ​ຊຶມ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ, ປະຕິບັດ​ມະຕິ, ຄຳ​ສັ່ງ, ກົດ​ລະບຽບ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ຂອງ​ກອງທັບ ກໍ​ຄື​ຂໍ້​ກຳນົດ ​ກົດ​ລະບຽບ ແລະ ມະຕິ​ຂອງ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ເຕົ້າໂຮມ​ຄວາມ​ສາມັກຄີ, ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ, ມີ​ຄວາມ​ເປັນ​ເອກະ​ພາບ​ພາຍ​ໃນ​ໝູ່​ ຄະນະ, ເຮັດ​ສຳເລັດ​ທຸກ​ວຽກ​ງານ​ທີ່​ການຈັດຕັ້ງ​ຂັ້ນ​ເທິງ ແລະ ກົມ​ກອງ​ມອບໝາຍ​ໃຫ້. ໂດຍຕິດ​ພັນ​ກັບ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ 4 ພັດທະນາ ແລະ ການ​ສ້າງ​ກອງ​ ແຂງ​ຮູ້​ນຳພາ​ຮອບດ້ານ ກໍຄື​ ກອງ 3 ປອດ. ຜ່ານ​ການຈັດຕັ້ງ​ເຄື່ອນ​ໄຫວ​ວຽກ​ງານ​ດ້ານ​ຕ່າງໆ ໃນ​ໄລຍະ​ຜ່ານ​ມາ​ຄັດ​ເລືອດ​ໄດ້​ພົນລະເມືອງ​ດີ 21 ສະຫາຍ, ພັດທະ ນາ​ດີ 21 ສະຫາຍ, ສ້າງ​ຄອບຄົວ​ດີ 14 ສະຫາຍ, ບຸກຄົນ 3 ດີ​ປະເພດ I ຈຳນວນ 19 ສະຫາຍ, ປະເພດ II ຈຳນວນ 1 ສະຫາຍ, ໄດ້​ຮັບ​ໃບ​ຍ້ອງຍໍ 3 ດີ​ຈາກ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ 18 ສະຫາຍ, ໃບ​ຊົມ ເຊີຍ 1 ສະຫາຍ, ໜ່ວຍ​ໄດ້​ຮັບ​ການ​ຢັ້ງຢືນ​ເປັນ​ໜ່ວຍ 3 ດີ 4 ສະໄໝ​​ຕິດຕໍ່​ກັນ ແລະ ກົມ​ກອງ​ໄດ້​ຮັບ​ການ​ຢັ້ງຢືນ​ເປັນ​ກົມ​ກອງ​ຊີ້​ນຳ​ນຳພາ​ດີເດັ່ນ​ອີກ​ດ້ວຍ. ກອງ​ປະຊຸມ​ຍັງ​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ໜ່ວຍ​ສະຫະພັນ​ແມ່ຍິງ​ຊຸດ​ໃໝ່​ໄດ້​ຕາມ​ລະດັບ​ຄາດໝາຍ ເຊິ່ງ​ຄັດ​ເລືອກ​ເອົາ ສະຫາຍ ພັນ​ຕີ ນາງ ແກ່ນ​ສີ ຄຳ​ພາ​ວົງ ເປັນ​ເລຂາ, ສະຫາຍ ຮ້ອຍ​ເອກ ນາງ ສຸກ​ສະຫວັນ ພົມ​ມະ​ສອນ ເປັນ​ຮອງ​ເລຂາ ແລະ ສະຫາຍ ຮ້ອຍ​ເອກ ນາງ ປີ່ງ​ຄຳ ດວງ​ພະ​ຈິດ ເປັນ​ກຳມະການ. ໂດຍ: ວິໄລ​ພອນ ສອນ​ມະນີ​ລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ