

![]()
ກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ໃນເວທີອາຊຽນ
ເວລາອອກຂ່າວ: 2023-02-02 09:21:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:
ປະຊາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫຼື ຮັບຮູ້ກັນໂດຍທົ່ວໄປແມ່ນອາຊຽນ (ASEAN), ໄດ້ຮັບການສ້າງຕັ້ງຢ່າງເປັນທາງການຂຶ້ນໃນວັນທີ 8 ສິງຫາ 1967, ທີ່ນະຄອນຫຼວງບາງກອກ ຣາຊະອານາຈັກໄທ, ປະກອບດ້ວຍ 10 ປະເທດ ທີ່ຕັ້ງຢູ່ພາກພື້ນອາຊີອາຄະເນ, ສປປ ລາວ ໄດ້ເຂົ້າເປັນສະມາຊິກອາຊຽນໃນວັນທີ 23 ກໍລະກົດ 1997. ວັດຖຸປະ ສົງຕົ້ນຕໍຂອງການສ້າງຕັ້ງອາຊຽນ ເພື່ອເປັນການເສີມສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງບັນດາປະເທດສະມາ ຊິກດ້ວຍກັນ ແນໃສ່ການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງທາງ ດ້ານການເມືອງ, ຄວາມຈະເລີນ ທາງດ້ານເສດຖະກິດ, ການພັດ ທະນາທາງດ້ານສັງຄົມ ແລະ ວັດ ທະນະທຳ ກໍຄືຄວາມຢູ່ດີກິນດີຂອງພາກພື້ນ ແລະ ຜົນປະໂຫຍດຂອງບັນດາປະເທດສະມາຊິກອາ ຊຽນ. ຕະຫຼອດໄລຍະ 20 ກວ່າປີຜ່ານມາ ທີ່ ສປປ ລາວເຂົ້າເປັນສະມາຊິກອາຊຽນ ໄດ້ຮັບຜົນປະໂຫຍດຫຼາຍດ້ານບໍ່ວ່າ ດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ການຄ້າ ແລະ ການພັດທະນາແບບຍືນຍົງ ພ້ອມດຽວກັນນີ້ ກໍຍັງໄດ້ຍົກສູງຖານະບົດ ບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ໃນນີ້, ການເຄື່ອນໄຫວວຽກ ງານຂົງເຂດອາຊຽນຂອງກອງ ທັບປະຊາຊົນລາວ ເປັນວຽກໜຶ່ງທີ່ນອນຢູ່ໃນໜ້າທີ່ໃຫຍ່ທີ 4 ຂອງກະຊວງປ້ອງກັນປະເທດ ເຊິ່ງເປັນວຽກງານທີ່ມີລັກສະນະຍຸດທະສາດ ແລະ ຍຸດໂທບາຍ ເຊິ່ງຈຳເປັນຕ້ອງໄດ້ປະຕິບັດຢ່າງເປັນລະບົບຕໍ່ເນື່ອງ, ແມ່ນການຈັດຕັ້ງຜັນຂະຫຍາຍແນວທາງປ່ຽນ ແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກ, ໂດຍສະເພາະແມ່ນແນວທາງການຕ່າງປະເທດທີ່ສ້າງສັນ ແລະ ສະເໝີຕົ້ນສະ ເໝີປາຍຂອງພັກ ໃນການເປີດກວ້າງການພົວພັນຮ່ວມມືກັບບັນດາກອງທັບໃນພາກພື້ນ ແລະ ສາກົນ ເພື່ອປົກປັກຮັກສາສັນ ຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຂອງພາກພື້ນ. ການເຂົ້າເປັນສະມາຊິກອາຊຽນ ຂອງກອງ ທັບປະຊາຊົນລາວ ເປັນການນຳ ເອົາກາລະໂອກາດອັນໃໝ່ ທີ່ມີລັກສະນະຍຸດທະສາດ ຂອງ ສປປ ລາວ, ທັງເປັນການເພີ່ມເວທີ ການເຄື່ອນໄຫວທາງດ້ານການ ເມືອງ-ການທູດຂອງຕົນ, ເພື່ອສ້າງສະພາບແວດລ້ອມພາຍນອກທີ່ເອື້ອອຳນວຍຄວາມສະດວກໃຫ້ແກ່ການຍາດແຍ່ງເອົາທ່າແຮງສັງລວມຂອງຍຸກສະໄໝ ມາສົມ ທົບກັບທ່າແຮງບົ່ມຊ້ອນພາຍໃນ ເພື່ອສືບຕໍ່ດຳເນີນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດຂອງພວກເຮົາ. ໄລຍະຊຸມປີຜ່ານມາ ໂດຍຜ່ານການຮ່ວມມືດ້ານຕ່າງໆພາຍໃນອາຊຽນ ໄດ້ຖືກຜັນຂະຫຍາຍລົງ ເລິກສູ່ບັນດາອົງການ ແລະ ຂະ ແໜງການຕ່າງໆ ນັບແຕ່ຂັ້ນກະ ຊວງຈົນເຖິງກົມກອງເຫຼົ່າຮົບ. ບົນພື້ນຖານໂດຍຜັນຂະຫຍາຍຕາມເນື້ອໃນຂອງກອງປະຊຸມລັດຖະມົນຕີປ້ອງກັນຊາດອາຊຽນ(ADMM). ໃນນີ້, ກອງບັນຊາການທະຫາອາກາດ ກອງ ທັບປະຊາຊົນລາວ ທີ່ເປັນເສນາທິການທາງດ້ານວຽກງານການບິນໃຫ້ແກ່ກະຊວງປ້ອງກັນປະເທດ, ແມ່ນອົງປະກອບໜຶ່ງທີ່ສຳຄັນທີ່ນອນໃນຂອບການຮ່ວມມືຂອງກອງທັບອາຊຽນ ເຊິ່ງໃນໄລຍະຜ່ານມາກໍໄດ້ມີການເຄື່ອນໄຫວກິດຈະກຳທີ່ປິ່ນອ້ອມເປັນປະຈຳຮ່ວມກັບກອງທັບອາກາດ ຂອງບັນດາປະເທດສະມາຊິກອາຊຽນ, ເພື່ອປະຕິບັດເເນວທາງການຕ່າງປະເທດຂອງພັກເຮົາກ່ຽວກັບການພົວພັນ ແລະ ຮ່ວມມືກັບ ສາກົນ, ເປັນການຈັດຕັ້ງຜັນຂະ ຫຍາຍຜົນສຳເລັດຂອງປະຊຸມ ລັດຖະມົນຕີປ້ອງກັນຊາດອາ ຊຽນ, ເພື່ອເສີມສ້າງຄວາມສາ ມັກຄີທີ່ເປັນປຶກເເຜ່ນ ເເລະ ຮັດເເໜ້ນສາຍພົວພັນມິດຕະພາບລະຫວ່າງກອງທັບອາກາດ ຂອງບັນດາປະເທດສະມາຊິກອາຊຽນ, ປະກອບສ່ວນເອື້ອອຳນວຍໃຫ້ເເກ່ການພັດທະນາເສດຖະກິດ ແລະ ສັງຄົມຂອງອາຊຽນ, ສົ່ງເສີມຄວາມເຂົ້າໃຈ ເເລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນໃນອາຊຽນດ້ານ ວຽກງານປ້ອງກັນຊາດ ເເລະ ຄວາມໝັ້ນຄົງ ເພື່ອສ້າງເງື່ອນໄຂ ເເລະ ກົນໄກຂອງການຮ່ວມມືຂອງກອງທັບອາກາດອາຊຽນໃນ ການປະສານງານ ເເລະ ກຽມ ພ້ອມຮັບມືກັບສິ່ງທ້າທາຍຕ່າງໆຢູ່ໃນພາກພື້ນ.
ປະຕິບັດລະບຽບການ ຂອງອາຊຽນທີ່ໄດ້ລະບຸໄວ້ຢູ່ໃນກົດບັດອາຊຽນ ຫຼື ເວົ້າອີກຢ່າງໜຶ່ງ ແມ່ນການປະຕິບັດພັນທະສາກົນ ຂອງກອງທັບໃນນາມເປັນສະມາ ຊິກຂອງອາຊຽນ. ໃນປີ 2022 ກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ໄດ້ຮັບກຽດການເປັນປະທານ ແລະ ເປັນເຈົ້າພາບກອງປະຊຸມຜູ້ບັນ ຊາການທະຫານອາກາດອາຊຽນ ຄັ້ງທີ-19 (AACC-19) ພາຍໃຕ້ຄຳຂວັນທີ່ວ່າ: ‘‘ພ້ອມ ກັນສ້າງສັນຕິພາບ ແລະ ສະ ຖຽນລະພາບໃນອາຊຽນ’’ ແນໃສ່ ສົ່ງເສີມການຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນ ຄົງໃນພາກພື້ນ, ເພີ່ມທະວີຄວາມ ເຊື່ອໝັ້ນຄວາມໄວ້ວາງໄຈເຊິ່ງ ກັນ ແລະ ກັນ, ຮ່ວມມືກັນພັດທະ ນາຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຜົນປະໂຫຍດລວມຂອງອາ ຊຽນ ແລະ ຕ່າງຝ່າຍ ຕ່າງມີຜົນປະໂຫຍດ.
ກອງປະຊຸມຜູ້ບັນຊາການທະຫານອາກາດອາຊຽນ, ເປັນເງື່ອນໄຂ ແລະ ກາລະໂອກາດໃຫ້ຜູ້ບັນຊາການທະຫານອາກາດອາຊຽນ ໄດ້ພົບປະແລກປ່ຽນຄວາມຄິດເຫັນ, ການຮ່ວມມືລະຫວ່າງກັນ ແລະ ກັນໃຫ້ເປັນຮູບປະທຳຫຼາຍຂຶ້ນ ໂດຍສະເພາະແມ່ນການແບ່ງປັນຂໍ້ມູນຂ່າວສານກ່ຽວກັບຄວາມໝັ້ນຄົງ, ການເຝິກອົບຮົມຍົກລະດັບຄວາມສາມາດ, ການຊ່ວຍເຫຼືອດ້ານມະນຸດສະທຳ, ບັນ ເທົາທຸກໄພພິບັດ ແລະ ອື່ນໆ ເພື່ອ ເສີມສ້າງ ແລະ ຮັດແໜ້ນສາຍພົວ ພັນອັນດີງາມຂອງກອງທັບອາ ກາດອາຊຽນ ໃຫ້ມີສັນຕິພາບ, ສະ ຖຽນລະພາບ ທັງສອດຄ່ອງກັບການຈັດຕັ້ງປະຊາຄົມການເມືອງ ແລະ ຄວາມໝັ້ນຄົງຂອງອາຊຽນ ເຊິ່ງແມ່ນໜຶ່ງໃນສາມເສົາຄ້ຳຂອງປະຊາຄົມອາຊຽນ. ການ ຈັດຕັ້ງເຄື່ອນໄຫວວຽກງານອາຊຽນຂອງກອງບັນຊາການທະຫານອາກາດ ກອງທັບປະຊາ ຊົນລາວ ບົນພື້ນຖານແມ່ນຢູ່ໃນ ຂອບ ແລະ ການເຄື່ອນໄຫວວຽກ ງານອາຊຽນຂອງກອງທັບປະ ຊາຊົນລາວ.
ຜົນປະໂຫຍດລວມທີ່ກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ໄດ້ຈາກການເປັນປະທານກອງປະຊຸມຜູ້ບັນຊາການທະຫານອາກາດອາຊຽນຄັ້ງທີ-19. ເປັນການສະທ້ອນໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຂອງ ບັນດາທະຫານອາກາດອາຊຽນ ທີ່ມີຕໍ່ກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ໃນການຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນບົດບັນທຶກຕ່າງໆຢູ່ໃນກອງປະຊຸມຄັ້ງທີ່ຜ່ານໆມາໃຫ້ປະກົດເປັນຈິງ, ເປັນການ ປະກອບສ່ວນທີ່ຕັ້ງໜ້າ ແລະ ສຳຄັນຂອງກອງບັນຊາການທະຫານອາກາດ ກອງທັບປະ ຊາຊົນລາວ ໃນການຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະ ເທດ ແລະ ນະໂຍບາຍປ້ອງກັນ ຊາດຂອງພັກ-ລັດ ກໍຄື 4 ໜ້າ ທີ່ໃຫຍ່ 26 ແຜນງານຂອງຄະ ນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປະກົດຜົນເປັນຈິງ, ໂດຍສະເພາະແມ່ນແຜນງານ ໃຫຍ່ທີ 4 ວ່າດ້ວຍວຽກງານ ການຕ່າງປະເທດ, ເປັນການ ເປີດ ໂອກາດໃຫ້ກອງບັນຊາການ ທະຫານອາກາດ ກອງທັບປະ ຊາຊົນລາວ ໄດ້ພັດທະນາທາງດ້ານເຕັກນິກວິທະຍາສາດໃຫ້ນັບມື້ທັນສະໄໝ ແລະ ຍົກສູງລະດັບຄວາມຮູ້, ຄວາມສາມາດຂອງນາຍ ແລະ ພົນທະຫານກອງບັນ ຊາການທະຫານອາກາດ ໃຫ້ສູງຂຶ້ນເພື່ອໃຫ້ທຽບທັນກັບປະເທດສະມາຊິກອາຊຽນ, ໃນຂະນະດຽວເປັນການທົດສອບຄວາມອາດສາມາດຂອງກອງບັນຊາການທະຫານອາກາດ, ຂອງນາຍ ແລະ ພົນທະຫານໃນການປະ ຕິບັດລະບຽບວິໄນ ແລະ ແບບແຜນການເຄື່ອນໄຫວໜ້າທີ່ການ ເມືອງຂອງຕົນ ໃນການພົວພັນຮ່ວມມືກັບເພື່ອນມິດສາກົນໃນໄລຍະໃໝ່ ໃຫ້ມີປະສິດທິຜົນສູງຂຶ້ນເລື້ອຍໆ. ພ້ອມດຽວກັນນີ້ ເປັນການເສີມຂະຫຍາຍສາຍພົວພັນຮ່ວມມືກັບສາກົນຂອງກອງທັບປະຊາຊົນລາວເວົ້າລວມ, ເວົ້າສະເພາະແມ່ນກອງບັນຊາການທະຫານອາກາດໃນໄລຍະໃໝ່ ເປັນການເປີດໂລກກະທັດໃຫ້ກວ້າງຂວາງຂຶ້ນໃນຂອບອາຊຽນ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ