ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

​ເຄື່ອນ​ໄຫວ​ສາຍຮູບເງົາ​ ຢູ່​ວິທະຍາຄານ​ນາຍ​ທະຫານ​ບົກ​ ກົມມະ​ດຳ
ເວລາອອກຂ່າວ: 2023-02-02 09:08:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 120 | ຄວາມນິຍົມ:



ໃນ​​ວັນ​ທີ 24 ມັງກອນ 2023 ນີ້, ກົມ​ຮູບເງົາ ກະຊວງ​ຖະແຫຼງ​ ຂ່າວ, ວັດທະນະທຳ ແລະ ທ່ອງ​ທ່ຽວ ໄດ້ເຄື່ອນ​ໄຫວ​ສາຍຮູບເງົາ ຢູ່​ວິທະຍາຄານ​ນາຍ​ທະຫານ​ບົກ​ກົມ​ມະ​ດຳ, ນຳ​ໂດຍ ທ່ານ ເດດ​ນະຄອນ ຫຼວງ​ໂພ​ວິຫານ ຮອງ​ ຫົວໜ້າ​ກົມ​ຮູບເງົາ ກະຊວງ​ຖະແຫຼງ​ຂ່າວ, ວັດທະນະທຳ ແລະ ທ່ອງ​ທ່ຽວ ພ້ອມ​ດ້ວຍ​ຄະນະ​ທີມ​ງານ, ໃຫ້​ກຽດ​ຕ້ອນຮັບ​ໂດຍ​ ສະຫາຍ ພັນ​ໂທ ບຸນ​ໂຮມ ມີ່ງ​ນະ ຄອນ ຄະນະ​ພັກ​ວິທະຍາຄານ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ວິທະຍາຄານ​ນາຍ​ທະຫານ​ບົກ ​ກົມ​ມະ​ດຳ, ມີ​ສະຫາຍ ພັນ​ໂທ ຈັນ​ໄທ ເລັດ​ນະຄອນ ຫົວໜ້າ​ພະ​ແນກ​ໂຄສະນາ-ອົບຮົມ ວິທະຍາຄານ, ມີ​ບັນດາ​ພະແນກການ​ທີ່​ກ່ຽວຂ້ອງ, ນາຍ​ ແລະ ພົນທະຫານ​ທົ່ວ​ວິທະຍາຄານເຂົ້າ​ຮ່ວມ, ສຳລັບ​ຮູບເງົາ​ທີ່​ນຳ​ມາ​ສາຍ​ໃນ​ຄັ້ງ​ນີ້​ມີ​ຊື່​ເລື່ອງ​ວ່າ: “ຂ້າມ​ແມ່ນ້ຳ​ຢ່າ​ລູ້” ເຊິ່ງ​ເປັນ​ຮູບເງົາ​ການ​ປະຕິວັດຂອງ ​ສປ ຈີນ ທີ່​ແປ​​ເປັນ​ພາສາ​ລາວ. ທັ້ງ​ນີ້, ກໍ​ເພື່ອຂໍ່ານັບ​ຮັບ​ຕ້ອນ​ວັນ​ບຸນ​ສຳຄັນ​ຕ່າງໆ​ຂອງ​ພັກ, ​ຂອງ​ລັດ ​ເວົ້າ​ລວມ, ​ເວົ້າ​ສະເພາະ​ ກໍເພື່ອ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ​ ໃຫ້​ເປັນ​ຂະ​ບວນ​ການ​ຢ່າງ​ກວ້າງຂວາງ ແລະ ມີ​ບັນຍາກາດ​ເບີກບານ​ມ່ວນຊື່ນ. ໂດຍ: ລຸນ​ທອງ ສີ​ບຸນ​ເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ