ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍ​ລິ​ຄຳ​ໄຊ ເອັບ​ຊີ ເຊັນ​ສັນຍາ​ກັບ​ນັກ​ເຕະ​ໃໝ່​ຫຼາຍ​ຄົນ ​ເພື່ອ​ເຂົ້າ​ຮ່ວມ​ແຂ່ງ​ຂັນ ລາວ​ລີກ 1
ເວລາອອກຂ່າວ: 2023-02-02 08:50:41 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239838712 | ຄວາມນິຍົມ:



ບໍ​ລິ​ຄຳ​ໄຊ ເອັບ​ຊີ ສະໂມສອນ​ນ້ອງ​ໃໝ່​ໃນ​ເປບ​ຊີ ລາວ​ລີກ 1 ລະດູ​ການ 2023 ປະກາດ​ຜ່ານ​ສື່ອອນລາຍ ( Bolikhamxay Football Club ) ຍິນ​ດີ​ຕ້ອນຮັບຜູ້​ຮັກສາ​ປະຕູ ປະສົບ​ການ​ສູງ ເຄີຍ​ຍາດ​ໄດ້ແຊັມ​ລີກ 2 ກັບ​ສະໂມສອນ ເມືອງ​ຫາດ ຢູ​ໄນ​ເຕັດ ແລະ ຫຼຽນ​ຄຳ​ກິລາ​ເຂດ​ຊຽງ​ຂວາງ​ກັບ ແຂວງ​ວຽງ​ຈັນ ແລະ ຍັງ​ເປັນ​ອະ​ດີດ​ທີມ​ຊາດ ຄື ແສງ​ພະຈັນ ບຸນ​ທິ​ສານ. ສຳລັບ ແສງ​ພະຈັນ ບຸນ​ທິ​ສານ ຜົນງານ​ຫຼ້າ​ສຸດ​ທ້າຍ​ປີ 2022 ພາ ທີມ​ບານເຕະ​ຊາຍ ແຂວງ​ວຽງ​ຈັນ ຄວ້າ​ແຊັມ​ບານເຕະ​ຊາຍ ໃນ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ 11 ທີ່​ແຂວງ​ຊຽງ​ຂວາງ ແລະ ກ່ອນ​ໜ້າ​ນີ້ ບໍ​ລິ​ຄຳ​ໄຊ ເອັບ​ຊີ ໄດ້ 3 ນັກ​ເຕະ​ໃໝ່​ທີ່​ເຄີຍ​ມີ​ ປະສົບ​ການ​ກັບ​ທີມ​ຊາດ​ລາວ ຊຸດ​ໃຫຍ່ ໂດຍ​ໄດ້​ຕົກລົງ​ເຊັນ​ສັນຍາ ກັບ ນະ​ລົງ​ສິດ ຈັນທະ​ລັງສີ ກອງ ຫຼັງທີມ​ຊາດ​ລາວ ແລະ ສາຍ​ຊົນ ຂຸນສຳ​ນານ ຜູ້​ຫຼິ້ນ​ປະສົບ​ການ​ສາ ລະພັດ​ປະໂຫຍດ ແລະ ທົດ​ນິລາດ ສີ​ບຸນ​ເຮືອງ​ນັກ​ເຕະ​ທີ່​ມີ​ປະສົບ​ການ ທັງ​ໃນ ແລະ ຕ່າງປະເທດ ຈະ​ເປັນ​ນັກ​ເຕະ​ທີ່​ສາມາດ​ສ້າງ​ແຮງ​ຈູງ​ໃຈ​ກະ​ຕຸ້ນ​ໃຫ້​ເພື່ອນ​ຮ່ວມ​ທີມ ທັງ​ໃນ​ສະໜາມ​ຊ້ອມ ແລະ ສະໜາມ​ແຂ່ງ ໃຫ້ສະໂມສອນ ນ້ອງໃໝ່ ເກັບກ່ຽວປະສົບການ ແລະ ຕັ້ງຄວາມຫວັງໄວ້ຈະເຂົ້າ ຮອບເລິກໆໃນລະດູການ 2023 ນີ້ ແລະ ຮຽກຮ້ອງໃຫ້ແຟນບານ ຊ່ວຍເຊຍທີມເຕະບານບໍລິຄຳໄຊ ຕື່ມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ