

![]()
ໜ່ວຍພັກທີ 2 ຫ້ອງການເມືອງດຳເນີນກອງປະຊຸມໃຫຍ່ ຄັ້ງທີ VI
ເວລາອອກຂ່າວ: 2023-02-02 09:14:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 24 | ຄວາມນິຍົມ:
ວັນທີ 27 ມັງກອນ 2023 ນີ້, ໜ່ວຍພັກທີ 2 ທີ່ຂຶ້ນກັບຄະນະພັກຮາກຖານຫ້ອງການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊໄດ້ເປີກອງປະຊຸມໃຫຍ່
ຄັ້ງທີ VI ໂດຍການເປັນປະທານຂອງ ສະຫາຍ ພັນເອກ ແສງເດືອນ ອິນທິສອນ ຄະນະປະຈຳພັກໂຮງຮຽນ, ເລຂາພັກຮາກຖານຫ້ອງການເມືອງ ແລະ ມີບັນດາແຂກ, ຕະຫຼອດຮອດຜູ້ແທນກອງປະຊຸມເຂົ້າຮ່ວມ.
ບົດລາຍງານການເມືອງ ທັງ 2 ພາກ ເຊິ່ງໄດ້ຕີລາຄາການເຄື່ອນໄຫວຊີ້ນຳ-ນຳພາ ໃນໄລຍະ 5 ປີ ຜ່ານມາ, ເປັນຕົ້ນແມ່ນການສຶກສາອົບຮົມການເມືອງ-ນຳພາແນວຄິດສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານບວກໃສ່ການຫັນລົງກໍ່ສ້າງຮາກຖານບ້ານປະຊາຊົນທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນບົນພື້ນຖານວຽກງານ 3 ສ້າງຕິດພັນກັບ 4 ເນື້ອໃນ 4 ຄາດໝາຍທີ່ຂັ້ນເທິງວາງອອກ, ເຮັດໃຫ້ສະມາຊິກພັກມີຄວາມອຸ່ນອຽນທຸ່ນທ່ຽງ ເຊື້ອໝັ້ນຕໍ່ການນຳພາຂອງພັກ ແລະ ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນຳ, ເອົາໃຈໃສ່ໂຄສະນາມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ, ຂອງໂຮງຮຽນ ດັ່ງນັ້ນຈຶ່ງສ້າງສະມາຊິກພັກແຂງໄດ້ 22 ສະຫາຍ, ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
1 ສະໄໝ. ບັນດາຜູ້ແທນກອງປະຊຸມກໍໄດ້ພ້ອມກັນໃຊ້ສິດປ່ອນບັດເອົາຄະນະໜ່ວຍພັກຊຸດໃໝ່ຈຳນວນ 5 ສະຫາຍ. ໃນນີ້, ໄດ້ຄັດເລືອກເອົາ ສະຫາຍ ພັນໂທ
ບຸນເຖົາ ຂຽວອຳພອນ ເປັນເລຂາໜ່ວຍພັກ, ສະຫາຍ ພັນໂທ ສີໄວ ລໍເພັງສີ ເປັນຮອງເລຂາ, ສະຫາຍ ພັນໂທ ກົງມະລີ ວົງພັນ ເປັນກຳມະການກວດກາ-ປ້ອງ
ກັນ, ສະຫາຍ ພັນໂທ ຈັນໂທ ສີປະພອນ ເປັນກຳມະການ ແລະ ພັນໂທ ໄພວັນ ຄຳກ້ອນລືຊາ ເປັນກຳມະການ.
ໂດຍ: ສົມພົງ ແກ້ວປະເສີດ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ