

![]()
ທະຫານແຂວງເຊກອງ ມອບໃບຍ້ອງຍໍຜົນງານດີເດັ່ນ ປະຈຳປີ 2022
ເວລາອອກຂ່າວ: 2023-02-02 09:19:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 485 | ຄວາມນິຍົມ:
ວັນທີ 19 ມັງກອນ 2023 ນີ້, ກອງບັນຊາການທະຫານ ແຂວງເຊກອງ ໄດ້ຈັດພິທີມອບໃບຍ້ອງຍໍສັນລະເສີນໃຫ້ນາຍທະຫານຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສົມຈິດ ນິລະພົນ ຄະນະປະຈຳພັກ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງເຊກອງ,
ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບເຂົ້າຮ່ວມ.
ບົດສະຫຼຸບຜົນງານວຽກງານປ້ອງກັນຊາດໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ຊີ້ນຳ-ນຳພາກຳລັງປະກອບອາວຸດ້ພ້ອມກັນເຮັດໜ້າທີ່ສຶກສາອົບຮົມການເມືອງແນວຄິດ, ເຮັດໃຫ້ສະພາບໃນຂອບເຂດຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານນາຍ ແລະ ພົນທະຫານແຕ່ລະສະຫາຍໂດຍລວມແມ່ນຮັບຮູ້ເຊື່ອມຊຶມແນວທາງຂອງພັກຢ່າງກວ້າງຂວາງ, ຮັບປະກັນຄວາມສະຫງົບສະຖຽນລະ
ພາບທາງດ້ານການເມືອງ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນທົ່ວກົມກອງ ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ, ຕິດພັນກັບວຽກງານສາມສ້າງ, ເພີ່ມທະວີໃນການກໍ່ສ້າງກຳລັງປະກອບອາວຸດຂັ້ນທ້ອງຖິ່ນໃຫ້ມີຄວາມໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີລະບຽບວິໄນເຂັ້ມງວດ, ເອົາໃຈໃສ່ວຽກງານເຝິກແອບຮໍ່າຮຽນຍົກລະດັບທາງດ້ານສິນລະຍຸດ-ຍຸດທະວິທີໃຫ້ມີຄວາມຊຳນິຊຳນານ, ເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ໃຫ້ກາຍເປັນກົມກອງ 3 ປອດ, ກົມກອງວັດທະນະທຳແລະ ນັກຮົບວັດທະນະທຳ ແລະ ໄດ້ມອບໃບຍ້ອງຍໍສັນລະເສີນຜົນງານໃຫ້ນາຍທະຫານ ມີ 2 ປະເພດຄື ປະເພດ I ຈຳນວນ 699 ສະຫາຍ ແລະ ປະເພດ II ຈຳນວນ 921 ສະຫາຍ.
ໂດຍ: ສີອະນຸສັກ ຄຳເຮືອງສີ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ