ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະ​ພັກ-ຄະນະ​ບັນຊາ ທະ​ຫານ​​ແຂວງໄຊ​ສົມບູນ ຢ້ຽມຢາມ, ໂອ້​ລົມ​ພະນັກງານ-ນັກຮົບ
ເວລາອອກຂ່າວ: 2023-02-03 08:48:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 347 | ຄວາມນິຍົມ:



ວັນ​ທີ 24 ມັງກອນ 2023 ນີ້, ສະຫາຍ ພັນ​ເອກ ສຸດ​ໃຈ ເຈີ​ບົວ​ແພງ ຄະນະ​ປະຈຳ​ພັກ ກອງບັນຊາ​ການ ຫົວໜ້າຫ້ອງ​ການເມືອງ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ສົມບູນ ພ້ອມ​ດ້ວຍ​ອົງ​ການຈັດຕັ້ງມະຫາຊົນ, ຊາວ​ໜຸ່ມ, ແມ່ຍິງ ໄດ້​ເຄື່ອນ​ໄຫວ​ຢ້ຽມຢາມ​ ໂອ້​ລົມ​ອ້າຍ​ນ້ອງ​ປະຈຳ​ຕາມເສັ້ນ ທາງ​ເທສະບານ​ເມືອງ​ອະນຸວົງ ຫາ ເມືອງ​ທ່າ​ໂທມ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບປະ ຊາຊົນ​ລາວ ຄົບຮອບ 74 ປີ. ໂອກາດ​ຢ້ຽມຢາມ ສະຫາຍໄດ້​ ໂອ້​ລົມພະນັກງານ-ນັກຮົບ ເຊິ່ງໄດ້​ສະ​​ແດງຄວາມ​ຊົມເຊີຍ​ຕໍ່​ຄວາມ​ກ້າຫານ, ເສຍສະຫຼະ​ເພື່ອ​ສ່ວນ​ລວມ, ​ເຮັດໜ້າທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ຕາມ​ເສັ້ນທາງ ເຖິງ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ນານາປະການ ແຕ່​ດ້ວຍ​ໜ້າທີ່​ຂອງກຳລັງປ້ອງກັນຊາດ-ປ້ອງກັນ​ຄວາມ​ສະຫງົບ ພະນັກງານ-ນັກຮົບ​ໄດ້​ມີ​ຄວາມ​ຕັດ​ສິນ​ໃຈ, ອົດທົນ​ສູງ ເພື່ອ​ເຮັດ​ໜ້າທີ່​ການເມືອງ​ທີ່​ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານແຂວງ ກໍ​ຄື​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້, ພ້ອມ​ທັງນຳ​ເອົາ​ຂອງ​ຂວັນຈຳນວນໜຶ່ງ​ມອບ​ໃຫ້​ອ້າຍ​ນ້ອງ. ສະຫາຍຍັງໄດ້​ອວຍພອນພະນັກງານ-ນັກຮົບ ຈົ່ງ​ມີ​​ແຕ່ຄວາມສຸກ​ໂຊກ​ດີ, ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ, ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ, ໃຫ້​ເປັນ​ພະນັກງານ​ສືບທອດ​ປ່ຽນ​ແທນທີ່​ມີ​ປະສິດທິພາບ. ໃນ​ໂອກາດນີ້, ຜູ້ຕາງໜ້າໄດ້​ສະ​ແດງຄວາມຂອບໃຈ​ຕໍ່ ສະຫາຍ ພັນ​ເອກ ວົງ​ພັນ ດາ​ບຸດ​ດີ ພ້ອມ​ຄະນະ ທີ່​ຍາມ​ໃດ​ກໍ​ເປັນ​ຫ່ວງ​ຕໍ່​ການ​ເປັນ​ຢູ່​ຂອງ​ອ້າຍນ້ອງທີ່​ປະ ຈຳ​ເຂດ​ຫ່າງ​ໄກ, ຫຍຸ້ງຍາກ, ແຕ່​ດ້ວຍ​ຄວາມ​ເອົາໃຈໃສ່ ແລະ ຫ່ວງ​ໃຍ​ອ້າຍ​ນ້ອງ, ທັງ​ເປັນ​ການສ້າງ​ຄວາມ​ເຊື່ອ​ໝັ້ນ ແລະ ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ​ທາງ​ດ້ານ​ການ ເມືອງ-​ແນວ​ຄິດ, ກຽມພ້ອມ​ເຮັດ​ໜ້າທີ່​ ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ພ້ອມ​ອວຍພອນ​ມາ​ຍັງ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ສົມບູນ ກໍຄື​ການ​ນຳ​ແຂວງ ຈົ່ງ​ມີ​​ແຕ່ຄວາມ​ຜາ​ສຸກ​ທັງ​ຊີວິດ​ສ່ວນ​ຕົວ ແລະ ຄອບຄົວ, ສືບຕໍ່​ນຳພາ-ຊີ້​ນຳກອງ​ບັນຊາ​ການ​ທະຫານ​​ແຂວງໃຫ້​ນັບ​ມື້​ນັບ​ເຕີບ​ໃຫຍ່ເຂັ້ມແຂງ ແລະ ທັນ​ສະໄໝ​ຂຶ້ນ​ເລື້ອຍໆ, ພັດທະນາ​ແຂວງ​ໄຊ​ສົມບູນໃຫ້​ຮຸ່ງເຮືອງ​ສີວິໄລ. ໂດຍ: ພຸດ​ທະ​ພອນ ລັດດາ​ນາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ