

![]()
ຮອງຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ຢ້ຽມຢາມໂຮງໝໍທະຫານແຂວງຫຼວງນ້ຳທາ
ເວລາອອກຂ່າວ: 2023-02-02 09:10:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 47 | ຄວາມນິຍົມ:
ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023 ); ສະຫາຍ ພັນເອກ ນາງ ວັນເພັງ ພວງສາວະລີ ຮອງຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມຄົນເຈັບຢູ່ໂຮງໝໍທະຫານແຂວງຫຼວງນ້ຳທາ, ເຊິ່ງໃຫ້ການຕ້ອນ
ຮັບຂອງ ສະຫາຍ ພັນເອກ ຄຳເປີງ ໄຊທະວີ ຄະນະພັກກອງບັນຊາການ ຫົວໜ້າຫ້ອງພະລາ ທິການ ພ້ອມຄະນະ.
ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ກໍຄືກອງທັບປະຊາຊົນລາວ, ໂດຍສະເພາະ ກໍຄືແນວທາງນະໂຍບາຍຂອງໂຮງໝໍທະຫານແຂວງຫຼວງນໍ້າທາ ທີ່ມີຕໍ່ນາຍ ແລະ ພົນທະຫານຂອງຕົນ; ດັ່ງນັ້ນ ເນື່ອງໃນໂອກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມເບີກບານມ່ວນຊື່ນເອກອ້າງທະນົງໃຈ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ; ຄະນະນຳກົມເສນາຮັກ ໄດ້ເຄື່ອນໄຫວຢ້ຽມຢາມໂອ້ລົມໃຫ້ ກຳລັງໃຈແກ່ພະນັກງານ-ນັກຮົບທີ່ນອນປິ່ນປົວພະຍາດຢູ່ໂຮງໝໍທະຫານແຂວງ; ການເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ ສະຫາຍ ຮອງຫົວໜ້າກົມເສນາຮັກ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຄິດຮອດຄິດເຖິງ, ຄວາມເປັນຫ່ວງເປັນໃຍ, ຄວາມສາມັກຄີຮັກແພງອັນສະ ໜິດສະໜົມ, ຄຳອວຍພອນອັນ ປະເສີດ, ພ້ອມວັດຖຸປັດໄຈຈຳນວນໜຶ່ງມອບໃຫ້ແກ່ອ້າຍນ້ອງທະຫານທີ່ເຈັບເປັນປິ່ນປົວຢູ່ໂຮງໝໍ ເພື່ອເປັນການແບ່ງເບົາພາລະໃນການໃຊ້ຈ່າຍ ແລະ ສະແດງເຖິງຄວາມເອົາໃຈໃສ່ຂອງຄະນະພັກ-ຄະນະບັນຊາໂຮງໝໍທະຫານແຂວງທີ່ມີຕໍ່ພະນັກງານ-ນັກຮົບ ໃນກົມກອງ, ເຊິ່ງເປັນການອູ້ມຊູຊ່ວຍເຫຼືອ, ຊຸກຍູ້ໃຫ້ກຳລັງໃຈເຮັດໃຫ້ທະຫານທີ່ເຈັບໄຂ້ໄດ້ປ່ວຍມີຄວາມສົດຊື່ນເບີກບານໃຈ, ມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມເຂັ້ມແຂງ ແລະ ອົດທົນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ- ລັດ ແລະ ການຈັດຕັ້ງຂອງຂັ້ນເທິງ.
ໂດຍ: ບຸນມີ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ