ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບ-ຮັບ ໜ້າທີ່ຮັກສາ​ການ​ຄະນະຫ້ອງ​ພະລາທິການ
ເວລາອອກຂ່າວ: 2023-02-02 09:15:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 442 | ຄວາມນິຍົມ:



ໃນ​ວັນ​ທີ 28 ມັງກອນ 2023 ນີ້, ຢູ່​ທີ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ​ໄດ້​ຈັດ​ພິທີ​ມອບ-ຮັບ​ໜ້າທີ່​ຮັກສາ​ການ​ຄະນະ​ຫ້ອງ​ພະລາ​ທິ​ການ ກອງ​ບັນ ຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ລະຫວ່າງ ຜູ້​ເກົ່າ ແລະ ຜູ້​ໃໝ່​ຂຶ້ນ ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ບຸນ​ມີ ພາ​ມີ​ໄຊ ຄະນະ​ປະຈຳ​ພັກ​ແຂວງ ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ, ມີ​ຄະນະ​ພັກ-ຄະນະ​ຫ້ອງ​ພະລາທິການ, ພະແນກການ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ເຄນ ແກ້ວ​ດາລາ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ ການ​ຍົກຍ້າຍ​ນາຍ​ທະຫານ​ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ໄປ​ຮັບ​ໜ້າທີ່​ໃໝ່​ຢູ່​ກົມ​ໃຫຍ່​ພະລາ​ທິ​ການ​ກອງທັບແລະ ຍົກຍ້າຍ ສະຫາຍ ພັນ​ເອກ ສອນ​ໄຊ ວົງ​ພະຈັນ ຫົວໜ້າ​ຫ້ອງ​ພະລາ​ທິ​ການທະຫານ​ແຂວງບໍ່​ແກ້ວ ໄປ​ຮັບ​ໜ້າທີ່​ໃໝ່​ຢູ່​ກົມ​ອຸປະໂພກ-ບໍລິໂພກ​ ກົມ​ໃຫຍ່​ພະລາ​ທິ​ການ​ກອງທັບ ແລະ ໄດ້​ແຕ່ງຕັ້ງ ສະຫາຍ ພັນ​ໂທ ຄຳຝຸງ ໃຍ​ປະສິດ ເປັນ​ຮັກສາ​ການ​ຫົວໜ້າ​ຫ້ອງ​ພະລາ​ທິ​ການ, ແຕ່ງຕັ້ງ ສະຫາຍພັນ​ໂທ ສູນ​ທອນ ວັນ​ທອງ ເປັນ​ຮັກສາ​ການ ຮອງ​ຫົວໜ້າ​ຫ້ອງ​ພະລາ​ທິ​ການ, ແຕ່ງຕັ້ງ ສະຫາຍ ພັນ​ໂທ ສຸດ​ຖາວອນ ຄຸດ​ສຸລິນ ເປັນ​ຮັກສາ​ການ ຮອງ​ຫົວໜ້າ​ຫ້ອງ​ພະລາ​ທິ​ການ. ສະຫາຍ ພັນ​ເອກ ບຸນ​ມີ ພາ​ມີ​ໄຊ ໄດ້​ຍ້ອງຍໍ​ຊົມເຊີຍ​ຕໍ່ ສະຫາຍ ພັນ​ເອກ ສອນ​ໄຊ ວົງ​ພະຈັນ ທີ່​ເຮັດ​ສຳເລັດ​ໜ້າທີ່​ການ​ເມືອງ​ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້ ແລະ ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້​ຜູ້​ທີ່​ໄດ້​ຮັບ​ໜ້າທີ່​ໃໝ່​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຕົນຕໍ່ໜ້າ​ທີ່​ວຽກ​ງານ​ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້, ຍົກ​ສູງ​ຄວາມ​ສາມັກຄີ​ພາຍ​ໃນ-ພາຍ​ນອກ​ໃຫ້​ເປັນ​ປຶກ​ແຜ່ນ​ແໜ້ນໜາ, ຍຶດ​ໝັ້ນ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ​ເຮັດ​ວຽກ​ເປັນ​ໝູ່​ຄະນະ, ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ຂົງເຂດ​ວຽກ​ງານ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ວາງ​ອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ໂດຍ: ພາກ ສຸທິ​ປັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ