ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານ​ແຂວງ​ອຸດົມ​ໄຊ ປະກາດການ​ອະໄພ​ຍະ​ໂທດ ຫຼຸດຜ່ອນ​ໂທດ​ ເນື່ອງ​ໃນ​ໂອກາດ​ວັນຊາດ ​ທີ 2 ທັນວາ ຄົບຮອບ 47 ປີ
ເວລາອອກຂ່າວ: 2023-02-03 08:49:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 155 | ຄວາມນິຍົມ:



ພິທີ​ປະກາດການ​ອະໄພ​ຍະ​ໂທດ ຫຼຸດຜ່ອນ​ໂທດ ແລະ ປ່ອຍ​ຕົວ​ນັກໂທດ​ ຂອງ​ກະຊວງ​ປ້ອງ​ກັນ​ ປະເທດ ເນື່ອງ​ໃນ​ໂອກາດ​ວັນຊາດ​ ທີ 2 ທັນວາ ຄົບຮອບ 47 ປີ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ມັງກອນ 2023 ນິ້, ຢູ່​ທີ່​ສະໂມສອນ​ກອງຮ້ອຍ 157 ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ພັນ​ເອກ ລັດສະໝີ ຂັນ​ອາສາ ຮອງ​ຫົວໜ້າ​ອົງການ​ໄອ​ຍະ​ການ​ທະຫານ​ຂັ້ນ​ສູງ, ມີ​ສະຫາຍ ພັນ​ໂທ ແກ້ວ​ວິ ເສດ ລູກ​ສອນ​ນ້ອຍ ຄະນະ​ພັກ​ກອງ​ບັນຊາ​ການ ຮອງ​ຫົວໜ້າ​ຫ້ອງ​ການເມືອງ​ ທະຫານ​ແຂວງ​ອຸດົມ​ໄຊ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບ ແລະ ນັກໂທດ ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ອ່ອນ​ແກ້ວ ໄຊ​ພູ​ວັນ ຮອງ​ຫົວໜ້າ​ອົງການ​ໄອ​ຍະ​ການ​ທະຫານ​ພາກ​ເໜືອ ​ໄດ້​ຜ່ານ​ລັດ​ຖະ​ດຳລັດ​ຂອງ​ປະທານ​ປະເທດ ແຫ່ງ ​ສປປ ລາວ ແລະ ປະທານ​ຄະນະ​ກຳມະການ​ໄອ​ຍະ​ໂທດ​ລະດັບ​ກະຊວງ​ປ້ອງ​ກັນ​ປະເທດ​ ວ່າ​ດ້ວຍ​ ການ​ໃຫ້​ອະໄພ​ຍະ​ໂທດ​ແກ່​ນັກໂທດ​ທີ​ມີ​ຄວາມ​ກ້າວໜ້າ​ໃນ​ຂອບ​ເຂດ​ທົ່ວ ​ປະເທດ ເນື່ອງ​ໃນ​ໂອກາດ​ວັນຊາດ​ ທີ 2 ທັນວາ ຄົບຮອບ 47 ປີ, ອີງ​ຕາມ​ລັດ​ຖະ​ທຳ​ມະນູນ​ແຫ່ງ ​ສປປ ລາວ ໝວດ​ທີ VI ມາດຕາ 67, ຂໍ້ 12 ກ່ຽວ​ກັບ​ການ​ຕົກລົງ​ໃຫ້​ອະໄພ​ຍະ​ໂທດ. ໃນ​ນັ້ນ ມີ​ນັກໂທດ​ທີ່​ມີ​ເງື່ອນໄຂ​ຜ່ານ​ການ​ປະຕິບັດ​ລະບຽບ​ວິໄນ​ໃນ​ຍາມ​ຖືກ​ຕັດ​ອິດ​ສະຫຼະ​ພາບ ແລະ ປະຕິບັດ​ກົດໝາຍ​ແພ່ງ ໄດ້​ຮັບ​ການ​ປະ ກາດ​ອະໄພ​ຍະ​ໂທດ ຫຼຸດຜ່ອນ​ໂທດ​ ປະຈຳ​ປີ 2022 ຈຳນວນ 2 ຄົນ. ສະຫາຍ ພັນ​ເອກ ລັດສະໝີ ຂັນ​ອາສາ ເຊິ່ງ​ສະຫາຍ​ໄດ້​ກ່າວ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ແລະ ຄະນະ​ຊີ້​ນຳ​ຄ້າຍ​ຄຸມ​ຂັງ-ດັດ​ສ້າງ ເວົ້າ​ສະເພາະ​ພາກສ່ວນ​ກ່ຽວ​ຂ້ອງ​ທີ່​ເອົາໃຈໃສ່​ໃນ​ການ​ປະຕິ ບັດໜ້າທີ່​ວຽກ​ງານສາມາດ​ເຮັດ​ລ້ອນ​ໜ້າທີ່ ແລະ ທັນ​ເວລາ ແລະ ສາມາດ​ຈັດ​ພິທີ​ປະກາດ​ການ​ອະໄພ​ຍະ​ໂທດ​ໄດ້​ຢ່າງ​ສຳເລັດ​ຜົນ. ພ້ອມ​ກັນ​ນັ້ນ, ສະຫາຍ​ຍັງ​ໄດ້​ເນັ້ນ​ບັນດາ​ນັກໂທດ​ທີ່​ໄດ້​ຮັບ​ການ​ອະໄພ​ຍະ​ໂທດ, ຜ່ອນ​ໂທດ ຫຼື ໄດ້​ຮັບ​ການ​ປະຕິບັດ​ນະ ໂຍບາຍ​ໃນ​ຄັ້ງ​ນີ້ ໃຫ້​ສືບຕໍ່ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ທາງ​ດ້ານ​ການເມືອງ-ນຳພາ​ແນວ​ຄິດ, ເອົາໃຈໃສ່​ປະຕິບັດ​ຂໍ້​ກຳນົດ ​ກົດ​ລະບຽບ​ຂອງ​ຄ້າຍ​ຄຸມ​ຂັງ-ດັດ​ສ້າງ​ໃຫ້​ເຂັ້ມ​ງວດ, ຕັ້ງໃຈ​ປະພຶດ​ຕົນ​ເປັນ​ຄົນ​ດີ​ຂອງ​ສັງຄົມ, ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງສາ​ພັດທະນາ​ປະເທດ​ຊາດ, ບ້ານ​ເມືອງ ກໍ​ຄື​ຄອບຄົວ ແລະ ສ້າງ​ເງື່ອນໄຂ​ໃຫ້​ເປັນ​ນັກໂທດ​ທີ່​ດີ​ເພື່ອ​ສະເໜີ​ອະໄພ​ຍະ​ໂທດ, ຫຼຸດຜ່ອນ​ໂທດ ແລະ ປ່ອຍ​ຕົວ​ໃນ​ປີ​ຕໍ່​ໄປ. ໂດຍ: ສົມ​ພູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ